ເກົາຫຼີເໜືອ ຈະຍິງສົ່ງ 'ຈະຫຼວດດາວທຽມ' ໄວທີ່ສຸດ ອາດ​ຈະ​ແມ່ນໃນວັນພະຫັດ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມີໂອະ ກີຊິດະ (Fumio Kishida) ກ່າວຕໍ່ບັນດານັກຂ່າວ ທີ່ສໍານັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງໂຕກຽວ ເມື່ອວັນທີ 22 ສິງຫາ 2023. ທ່ານ ກິຊິດະ (Kishida) ກ່າວຕໍ່ບັນດານັກຂ່າວວ່າ ມັນຄົງຈະເປັນ “ຄວາມເສຍໃຈທີ່ສຸດ” ຖ້າຫາກເກົາຫຼີເໜືອດຳເນີນການຕໍ່ໄປ.

ເກົາຫຼີເໜືອ ກຽມພ້ອມທີ່ຈະໃຊ້ຄວາມພະຍາຍາມອີກເທື່ອນຶ່ງ ໃນການສົ່ງດາວທຽມທີ່ອ້າງວ່າເປັນດາວທຽມສອດແນມຂຶ້ນສູ່ວົງໂຄຈອນໃນທັນທີ ໃນວັນພະຫັດນີ້ ເຊິ່ງເປັນການທົດລອງຄັ້ງທີ່ສອງທີ່ມີຂຶ້ນ ໃນປີນີ້ ປະມານ 3 ເດືອນ ຫຼັງຈາກທີ່ໄດ້ຮັບຮູ້ເຖິງ “ຄວາມລົ້ມເຫລວຢ່າງຮ້າຍແຮງ” ຂອງຕົນ.

ພຽງ​ຢາງ​ໄດ້​ແຈ້ງ​ຕໍ່​ຍີ່​ປຸ່ນ​ວ່າ ຊ່ວງ​ເວ​ລາ​ຍິງສົ່ງ​ດາວ​ທຽມ​ແມ່ນ ​ວັນ​ທີ 24 ຫາ 31 ສິງ​ຫາ, ໂຕ​ກຽວ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້, ໂດຍ​ບໍ່​ໄດ້​ລະ​ບຸ​ປະ​ເພດ​ ຂອງ​ດາວທຽມ.

​ໃນ​ປະ​ຕິ​ກິ​ລິ​ຍາ​ໂຕ້​ຕອບ, ໜ່ວຍຍາມ​ຝັ່ງ​ຍີ່ປຸ່ນ​ໄດ້​ປະກາດ​ຈຸດທີ່​ລວມທັງ​ເຂດ​ນ່ານນ້ຳທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາຫຼີ, ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະ​ເຂດ​ນ່ານນ້ຳ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເກາະລູຊອນ (Luzon) ຂອງ​ຟີ​ລິບ​ປິນ​ ໃຫ້ເປັນ​ເຂດທີ່ອາດ​ຈະມີອັນຕະລາຍເກີດຂຶ້ນໄດ້, ​ແລະ​ຮຽກຮ້ອງ​ໃຫ້​ກຳ​ປັ່ນ​ທີ່​ເດີນທາງ​ຜ່ານນ່ານ ນໍ້າເຫຼົ່າ​ນັ້ນ ໃຫ້​ລະມັດລະວັງ.

ສຳນັກງານນາຍົກລັດຖະມົນຕີຂອງຍີ່ປຸ່ນ ກ່າວວ່າຕົນໄດ້ຮຽກຮ້ອງຢ່າງໜັກແໜ້ນໃຫ້ເກົາຫຼີເໜືອ ຫຼີກລ່ຽງການຍິງໃນສິ່ງທີ່ຕົນເອີ້ນວ່າ “ດາວທຽມ”, ໂດຍກ່າວຕື່ມວ່າ ຕົນກຳລັງເກັບກຳຂໍ້ມູນ ແລະເຮັດວຽກກັບສະຫະລັດ, ເກົາຫຼີໃຕ້ ແລະບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟູມີໂອະ ກີຊິດະ (Fumio Kishida) ກ່າວ​ຕໍ່​ບັນດານັກ​ຂ່າວ​ວ່າ ມັນ​ຄົງຈະເປັນ​ “ຄວາມ​ເສຍ​ໃຈ​ທີ່​ສຸດ” ຖ້າ​ຫາກ​ເກົາ​ຫຼີ​ເໜືອ​ດຳ​ເນີນ​ການ​ຕໍ່​ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ