ນັກສອນສາສະໜາ ການາດາ ເຊື້ອສາຍເກົາຫຼີ ຖືກກັກຂັງ ໃນ ເກົາຫລີເໜືອ

ຮູບພາບ ນັກສອນສາສະໜາ Hyeon Soo Lim ຈາກໂບດ Light Korean Presbyterian Church ທີ່ປະເທດ ການາດາ.

ນັກສອນສາສະໜາ ຊາວການາດາເຊື້ອສາຍ​ເກົາ​ຫລີຄົນ​ນຶ່ງ ​ທີ່
ຖືກ​ກັກ​ຂັງ​ ໃນ ​ເກົາຫລີ​ເໜືອ ນັບ​ແຕ່​ເດືອນ​ມັງ​ກອນທີ່​ຜ່ານ​ມາ ​
ມີລາຍງານ​ວ່າ ໄດ້ຮັບ​ສາລະ ພາບ​ວ່າ ເປັນຜູ້ວາງ​ແຜນໃນອັນ​ທີ່
​ຮ້ອງ​ວ່າການເຄື່ອນໄຫວເພື່ອບ່ອນທຳລາຍເກົາຫລີ​ເໜືອ.

ອົງການ​ຂ່າວ​ຂອງທາງ​ການ​ພຽງ​ຢາງ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້
​ວ່າ ພະອາຈານ Hyeon Soo Lim ຈາກໂບດ Light Korean
Presbyterian ​ໃນ​ນະຄອນ Toronto ​ໄດ້​ຮັບ​ສາລະພາບ ​ໃນ​
ລະຫວ່າງ​ກອງ​ປະຊຸມຖະແຫຼງ​ຂ່າວວ່າ “ວາງ​ແຜນບ່ອນທຳລາຍ
ແລະເຮັດກິດຈະ​ການ​ຕ່າງໆ​ທີ່ບໍ່ດີ ໃນຄວາມພະຍາຍາມເພື່ອ
ສ້າງຕັ້ງປະ​ເທດທີ່ນັບຖື​ສາສະໜາຂຶ້ນໃນ ສປປ ເກົາຫຼີ.”

​ໂຄສົກຍິງກະຊວງ​ຕ່າງປ​ະ​ເທດ​ກາ​ນາ​ດາຄົນ​ນຶ່ງ ​ກ່າວ​ວ່າ “ກາ​ນາ​ດາ ມີ​ຄວາມ​ເປັນ​ຫ່ວງ​ທີ່
​ສຸດກ່ຽວກັບຄະດີຂອງພະອາຈານ Lim​. ພວກ​ເຮົາຈະສືບຕໍ່​ໃຫ້ການ ສະໜັບດ້ານ​ກົງ​ສຸນ
ແລະຫາທາງແກ້ໄຂໃນ​ເລື້ອງ​ນີ້.

ທ່ານ​ນາງ ບໍ່​ໄດ້​ໃຫ້​ຂໍ້ມູນ ຫລື​ຄວາມເຫັນ​ໃດໆ​ກ່ຽວ​ກັບ​ລາຍ​ງານ​ການຮັບ​ສາ ລະພາບຂອງ
ພະອາຈານ Lim.

ບັນດາ​ພະ​ນັກ​ງານ ທີ່​ໂບດ​ຂອງພະອາຈານ Lim ໃນນະຄອນ Toronto ກ່າວ​ວ່າ ທ່ານ​ໄດ້​ເດີນທາງ​ໄປເກົາຫລີ​ເໜືອ ຫລາຍ​ກວ່າ 100 ​ເທື່ອແລ້ວ ​ແລະ​ໄດ້​ຊ່ວຍ​ສ້າງ​ບ່ອນລ້ຽງເດັກ
ກຳພ້າ ​ແລະບ່ອນເບິ່ງຜູ້​ເຖົ້າ ພ້ອມ​ດ້ວຍ​ການ​ປະຕິບັດ​ງານ​ດ້ານ​ມະນຸດ​ສະ​ທຳ​ອື່ນໆອີກ.

​ເກົາຫລີ​ເໜືອກ່າວ​ວ່າ ສິ່ງ​ເຫລົ່າ​ນັ້ນ​ເປັນ​ພຽງເຄື່ອງບັງໜ້າ ເພື່ອ​ປົກ​ປິດການ ເຄື່ອນໄຫວ
ບ່ອນທຳລາຍ​ຕ້ານ​ເກົາຫລີ​ເໜືອ.

ບັນດາ​ສະມາຊິກ​ໂບດ ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຍິນ​ຂ່າວຈາກພະອາຈານ Lim ຕັ້ງ​ແຕ່​ທ່ານ
​ໄດ້​ເລີ້ມການຢ້ຽມຢາມເກົາຫລີ​ເໜືອ ​ໃນ​ເດືອນ​ມັງກອນທີ່​ຜ່ານ​ມາ.

​ເກົາຫລີ​ເໜືອ ມີ​ປະຫວັດ​ການ​ຈັບ​ກຸມ ບັນດາ​ນັກ​ເຜີຍແຜ່​ສາສະໜາ ​ແລະ​ລົງ​ໂທດ​ເຂົາ​ເຈົ້າ
​ເປັນ​ເວລາ​ນານ. ຈຳນວນ​ນຶ່ງ ຮວມທັງ​ຊາວ​ອາ​ເມຣິກັນ ຊຶ່ງ​ຕໍ່​ມາ​ໄດ້​ຖືກປ່ອຍ​ໂຕ ຫລັງ​ຈາກ
​ການ​ເຂົ້າ​ພົວພັນ ​ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ທັງໃນ​ປັດຈຸບັນ ຫລື​ໃນ​ອະດີດ.

Your browser doesn’t support HTML5

Noth Korea Canedian Pastor