ຄະນະກຳມະການ ສະພາສູງ ສະຫະລັດ ຄາດວ່າ ຈະຮັບຜ່ານ ມາຕະການ ລົງໂທດ ເກົາຫຼີເໜືອ

ປະທານຄະນະກຳມະການ ພົວພັນຕ່າງປະເທດ ຂອງສະພາສູງ ທ່ານ Bob Corker ກ່າວວ່າ ທ່ານຄິດວ່າ ຮ່າງກົດໝາຍ ຂອງລັດຖະສະພາ ຈະຮັບມືກັບ ມາດຕະການລົງໂທດ ເກົາຫຼີເໜືອ ແມ່ນການປັບປຸງ ທີ່ມີຄວາມສຳຄັນແກ່ ກົດໝາຍສະພາຕ່ຳ.

ຄາດ​ວ່າ ບັນດາສະມາຊິກລັດຖະສະພາສະຫະລັດ ໃນວັນພະຫັດ ມື້ນີ້ຈະ​ເອົາອີກບາດກ້າວໜຶ່ງ ​ເພື່ອເພີ່ມມາດຕະການລົງໂທດຕໍ່ ເກົາຫຼີເໜືອ ເມື່ອຄະນະກຳມະການໜຶ່ງຂອງສະພາສູງລົງ​ຄະ​ແນນ​ສຽງ​ ກ່ຽວ​ກັບ ມາດຕະການລົງໂທດ ບໍ່ເທົ່າໃດສັບປະດາຫຼັງຈາກ ພຽງຢາງ ໄດ້ອ້າງວ່າຕົນໄດ້ທົດລອງລະເບີດ Hydrogen.

ທ່ານ Bob Corker ປະທານ​ກຳມະການ​ ຄວາມ​ສຳພັນ​ກັບ​ຕ່າງປະ​ເທດຂອງ​ສະພາ​ສູງ​ສະຫະລັດ ທີ່​ສັງກັດພັກ ຣີພັບບລີກັນ ໄດ້ກ່າວ ວ່າ “ຕົນຈະຕັ້ງຂໍ້ບັງຄັບມາດຕະການລົງໂທດຕໍ່ເກົາຫຼີເໜືອ​ເອງ ແຕ່ວ່າສ່ວນ​ບຸກຄົນ ​ແລະ​ ອົງ​ກອນທີ່ໃຫ້ການສະໜັບສະໜູນ ຄວາມພະຍາຍາມບາງຢ່າງ ອາດຈະເກີດຂຶ້ນຢູ່ພາຍໃນປະເທດ.”

ຄະນະກຳມະການດັ່ງກ່າວຄາດວ່າ ຈະ​ໃຫ້ການ​ອະນຸມັດ​ດ້ວຍ​ຄະ​ແນນ ສຽງ​ອັນ​ຖ້ວມ​ລົ້ນຕໍ່ມາດ ຕະການລົງໂທດ ເກົາຫຼີເໜືອ ສະບັບຂອງສະພາສູງ ເຊິ່ງກ່ອນໜ້ານີ້ສະພາຕ່ຳໄດ້ຮັບຜ່ານ​ໄປ ແລ້ວ​ດ້ວຍຄະແນນສຽງ 418 ຕໍ່ 2 ໃນຕົ້ນເດືອນນີ້. ຕໍ່ໄປຮ່າງກົດໝາຍນີ້ ຈະຖືກສົ່ງໄປ​ໃຫ້ສະ ພາສູງຄົບຄະນະ, ເຊິ່ງຜູ້ນຳສຽງສ່ວນຫຼາຍ​ໃນ​ສະພາ​ສູງ ທ່ານ Mitch McConnell ໄດ້ສັນຍາ ວ່າ ຈະ​ມີ​ການ​ຮັບຮອງ​ເອົາ​ນັ້ນ.

ທ່ານ Ben Cardin ສະມາຊິກ​ຄົນ​ສຳຄັນຂອງພັກເດໂມແຄຣັດ​ໃນ​ຄະ ນະ​ກຳມະ​ການ​ດັ່ງກ່າວ ໄດ້ກ່າວວ່າ “ພວກເຮົາມີຮ່າງກົດໝາຍທີ່, ໃນການພິຈາລະນາຫຼາຍດ້ານ, ແມ່ນ​ເຂັ້ມແຂງ ກວ່າຮ່າງກົດໝາຍຂອງສະ ພາຕ່ຳ. ສິ່ງທີ່ພວກເຮົາສາມາດເຮັດໄດ້ ກໍແມ່ນໃຊ້ຄວາມກົດ ດັນໃສ່ ບໍ່ພຽງແຕ່ລັດຖະບານ, ແຕ່ແມ່ນພວກຜູ້ທີ່ຢາກຈະເຮັດທຸລະກິດກັບເກົາຫຼີເໜືອ ຖ້າ ພວກເຂົາເຈົ້າເຮັດໄດ້ຂົງເຂດດັ່ງກ່າວນີ້, ມັນກໍຈະຕ້ອງມີການວາງມາດຕະການລົງໂທດ ໃສ່ກັນ.”

ຮ່າງກົດໝາຍຂອງສະພາຕ່ຳຕ້ອງໃຫ້ປະທານາທິບໍດີສະຫະລັດສືບສວນ ສອບສວນ ແລະ ລົງ ໂທດຕໍ່​ສ່ວນບຸກຄົນແລະອົງ​ກອນ​ຕ່າງໆທີ່ປະກອບ ສ່ວນເຂົ້າໃນການສ້າງລະເບີດ ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງຂອງເກົາຫຼີເໜືອການຟອກເງິນການກວດກາ ຫຼື ການລ່ວງລະເມີດສິດທິມະນຸດ.

ຮ່າງກົດໝາຍສະພາສູງ ຈະບວກຂໍ້ກຳນົດ ທີ່ແນເປົ້າໃສ່ການຂາຍແຮ່ທາດ ແລະ ໂລຫະທີ່ມີ ຄ່າຂອງເກົາຫຼີເໜືອ ເຊິ່ງເປັນແຫຼ່ງລາຍໄດ້ສຳ ຄັນຂອງພຽງ​ຢາງ. ທ່ານ Corker ໄດ້ກ່າວວ່າ ຮ່າງກົດໝາຍຍັງຈະລະບຸການເນັ້ນຢ້ຳ ກ່ຽວກັບ ປະຫວັດດ້ານສິດທິມະນຸດຂອງພຽງຢາງອີກ ດ້ວຍ.