ເກົາຫຼີເໜືອ ກ່າວວ່າ ຕົນເຕັມໃຈ ຈະເຈລະຈາ ກັບ ສະຫະລັດ ໄດ້ທຸກເວລາ ແລະທຸກແບບ

ຜູ້ຄົນກຳລັງເບິ່ງຂ່າວໂທລະພາບ ທີ່ສະແດງໃຫ້ເຫັນຮູບພາບ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ແລະຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອືນ ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້.

ເກົາ​ຫຼີ​ເໜືອ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ຍັງເຕັມ​ໃຈ​ທີ່​ຈະ​ເຂົ້າຮ່ວມ ການເຈລະຈາກັບ​ສະ
ຫະລັດ “​ໃນ​ທຸກ​ເວລາ ​ແລະທຸກໆຮູບແບບ” ຫຼັງ​ຈາກ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ ໄດ້
​ຍົກເລີກ​ການ​ພົບ​ປະ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ຮອງ​ລັດຖະມົນຕີ​ຕ່າງ​ປະ​ເທດ​ ທ່ານ​ກິມ ​ກາຍ ກວານ ນັກ​ເຈລະຈາ​ນິວ​ເຄລຍທີ່​ທີ່ຮູ້
ກັນມາດົນນານແລະ​ນັກ​ການ​ທູດ​ອະວຸ​ໂສ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການທີ່​ນຳ​ອອກ​ໂດຍ​ສື່​ມວນຊົນຂອງທາງການ​ວ່າ ​ເກົາຫຼີ​ເໜືອ “ເຕັມ​ໃຈ ​ທີ່​ຈະ​ໃຫ້​ເວລາແລະ​ໂອ ກາດແກ່​
ສະຫະລັດ” ​ເພື່ອ​ພິຈາລະນາຄືນໃໝ່ຄືນໃໝ່ ກ່ຽວກັບ​ການ​ເຈລະຈາທີ່​ໄດ້​ກຳນົດໃສ່​
ວັນ​ທີ 12 ​ເດືອນ​ມິຖຸນາ ທີ່​ສິງກະໂປ.

ປະທານາທິບໍດີດໍໂນລ ທຣໍາ ກ່າວກ່ຽວກັບເກົາຫຼີເໜືອ ຢູ່ຫ້ອງໂຣສແວລຕ໌ ທຳນຽບຂາວ ທີ 24 ພຶດສະພາ 2018.

ປະທາ​ນາ​ທິບໍດີ​ທຣໍາ​ໄດ້​ຍົກ​ເລີກ​ແຜນການ​ພົບ​ປະ ກັບຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ
ອຶນ ໂດຍຖີ້ມ​ໂທດ​ໃສ່ຄຳ​ຖະ​ແຫຼ​ງ ທີ່ເປັນການ​ຂົ່ມຂູ່​ຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ພຽງ​ຢາງ ທີ່​
ຈະ​ຖອນໂຕ​ ອອກ​ຈາກ​ການ​ພົບ​ປະ​ ໃນ​ອັນ​ທີ່​ເຫັນ​ວ່າ ​ເປັນ​ຄຳ​ເວົ້າແບບປະ​ເຊີນ​ໜ້າ​
ໂດຍ​ບັນດາ​ເ​ຈົ້າໜ້າ​ທີ່​ສະຫະລັດ.

ປະທານາທິບໍດີ​ກ່າວ​ໃນ​ຕອນ​ທ່ຽງ ​ຢູ່​ຫ້ອງ​ໂຣສ​ແວ​ລຕ໌ ຂອງທຳນຽບຂາວ​ ກ່ອນ​ການ​
ເຊັນ​ຮ່າງ​ກົດໝາຍ​ທີ່​ບໍ່ກ່ຽວຂ້ອງສະບັບນຶ່ງວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ນີ້​ເປັນການ​ຖ່ວງ
ດຶງທີ່​ໃຫຍ່​ຫຼວງ​ສຳລັບ​ເກົາຫຼີ​ເໜືອ ​ແລະ​ແນ່ນອນ ​ເປັນ​ການ​ຖ່ວງດຶງ​ສຳລັບ​ໂລກດ້ວຍ.”

Your browser doesn’t support HTML5

Trump Pulls Out of Summit With N. Korea: What's Next?

ປະທານາທິບໍດີ​ຍັງ​ໄດ້​ເຕືອນ​ວ່າ ກຳລັງ​ທະຫານ​ຂອງ​ສະຫະລັດ “ແມ່ນ​ພ້ອມແລ້ວ​ແບບ​
ທີ່​ບໍ່​ເຄີຍ​ມີມາ​ກ່ອນ” ພ້ອມ​ດ້ວຍ​ບັນດາ​ພັນທະ​ມິດ​ເກົາຫຼີ​ໃຕ້ແລະ​ຍີ່ປຸ່ນ ຖ້າ​ຫາກ​ວ່າ ​ເກົາ
ຫຼີ​ເໜືອ​ເອົາ​ບາດກ້າວ “ທີ່ໂງ່​ງາ​ວ ຫຼືການ​ປະຕິບັດ​ທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ.”

ປະທານາທິບໍດີດໍໂນລ ທຣໍາ ພົບປະກັບ ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ທີ່ທຳນຽບຂາວ ທີ 22 ພຶດສະພາ 2018.

ທ່ານ​ກິມ ​ກາຍ ກວານ ກ່າວ​ວ່າ ​ການ​ຕິຕຽນ​ຂອງ​ເກົາຫຼີ​ເໜືອ​ຫວ່າງ​ມໍ່ໆ​ນີ້ຕໍ່​ບັນດາ
​ເຈົ້າ​ໜ້າ​ທີ່​ສະຫະລັດທີ່​ສະ​ເພາະ​ເຈາະ​ຈົງ ​ໄດ້​ເປັນ​ປະຕິກິລິຍາແບບບໍ່ຮັບຜິດຊອບ
ຕໍ່ສຳນວນໂວຫານຂອງ​ອາ​ເມຣິກັນ ແລະ​ການ​ຄັດຄ້ານ​ໄດ້ສະ​ແດງໃຫ້​ເຫັນເຖິງ
“ຄວາມ​ຈຳເປັນອັນຮີບດ່ວນ” ສຳລັບການ​ພົບ​ປະສຸດຍອດ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມປີໂອ ຕອບຄຳຖາມຄະນະກຳມະການ ຄວາມສຳພັນຕ່າງປະເທດ ທີ່ລັດຖະສະພາ ທີ 24 ພຶດສະພາ 2018.

ຖະ​ແຫຼ​ງການ​ຂອງ​ທ່ານ ກິມ ​ກາຍ ກວານ ກ່າວ​ວ່າ “ພວກ​ເຮົາ​ໄດ້ມີຄວາມ​ຮູ້ ສຶກ​ພໍ​ໃຈ​
ຢ່າງ​ສູງ​ຕໍ່​ປະທານ​າທິບໍດີ​ທຣໍາ ທີ່​ໄດ້​ເຮັດ​ການ​ຕັດສິນ​ຢ່າງ​ເດັດຂາດ ຊຶ່ງ​ປະທານາທິບໍ
ດີ ສະຫະລັດ​ຄົນ​ອື່ນໃດໆ ບໍ່ກ້າ​ເຮັດ ​ແລະ​ໄດ້​ເຮັດ​ຄວາມພະ​ຍາ​ຍາມ​ກ່ຽວກັບ​ເຫດການ
ທີ່ສຳຄັນ​ດັ່ງກ່າວເຊັ່ນການພົບປະສຸດຍອດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ