ເກົາຫຼີເໜືອ ປ່ອຍໂຕ ນັກສຶກສາ ເກົາຫຼີໃຕ້ ທີ່ຖືກຈັບກຸມ ມາຕັ້ງແຕ່ ເດືອນເມສາ

ທ້າວ Joo Won-moon, ນັກສຶກສາເກົາຫຼີໃຕ້ ທີ່ຮຽນຢູ່ມະຫາວິທະຍາໄລ New York, ກຳລັງໃຫ້ການສຳພາດ ຢູ່ໂຮງແຮມ Koryo ໃນ ນະຄອນພຽງຢາງ ຂອງເກົາຫຼີເໜືອ, ວັນທີ 14 ກໍລະກົດ 2015.

ເກົາຫຼີ​ເໜືອ ກ່າວ​ວ່າ ຕົນ​ກຳລັງຈະປ່ອຍນັກ​ສຶກສາ ​ມະຫາ
ວິທະຍາ​ໄລ ​ເກົາຫຼີ​ໃຕ້ ທີ່​ຕັ້ງຖິ່ນ​ຖານຢູ່​ໃນ​ສະຫະລັດ ຜູ້​ທີ່​ໄດ້​
ຖືກ​ຄຸມ​ຂັງ ຢູ່​ໃນ​ປະ​ເທດ​ຄອມ​ມິ​ວນິສດັ່ງກ່າວ​ ​ຕັ້ງ​ແຕ່​ຜູ້ກ່ຽວ​
ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ ​ຢ່າງ​ຜິດ​ກົດໝາຍ ​ເກືອບ 6 ​ເດືອນ
​ ຜ່ານມານັ້ນ.

ກະຊວງ​ເຕົ້າ​ໂຮມ​ຊາດ​ເກົາຫຼີ​ໃຕ້ ກ່າວ​ວ່າ ທ້າວ Joo Won-
moon ​ໄວ 21 ປີ ຈະ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ​ໃນ​ວັນ​ຈັນ​ມື້​ນີ້
ຜ່ານ​ເຂດຊາຍ​ແດນສັນຍາຢຸດ​ຍິງ ​ບ້ານ Panmunjom. ​
ເຈົ້າໜ້າ​ທີ່ ສູນ​ກາງ​ຂ່າວທາງ​ການຂອງພຽງ​ຢາງ ​ກ່າວ​ວ່າ ທ້າວ
Joo ​ໄດ້​ຖືກ​ຈັບ​ກຸມ ​ເມື່ອ​ວັນ​ທີ 22 ​ເມສາ ຫຼັງຈາກ​ຂ້າມຊາຍ​ແດນ
​ມາຈາກ​ເມືອງ Dandong ຂອງ​ຈີນ.


ທ້າວ Joo ​ໄດ້​ຕັ້ງຖິ່ນ​ຖານ ຢູ່​ໃນ​ສະຫະລັດ ​ແລະ​ມີ​ຖານະ​ເປັນ​ຜູ້​ອາ​ໄສ ​ບ່ອນ​ທີ່​ຜູ້ກ່ຽວ ​ໄດ້ດຳ
ລົງຊີວິດ ນັບ​ຕັ້ງ​ແຕ່​ປີ 2001 ​ເປັນຕົ້ນມາ ​ແລະ ​ໄດ້ເປັນ​ນັກ​ສຶກສາ ຢູ່​ທີ່​ມະຫາວິທະຍາ​ໄລ
New York. ລາວ​ຖືກ​ນຳ​ຕົວ​ໄປ​ຫາ ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ ​ເມື່ອ​ເດືອນ​ແລ້ວ​ນີ້ ​ຢູ່ໃນ
​ພຽງ​ຢາງ ​ແລະໃຫ້​ອ່ານ ອັນ​ທີ່​ປາກົດ​ວ່າ ​ເປັນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ຂອງ​ທາງ​ການ ທີ່
ໄດ້​ຖືກຕຽມ​ມາໄວ້ລ່ວງ​ໜ້າ ຊຶ່ງ​ເປັນ​ການ​ຍອມຮັບ​ ຄວາມຜິດ ​ແລະຍົກຍ້ອງລັດຖະບານ​
ເກົາຫຼີ ​ເໜືອ ສຳ​ຫລັບ​ການ​ດູ​ແລ​ທີ່​ດີ. ທ້າວ Joo ຍັງ​ໄດ້ກ່າວຕໍ່​ນັກ​ຂ່າວ CNN ທີ່​ຍອມຮັບວ່າ
​ຕົນ​ຜິດ ​ໃນ​ລະຫວ່າງ​ການ​ສຳພາດ ​ເມື່ອ​ເດືອນພຶດສະພາ ​ໂດຍກ່າວວ່າ ລາວ​ເຊື່ອ​ວ່າ
“ຈະ​ມີ​ເຫດການດີ ໃນບາງ​ສ່ວນ​ເກີດ​ຂຶ້ນ” ທີ່​ອາດ​ຈະ​ມີ​ຜົນ​ດີ ​ໃນ​ການ​ພົວພັນ​ກັນ ​
ລະຫວ່າງ ສອງເກົາ​ຫຼີ ທີ່ໄດ້​ຖືກ​ແບ່ງ​ແຍກກັນ​ຢ່າງ​ຂົມ​ຄື່ນນັ້ນ​ຄືນ​ໃໝ່.

ເຂດອາຄານອຸດສາຫະກຳ ລະຫວ່າງສອງເກົາຫຼີ ທີ່ເຫັນໄດ້ ຈາກຟາກເຂດປອດທະຫານ ຫຼື (DMZ) ທີ່ແບ່ງແຍກເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຢູ່ໃນຮູບພາບ ທີ່ຖ່າຍຈາກ ຫໍສຳຫຼວດ Dora ຢູ່ທີ່ເມືອງ Paju ທີ່ຫ່າງຈາກນະຄອນຫຼວງໂຊລ 55 ກິໂລແມັດທາງກ້ຳເໜືອ.

ເກົາຫຼີ ໃຕ້ ​ໄດ້​ຍ້ອງຍໍ ​ເກົາຫຼີ​ເໜືອ ສຳ​ຫລັບ​ການ​ຕັດ​ສິນ​ໃຈ​ປ່ອຍໂຕ ທ້າວ ​Joo ​ແລະ ຮຽກຮ້ອງ​ໃຫ້​ພຽງ​ຢາງ ປ່ອຍ​ຕົວ ຊາວ​ເກົາຫຼີໃຕ້ ອີກ 3 ຄົນ ທີ່​ຕົນ​ໄດ້​ຈັບ​ກຸມ​ໄວ້.

ການ ​ປ່ອຍ​ຕົວ​ທ້າວ Joo ມີ​ຂຶ້ນ ກ່ອນ​ໜ້າ ກຳນົດ​ການທ້ອນໂຮມກັນ ຂອງບັນດາຄອບຄົວ ຜູ້​ທີ່​ຖືກ​ພັດ​ພາກ​ຈາກ​ກັນ ​ໂດຍ​ສົງຄາມ​ກາງ​ເມືອງ ​ຊ່ວງ​ປີ 1950-53 ທີ່​ໄດ້​ສິ້ນ​ສຸດລົງ ດ້ວຍ​ສັນຍາ​ຢຸດ​ຍິງລະຫວ່າງ ຄອມ​ມິ​ວນິສ​ເໜືອ ​ແລະ ປະຊາທິປະ​ໄຕ​ໃຕ້ ທີ່​ໜ້າ​ເປັນ​ຫ່ວງ ຊຶ່ງ​ຈະ​ມີ​ຂຶ້ນ​ໃນທ້າຍ​ເດືອນ​ນີ້.

ນັກສອນສາສະໜາ Baptist ຊາວເກົາຫຼີໃຕ້ ທ່ານ Kim Jung Wook ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜື້ອ.

Your browser doesn’t support HTML5

Koreas US Student