ເກົາຫຼີເໜືອກ່າວໃນວັນສຸກມື້ນີ້ວ່າ ຕົນໄດ້ປ່ອຍຊາວອະເມ
ຣິກັນຄົນນຶ່ງທີ່ຖືກຄຸມຂັງມາແຕ່ເດືອນພະຈິກປີກາຍ ໃນຂໍ້
ຫາທີ່ບໍ່ໄດ້ລະບຸໃຫ້ຊາບ.
ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ກ່າວວ່າ
ທູດພິເສດໃນດ້ານສິດທິມະນຸດຂອງສະຫະລັດ ທ່ານ Ro-
bert King ທີ່ພວມຢູ່ໃນລະຫວ່າງ ການຢ້ຽມຢາມເກົາຫຼີ
ເໜືອໄດ້ສະແດງຄວາມເສຍໃຈກ່ຽວກັບການຄຸມຂັງດັ່ງກ່າວ
ແລະດ້ວຍເຫດນີ້ ເກົາຫຼີເໜືອຈຶ່ງໄດ້ຕົກລົງປ່ອຍນາຍ Jun
Young-su ຍ້ອນເຫັນແກ່ມະນຸດສະທຳ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ນາຍ Jun ຈະເດີນທາງ
ອອກຈາກນະຄອນພຽງຢາງ ໃນວັນເສົາມື້ອື່ນນີ້ ພ້ອມກັບ
ທ່ານ King ຫຼືບໍ່.
ອະດີດປະທານາທິບໍດີສະຫະລັດທ່ານ Jimmy Carter ໄດ້ພະຍາຍາມ ແຕ່ບໍ່ປະສົບກັບ
ຄວາມສຳເລັດ ທີ່ຢາກໃຫ້ປ່ອຍນາຍ Jun ໃນລະຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມເກົາ
ຫຼີເໜືອຢ່າງເປັນການສ່ວນໂຕໃນເດືອນແລ້ວນີ້.