ເກົາຫຼີເໜືອ ຮັບເອົາ ຂໍ້ສະເໜີ ຂອງ ເກົາຫຼີໃຕ້ ທີ່ຈະເປີດ ການເຈລະຈາ ລະດັບສູງ

ຄົນກຳລັງເບິ່ງໂທລະພາບ ຢູ່ສະຖານີລົດໄຟ ໃນນະຄອນໂຊລ ທີ່ສະແດງໃຫ້ເຫັນຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຸນ ກຳລັງກ່າວ ຄຳປາໄສ ໃນວັນຂຶ້ນປີໃໝ່.

ເກົາຫຼີ​ເໜືອ​ ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ເກົາຫຼີໃຕ້ ເພື່ອເປີດການເຈລະຈາລະດັບ​ສູງ​ ໃນ​ວັນ
​ອັງຄານ ທີ 9 ມັງກອນ ອາທິດຈະມາ​ ຢູ່​ບ້ານ​ສະຫງົບ​ເສິກປັນມຸນຈອມ ໃນ ເຂດປອດ
​ທະຫານ ທີ່ມີການຍາມຮັກສາການຢ່າງໜາ​ແໜ້ນ ຊຶ່ງ​ແບ່ງແຍກສອງ​ເກົາຫລີອອກຈາກ
ກັນນັ້ນ.

ອີງ​ຕາ​ມກະຊວງ​ທ້ອນ​ໂຮມຊາດຂອງ​ເກົາຫຼີໃຕ້ ​ໃນ​ຕອນ​ເຊົ້າວັນ​ສຸກມື້​ນີ້ ​ເກົາຫຼີ​ເໜືອ​ໄດ້​ສົ່ງສານສະບັບນຶ່ງທີ່​ກ່າວ​ວ່າ ຕົນ​ຈະ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງໂຊ​ລ ເພື່ອ​ພົບ​ປະກັນ​ຢູ່ບ້ານ​
ຊາຍ​ແດນ​ ​ເພື່ອ​ສົນທະນາຫາລືກ່ຽວກັບ​ການ​ປະສານ​ງານໃນການແຂ່ງຂັນ​ກິລາ​ໂອ​ລິ​ມ
ປິກ ​ແລະປັບປຸງ​ຄວາມ​ສຳພັນ​ທັງໝົດຢ່າງ​ໃດ.

​ໂຄສົກ​ກະຊວງທ້ອນໂຮມຊາດ ທ່ານ​ແບັກ ​ແຕ-​ຮຸນ ກ່າວ​ວ່າ ​ເປັນທີ່ຄາດ​ກັນວ່າ​ທັງ​ສອງ
​ຝ່າຍ ຈະນຳ​ໃຊ້ສາຍດ່ວນ​ຂ້າມ​ຊາຍ​ແດນ ທີ່ຫາກໍມີການຟື້ນຟູຫວ່າງ​ມໍ່ໆ​ມາ​ນີ້ ​ເພື່ອ​ພິຈາ
ລະນາວ່າ ​ໃຜ​ຈະ​ເປັນ​ຫົວໜ້າຜູ້ແທນຂອງແຕ່ລະຝ່າຍ ເຂົ້າຮ່ວມ ກອງ​ປະ​ຊຸ​ມ ທີ່ຈະມີຂຶ້ນ
ໃນອາທິດ​ຈະມານີ້.

ການ​ໂອ້ລົມ​ໃດໆ​ກໍຕາມ ລະຫວ່າງ​ເກົາຫຼີ​ເໜືອ ​ແລະ​ເກົາ​ຫຼີ​ໃຕ້ ແມ່ນເບິ່ງກັນວ່າ​ເປັນ
​ບາດກ້າວ​ໃນ​ທາງ​ບວກ ເພື່ອ​ປັບປຸງ​ຄວາມ​ສຳພັນ​ຢູ່ໃນ​ແຫລມ​ເກົາ​ຫຼີ ທີ່ຈະຊ່ວຍ​ໃຫ້ມີ
ສະຖຽນ​ລະ​ພາບ​ໂດຍລວມຢູ່​ໃນ​ຂົງ​ເຂດ.

ຜູ້​ຊ່ຽວຊານກ່ຽວກັບ​ເກົາຫຼີ​ ທ່ານ​ຢັງ ມູ-ຈີນ ຊຶ່ງເປັນສາສດາ​ຈານ​ຢູ່​ມະຫາວິທະ ຍາ​ໄລ​ ທີ່ທຳການສຶກສາຄົ້ນຄວ້າເລື່ອງ​ເກົາ​ຫຼີ​ເໜືອ​ ໃນ​ນະຄອນ​ໂຊ​ລ ກ່າວໃນ​ວັນ​ສຸກ​ມື້​ນີ້ວ່າ ຄວາມກ້າວໜ້າອາດ​ເປີດ​ໂອກາດ​ໃຫ້ແກ່​ທັງສອງ​ຝ່າຍ ຫາລືກ່ຽວກັບ​ບັນຫາດ້ານຄວາມ​
ປອດ​ໄພໂດຍ “ກ່າວອ້າງ ​ແລະຮັບ​ຟັງອີກ​ຝ່າ​ຍ​ນຶ່ງ.”ສາສດາ​ຈານ ມູ-ຈີນ ກ່າວ​ວ່າ “ທັງ
​ເກົາຫຼີ​ໃຕ້ ​ແລະເກົາຫຼີ​ເໜືອ ​ຕ່າງກໍ​ມີ​ຄວາມ​ສົນ​ໃຈ​ຫຼາຍ

ເດັກນ້ອຍແມ່ຍິງຄົນນຶ່ງ ຢືນຢູ່ແຄມຮົ້ວໜາມໝາກຈັບ ທີ່ມີຂໍ້ຄວາມຂຽນຕ່າງໆ ໃນຄວາມປາດຖະໜາ ທ້ອນໂຮມຄອບຄົວ ລະຫວ່າງເກົາຫຼີໃຕ້ ແລະເກົາຫຼີເໜືອ.

ສົມຄວນ ​ໃນ​ການ​ເປີດ​ຄວາມ​ສຳພັນໃຕ້​-ເໜືອ ​ແລະ​ມີ​ຄວາມ​ຕັ້ງ​ໃຈ​ທີ່ຈະປັບ​ປຸງ​ຄວາມ
​ສຳພັນ​ສອງ​ຝ່າຍ ​ເພາະສະ​ນັ້ນໃນ​ເວລາ​ນີ້ ການ​ເຈລະຈາໃນ​ລະດັບສູງ ແມ່ນຈະ​ເພັ່ງ
ເລັງ​ໃສ່​ ການປະກອບສ່ວນຂອງ​ເກົາ​ຫຼີ​ເໜືອ ​ເຂົ້າຮ່ວມ​ການແຂ່ງຂັນ​ກິລາ​ໂອ​ລິ​ມປິກ ທີ່
ເມືອງ​ພຽງ​ຈາງ ​ແລະ​ຍັງ​ຈະ​ຫາລືກັນກ່ຽວກັບບັນ ​ຫາດ້ານ​ຄວາມ​ປອດ​ໄພ​ອື່ນໆ. ​ເຖິງ​
ຢ່າງ​ໃດ​ກໍ​ດີ ​ເປັນ​ທີ່​ຄາດ​ກັນວ່າ​ທັງ​ສອງ​ຝ່າຍ​ຈະ​ບັນລຸ​ຂໍ້​ຕົກລົງ​ກ່ຽວກັບການ​ເຂົ້າ​ຮ່ວມ
ການແຂ່ງຂັນ​ກິລາ​ໂອ​ລິ​ມປິກຂອງ​ເກົາຫຼີ​ເໜືອ​ ​ແຕ່​ວ່າ​ໃນ​ບັນຫາ​ອື່ນໆ ​ຮວມທັງ​ເລື້ອງ
​ຄວາມ​ປອດ​ໄພນັ້ນ ​ແຕ່ລະ​ຝ່າຍຈະ​ກ່າວອ້າງ​ ​ແລະ​ຮັບຟັງ​ອີກຝ່າຍ.”

ທະຫານມາຣິນເກົາຫຼີໃຕ້ ກຳລັງຊ້ອມລົບ ຍົກພົນຂຶ້ນບົກກັບ ທະຫານສະຫະລັດ ທີ່ຫາດຊາຍໃນເກົາຫຼີໃຕ້.

ທ່ານ​ຢັງ​ເຊື່ອ​ວ່າ ການ​ກັບ​ຄືນ​ມາ​ເພື່ອເຂົ້າຮ່ວມການເຈລະຈາຢ່າງເປັນທາງການລະ
ຫວ່າງຄອມ​ມິ​ວນິສ​ເກົາ​ຫຼີ​ເໜືອແລະ​ສາທາ​ລະນະ​ລັດ​ເກົາຫຼີ​ໃຕ້ນັ້ນ ​ອາດ “ນຳ​ໄປ​ສູ່​ທິດ
ທາງ​ໃນທາງບວກ ຂອງການ​ເຮັດໃຫ້​ແຫລມ​ເກົາຫຼີ ເປັນເຂດປອດນິວ ເຄລຍ.

ການ​ປະກາດ​ຂອງ​ເກົາຫຼີ​ເໜືອ​ໃນ​ວັນ​ສຸກ​ມື້​ນີ້ ມີ​ຂຶ້ນ​ບໍ່​ດົນຫລັງ​ຈາກສະຫະລັດແລະ​ເກົາ
ຫຼີໃຕ້ ​ໄດ້​ຕັດສິນ​ໃຈ​ເລື່ອນເວລາອອກໄປໃນການ​ຊ້ອມລົບ​ຮ່ວມທາງ​ທະຫານ ຈົນ​ກວ່າ​
ຫລັງ​ຈາກ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ເດືອນ​ໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Korea