ພຽງຢາງໄດ້ຕັດສິນລົງໂທດ ຜູ້ຊາຍອາເມຣິກັນເຊື້ອສາຍເກົາຫຼີຄົນນຶ່ງ ໃຫ້ອອກແຮງງານ ໜັກເປັນເວລາ 10 ປີ ຍ້ອນຫາທາງບ່ອນທຳລາຍລັດຖະບານ.
ສານແຫ່ງນຶ່ງຂອງເກົາຫລີເໜືອໄດ້ຕັດສິນລົງໂທດຈຳຄຸກທ້າວ Kim Dong Chul ໃນວັນ ສຸກມື້ນີ້.
ທ້າວ Kim ໄດ້ຮັບສາລະພາບ ໃນເດືອນແລ້ວນີ້ວ່າ ຜູ້ກ່ຽວພະຍາຍາມ ທີ່ຈະລັກຂະໂມຍ ເອົາຄວາມລັບທາງທະຫານ ຂອງເກົາຫຼີເໜືອ ແລະໄດ້ຮ້ອງຂໍຄວາມເມດຕາກະລຸນາ ເວ ລາຜູ້ກ່ຽວໄດ້ຖືກນຳໄປປາກົດໂຕຕໍ່ໜ້າສື່ມວນຊົນທີ່ນະຄອນພຽງຢາງໃນເດືອນມີນາຜ່ານ ມາ.
ທ້າວ Otto Warmbier ຮ້ອງໄຫ້ ຢູ່ໃນຮູບພາບ ທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ.
ລາວໄດ້ສາລະພາບນຶ່ງອາທິດຕໍ່ມາ ຫລັງຈາກເກົາຫຼີເໜືອໄດ້ຕັດສິນລົງໂທດໃຫ້ນັກສຶກສາ ອາເມຣິກັນທ້າວ Otto Warmbier ອອກແຮງງານໜັກເປັນເວລາ 15 ປີ ຍ້ອນໄດ້ລັກເອົາ ປ້າຍໂຄສະນາຂອງເກົາຫຼີເໜືອ.
ທັງທ້າວ Kim ແລະທ້າວ Warmbier ຕ່າງກໍໄດ້ຍອມຮັບຕໍ່ຂໍ້ຫາຂອງເຈົ້າໜ້າທີ່ ແຕ່ພວກ ນັກສັງເກດການກ່າວວ່າ ການຍອມຮັບຂອງທັງສອງຄົນແມ່ນມີທ່າທາງວ່າຖືກບັງຄັບ.
ການຕັດສິນໂທດທ້າວ Kim ແລະທ້າວ Warmbier ມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ້ມ ທະວີຂຶ້ນຫຼັງຈາກການທົດລອງນິວເຄລຍແລະຍິງລູກສອນໄຟໄລຍະໄກຂອງເກົາຫຼີເໜືອ. ທັງວໍຊິງຕັນ ໂຊລ ແລະໂຕກຽວ ຕ່າງກໍສັ່ງໃຫ້ ກອງທັບຂອງຕົນກຽມພ້ອມ ເພື່ອເປັນການຕອບໂຕ້ຕໍ່ການທົດລອງດັ່ງກ່າວ. ກຳລັງຂອງສະຫະ ລັດແລະເກົາຫຼີໃຕ້ໄດ້ທຳການຊ້ອມ ລົບຮ່ວມທາງທະຫານປະຈຳປີ.
Your browser doesn’t support HTML5
North Korea Prisoner