ເກົາຫຼີເໜືອ ຈະມອບ ຊາກກະດູກ ທະຫານອາເມຣິກັນ ໃຫ້ແກ່ ສະຫະລັດ

ລາຍຊື່ຂອງບັນດາທະຫານອາເມຣິກັນ ທີ່ເສຍຊີວິດ ໃນປາງ ສົງຄາມເກົາຫຼີ ທີ່ອະນຸສອນສະຖານ ຢູ່ນະຄອນຫຼວງໂຊລ, ເກົາຫຼີໃຕ້, 15 ກໍລະກົດ 2018.

​ອົງການ​ຂ່າວ​ຢອນ​ຮັບ​ຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ ​ແມ່ນ​ກະກຽມ​ທີ່ຈະມອບ​ຊາກ​ກະດູກຂອງ​ພວກ​ທະຫານ​ອາ​ເມຣິກັນ ​ທີ່ເສຍຊີວິດໃນປາງ​ສົງຄາມ​ເກົາຫຼີມາໄດ້
6 ທົດ​ສະ​ວັດກວ່າໆ​ແລ້ວ​ນັ້ນ.

ອົງການ​ຂ່າວ​ຢອນ​ຮັບ ກ່າວ​ວ່າ ຕົນ​ໄດ້​ຮຽນ​ຮູ້​ຈາກ​ແຫຼ່ງ​ການ​ທູດ​ຂອງເກົາຫຼີໃຕ້ ທີ່ວ່າ ເມື່ອໄວໆມານີ້ ເກົາຫຼີເໜືອ ​ໄດ້​ຮັບ​ພວກ​ຫີບ​ໄມ້​ເຕັມ 2 ຄັນ​ລົດ​ຈາກເຈົ້າ​ໜ້າ​ທີ່ສະຫະລັດ.

ຊາກເສດກະດູກ ຈະ​ຖືກ​ເກັບ​ໄວ້​ໃນ​ຫີບ​ໄມ້ ​ແລະ​ຈະ​ສົ່ງ​ມອບ​ໃຫ້​ສະຫະລັດ ພາຍ​ໃນ​ວັນ​ສຸກ​ ກໍ​ຄື​ວັນ​ທີ 27 ກໍລະກົດ ມື້​ອື່ນ​ນີ້ ທີ່​ເປັນ​ຂີດ​ໝາຍ ຄົບຮອບ 65 ປີ ຂອງ​ການລົງ​ນາມ​ໃນ​ສັນຍາສະຫງົບເສິກ ​ທີ່ໄດ້ຍຸຕິສົງຄາມລະຫວ່າງ​ປີ 1950 ຫາ 1953 ທີ່​ແບ່ງ​ ​ປະ​ເທດ​ຄອມ​ມຸຍນິດ​ເກົາຫຼີ​ເໜືອ ​ແລະ​ປະ​ເທດ​ປະຊາທິປະ​ໄຕ​ເກົາຫຼີ​ໃຕ້ ອອກຈາກກັນ
ນັ້ນ.

ອົງການ​ຂ່າວ​ຢອນ​ຮັບ ​ໄດ້​ກ່າວ​ວ່າ ​ເຮືອບິນ​ລຳລຽງ​ຂອງສະຫະລັດ ຈະ​ບິນ​ໄປ​ຍັງ​ເມືອງ​ໂວ​ສະນານ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເກົາຫຼີ​ເໜືອ ​ເພື່ອ​ຮັບ​ເອົາຊາກກະດູກ
​ແລະ​ຫລັງຈາກນັ້ນ ກໍຈະບິນ​ໄປ​ຍັງຖານ​ທັບ​ອາກາດ​ ໂອຊາ​ນ ​ໃກ້ໆ​ນະຄອນຫຼວງໂຊ​ລ​. ພວກ​ຊາກ​ກະດູກ​ດັ່ງກ່າວ​ນີ້ ຈະ​ຖືກສົ່ງ​ໄປ​ຍັງ​ລັດ​ຮາ​ວາຍບ່ອນ​ທີ່​ຈະ​ມີການກວດ​ DNA.

ການ​ມອບຊາກກະດູກ​ດັ່ງກ່າວ ​ແມ່ນ​ປະຕິບັດ​ຕາມ​ຂໍ້​ຕົກລົງ ​ທີ່​ໄດ້​ເຊັນ​ກັນ ໃນ​ເດືອນ​ແລ້ວ​ນີ້ ລະຫວ່າງ​ຜູ້ນຳເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ​ແລະປະທານາທິບໍດີ ​ດໍ​ໂນ​ລ ​ທຣຳ ​ໃນ​ກອງ​ປະຊຸມ​ສຸດ​ຍອດ ຄັ້ງ​ປະຫວັດສາດ​ ​ທີ່​ສິງກະ​ໂປນັ້ນ .

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ