ເກົາຫລີເໜືອ ຈະເປີດກອງປະຊຸມໃຫຍ່ຂອງພັກກຳມະກອນ ທີ່ປົກຄອງປະເທດ ຢູ່ໃນເວ ລານີ້ ຕາມທີ່ໄດ້ມີການຄາດໝາຍກັນໄວ້ ໃນວັນທີ 6 ເດືອນພຶດສະພາຈະມາເຖິງນີ້.
ການປະກາດໃນວັນພຸດມື້ນີ້ ໂດຍອົງການຂ່າວສູນກາງຫຼື KCNA ຂອງທາງການເກົາຫຼີ ເໜືອ ບໍ່ໄດ້ກ່າວວ່າ ຈະມີການປະຊຸມກັນດົນປານໃດ ແລະກໍບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບລາຍການປະຊຸມ. ແຕ່ບັນດາຜູ້ສັງເກດການເຊື່ອວ່າ ທ່ານ Kim Jong Un ຜູ້ນຳເກົາຫລີເໜືອ ຈະໃຊ້ກອງປະຊຸມນີ້ ເພື່ອເສີມອຳນາດຂອງຕົນ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍໃຫ້ການຢືນຢັນຕໍ່ການກ່າວອ້າງ ຫວ່າງບໍ່ດົນມານີ້ເຖິງຄວາມກ້າວໜ້າກ່ຽວກັບໂຄງ ການນິວເຄລຍແລະ ລູກສອນໄຟຂີປະນາວຸດ ຂອງເກົາຫລີເໜືອ. ບັນດານັກວິເຄາະຍັງ ຈະໃຫ້ຄວາມສົນໃຈຢ່າງໃກ້ຊິດ ຕໍ່ການປ່ຽນແປງນະໂຍບາຍໃດໆ ຫຼືສັບປ່ຽນໜ້າທີ່ຂອງ ບັນດາເຈົ້າໜ້າທີ່ຄົນສຳຄັນ.
ເກົາຫລີເໜືອໄດ້ທຳການຍິງລູກສອນໄຟຢ່າງຕໍ່ເນຶ່ອງໃນໄລຍະບໍ່ເທົ່າໃດອາທິດທີ່ຜ່ານ ມາເພື່ອທ້າທາຍຕໍ່ການລົງໂທດຄັ້ງໃໝ່ທີ່ເຂັ້ມແຂງກວ່າເກົ່າ ໂດຍອົງການສະຫະປະຊາ ຊາດຕໍ່ການທົດລອງນິວເຄລຍ ຄັ້ງທີສີ່ ໃນເດືອນມັງກອນທີ່ຜ່ານມາ ແລະການທົດລອງ ລູກສອນໄຟຂີປະນາວຸດໃນເດືອນຕໍ່ມາຂອງເກົາຫລີເໜືອນັ້ນ ແລະເກົາຫຼີໃຕ້ໄດ້ເຕືອນ ວ່າ ພຽງຢາງຈະທຳການທົດລອງນິວເຄລຍເທື່ອທີຫ້າ ບໍ່ນານກ່ອນກອງປະຊຸມໃຫຍ່ພັກກຳມະກອນຈະເລີ້ມຂຶ້ນ.
ກອງປະຊຸມໃຫຍ່ຂອງພັກ ໃນເດືອນໜ້ານີ້ ແມ່ນເປັນຄັ້ງທີເຈັດ ນັບແຕ່ໄດ້ມີການກໍ່ຕັ້ງ ເກົາຫລີເໜືອ ໃນທ້າຍຊຸມປີ 1940 ແລະເປັນເທື່ອທຳອິດ ນັບແຕ່ປີ 1980 ເປັນຕົ້ນມາ ເວລາມື້ລາງ ບິດາຂອງທ່ານ Kim ຄືທ່ານ Kim Jong II ໄດ້ປາກົດໂຕເປັນຜູ້ສືບທອດ ຕຳແໜ່ງແທນບິດາຂອງທ່ານເອງ ຜູ້ກໍ່ຕັ້ງເກົາຫລີເໜືອ ທ່ານ Kim II Sung.
Your browser doesn’t support HTML5