ພຽງຢາງ ຂົ່ມຂູ່ ເກົາຫຼີໃຕ້ ດ້ວຍການທຳລາຍ ຂັ້ນສຸດທ້າຍ

ເກົາຫລີເໜືອ ຂົມຂູ່ ເກົາຫຼີໃຕ້ ດ້ວຍການທໍາລາຍ ຂັ້ນສຸດທ້າຍ ຖ້າກຸງໂຊລ ແລະພັນທະມິດ ຫາກຍັງສືບຕໍ່ຢາກໃຫ້ ສປຊ ລົງໂທດ ຕໍ່ໂຄງການນິວເຄລຍຂອງພຽງຢາງ

ເກົາຫລີ​ເໜືອ ໄດ້ຂົ່ມຂູ່​ເກົາຫລີ​ໃຕ້ ດ້ວຍ "ການ​ທຳລາຍ​ຂັ້ນ​ສຸດ
​ທ້າຍ” ​ໂດຍ​ກ່າວ​ວ່າ ພຽງ​ຢາງສາມາດ​ທີ່​ຈະ​ເອົາ​ບາດກ້າວເພີ້ມ
ຕື່ມ ຫລັງ​ຈາກໄດ້​ທົດ​ລອງນິວ​ເຄລຍ ​ໃນອາທິດ​ແລ້ວ​ນີ້ ຖ້າ​ຫາກ
​ວ່າກຸງ​ໂຊ​ລແລະ​ບັນດາພັນທະ​ມິດຍັງ​ສືບ​ຕໍ່ຊຸກຍູ້ໃຫ້ສະຫະ​ປະຊາ​
ຊາດລົງ​ໂທດ​ຢ່າງ​ໜັກ​ຕໍ່ໂຄ​ງການ​ນິວ​ເຄລຍຂອງເກົາຫລີ​ເໜືອ.

ນັກ​ການ​ທູດ​ເກົາຫລີ​ເໜືອ ທ່ານ Jon Yong Ryong ກ່າວ​ຢູ່​ໃນ​ກອງ​ປະຊຸມ ​ຫລຸດ​ກຳລັງອາ​ວຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່​ນະຄອນເຈ​ ນີວາວ່າ ​ການ “​ປະພຶດ​ແບບໂລດ​ໂຜນ” ຂອງ​ເກົາຫຼີ​ໃຕ້ “ມີ​ແຕ່ຈະ​ນໍາ​ໄປ​ສູ່​ການ​ຖືກ​ທຳລາຍ​ຂັ້ນສຸດ​ທ້າຍ." ທ່ານ​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ "​ດັ່ງ​ທີ່​ສຸພາສິດ​ກ່າວໄວ້​ວ່າ ໝານ້ອຍ​ທີ່​ເກີດ​ໃໝ່​ ບໍ່​ຮູ້​ກັບ​ຄວາມ​ຢ້ານ​ກົວເສືອ.”

ຄໍາ​ຖະ​ແຫລ​ງຂອງ ທ່ານ Jon ​ໄດ້​ຖືກຕຳ​ໜິຕິຕຽນ​ຢ່າງ​ວ່ອງ​ໄວຈາກ​ປະ​ເທດ​ຕ່າງໆ​ ຮວມ​ທັງ​ເກົາຫລີ​ໃຕ້ ສະຫະລັດ ​ແລະ​ອັງກິດ.

​ເອກ​ອັກຄະ​ລັດຖະທູດ ສະຫະລັດ ທ່ານ​ນາງ Laura Kennedy ຮ້ອງ​ການ​ຂົ່ມຂູ່ຂອງ
ເກົາຫລີ​ເໜືອ​ວ່າ ​ເປັນ​ການ​ລົບ​ກວນ​ທີ່​ສຸດ ​ແລະ​ກ່າວ​ວ່າ ຄໍາ​ຖະ​ແຫລ​ງນີ້​ ​ແມ່ນເປັນ​ “ທີ່​ໜ້າ​ລັງ​ກຽດແລະ​ຮັບ​ບໍ່​ໄດ້” ບໍ່​ວ່າຢູ່​ໃນ​ກໍລະນີໃດ​ກໍ​ຕາມ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ຢູ່​ໃນ​ກອງ​ປະຊຸມ​ຫລຸດກຳລັງ​ອາ​ວຸດ.

ນັບ​ຕັ້ງ​ແຕ່​ພຽງ​ຢາງ​ໄດ້​ທົດ​ລອງ​ລ​ະ​ເບີດ​ນິວ​ເຄລຍ​ໃນອາທິດ​ແລ້ວ​ນີ້​ເພື່ອ ​ເປັນ​ການ​ທ້າ​ທາຍ​ ຕໍ່​ມະ​ຕິ​ຂອ​ງອົງການ​ສະຫະ​ປະຊາ​ຊາດ ​ເກົາຫລີ​ໃຕ້ ໄດ້​ເຕືອນ​ວ່າ ຕົນ​ອາດ​ຈະ​ໂຈມຕີເກົາຫຼີ​ເໜຶຶອ​ເໜືອ ຖ້າ​ຫາກຕົນເຊື່ອວ່າ ການ​ໂຈມຕີ​ຈາກ​ເກົາຫຼີ​ເໜືອໃກ້​ຈະ​ເກີດຂຶ້ນຈິງ.

ການ​ທົດ​ລອງເທື່ອ​ແລ້ວນີ້ ​ເປັນການ​ທົດ​ລອງ​ທີ່​ແຮງ​ທີ່​ສຸດ​ຂອງ​ເກົາຫລີ​ເໜືອ.