ເກົາຫຼີເໜືອ ຂົ່ມຂູ່ຈະຕອບໂຕ້ແບບ ‘ບໍ່ເຄີຍມີມາກ່ອນ’ ຕໍ່ການຊ້ອມລົບຂອງ ສະຫະລັດ ແລະ ເກົາຫຼີໃຕ້

ພວກທະຫານກອງທັບບົກຂອງເກົາຫຼີໃຕ້ ກຳລັງລາດຕະເວນ ຢູ່ເລາະຕາມຮົ້ວໜາມໝາກຈັບ ໃນເມືອງປາຈູ ຂອງເກົາຫຼີໃຕ້, ໃກ້ກັບເຂດຊາຍແດນຕິດເກັບເກົາຫຼີເໜືອ, ວັນທີ 16 ກຸມພາ 2023.

ເກົາຫຼີເໜືອ ໄດ້ເຕືອນໃນວັນສຸກມື້ນີ້ ກ່ຽວກັບການຕອບໂຕ້ ທີ່ບໍ່ເຄີຍມີມາກ່ອນ ຖ້າຫາກສະຫະລັດ ແລະເກົາຫຼີໃຕ້ ຍັງຈະເດີນໜ້າຕໍ່ໄປກັບແຜນການຊ້ອມລົບທາງທະຫານຮ່ວມກັນ ເຊິ່ງເມື່ອມໍ່ໆມານີ້ ໄດ້ເພີ້ມທະວີຂຶ້ນ ເຊິ່ງເປັນການຕອບໂຕ້ຕໍ່ການທົດລອງອາວຸດຂອງເກົາຫຼີເໜືອ.

ໃນຄຳເຫັນທີ່ພິມ​ເຜີຍແຜ່ໂດຍ ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ກະຊວງການຕ່າງປະເທດຂອງເກົາຫຼີເໜືອ ໄດ້ທຳ​ນາຍວ່າ ແຫຼມເກົາ “ຈະຕົກລົງສູ່ວົງວຽນແຫ່ງຄວາມເຄັ່ງຕຶງທີ່ທະວີຄວາມຮຸນແຮງຂຶ້ນອີກເທື່ອນຶ່ງ” ຖ້າສະຫະລັດ ແລະເກົາຫຼີໃຕ້ ເດີນໜ້າ​ທຳ​ການຊ້ອມລົບ.

ໃນພາບນີ້ທີ່ສະໜອງໂດຍ ລັດຖະບານເກົາຫຼີເໜືອ, ສະແດງໃຫ້ເຫັ ທ່ານກິມ ຈົງ ອຶນ, ຢູ່ກາງເບື້ອງຊ້າຍ, ແລະລູກສາວຂອງທ່ານ ເຂົ້າຮ່ວມຊົມ ການສວນສະໜາມ ທາງການທະຫານ ທີ່ເປັນຂີດໝາຍ ການສ້າງຕັ້ງກອງທັບປະຊາຊົນເກົາຫຼີ ຄົບຮອບ 75 ປີ ຢູ່ຈັດຕຸລັດ ກິມ ອີລ ຊັງ ໃນນະຄອນຫຼວງພຽງຢາງin, ເກົາຫຼີເໜືອ, ວັນທີ 8 ກຸມພາ 2023.

ຖະແຫລງການຂອງເກົາຫຼີເໜືອ ໄດ້ກ່າວອີກວ່າ “ໃນກໍລະນີ ທີ່ສະຫະລັດ ແລະ ເກົາຫຼີໃຕ້ ດຳເນີນການຊ້ອມລົບທາງການທະຫານ ຕາມແຜນການ ທີ່ພວກເຂົາໄດ້ປະກາດໄປແລ້ວນັ້ນ.....ພວກເຂົາຈະປະເຊີນກັບການໂຕ້ຕອບ ຢ່າງບໍ່ລົດລະ ແລະແຂງແກ່ນ ແບບບໍ່ເຄີຍມີມາກ່ອນ.”

ເມື່ອຕອນເຊົ້າວັນສຸກມື້ນີ້ ກອງທັບຂອງເກົາຫຼີໃຕ້ ໄດ້ປະກາດວ່າ ຕົນຈະທຳການຊ້ອມແບບ “ເທິງໜ້າໂຕະ (tabletop)” ໝາຍເຖິງການຊ້ອມ ທີ່ຄູ່ພາຄີປຶກສາຫາລືກັນ ກ່ຽວກັບບົດບາດຂອງແຕ່ລະຝ່າຍ ໃນກໍລະນີສຸກເສີນ ເຊິ່ງມີລັກສະນະແບບຫ້ອງຮຽນ ຢູ່ທຳນຽບຫ້າແຈ ໃນວັນພຸດຜ່ານມານີ້ ທີ່ຈະຈຳລອງການໂຈມຕີດ້ວຍນິວເຄລຍຂອງເກົາຫຼີເໜືອ.

ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ກ່າວຕື່ມວ່າ ການຊ້ອມບົນພື້ນຖານຂອງການປຶກສາຫາລື ຈະຕິດຕາມມາດ້ວຍ ການເດີນທາງໄປຢ້ຽມຢາມຖານທັບ​ຂອງກອງທັບເຮືອສະຫະລັດ ໃນລັດຈໍເຈຍ ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ ທີ່ເປັນທ່າກຳ​ປັ່ນເຮືອດຳນ້ຳພະລັງນິວເຄລຍຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ