ເກົາຫຼີເໜືອ ເປີດເຜີຍໂຕເລກຊາວໜຸ່ມແຫ່ເຂົ້າຮ່ວມສະໝັກກອງທັບຈໍານວນ 1.4 ລ້ານຄົນ

ຮູບພາບນີ້ ຖືກຖ່າຍເມື່ອວັນທີ 14 ຕຸລາ 2024 ແລະເຜີຍແຜ່ໂດຍອົງການຂ່າວເກົາຫຼີເໜືອ KCNA ໂດຍ KNS ເມື່ອວັນທີ 15 ຕຸລາ 2024 ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽງກັບຄວາມໝັ້ນຄົງ ແລະການປ້ອງກັນປະເທດ.

ອົງການຂ່າວທາງການ​ຂອງ​ເກົາຫຼີ​ເໜືອ KCNA ລາຍ​ງານ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຊາວໜຸ່ມຄົນລຸ້ນໃໝ່ປະມານ 1.4 ລ້ານຄົນ ໄດ້ສະໝັກສະໝັກຂໍເຂົ້າຮ່ວມໜ່ວຍ ງານອົງການປ້ອງກັນປະເທດໃນອາທິດນີ້, ເຊິ່ງບາງຄົນໃນເມື່ອເຄີຍເຂົ້າຮ່ວມ ກອງທັບມາກ່ອນ.

ໃນ​ຂະ​ນະ​ດຽວ​ກັນ, ສື່​ມວນ​ຊົນ​ຂອງລັດຖະບານເກົາຫຼີເໜືອ ໄດ້​ກ່າວ​ຫາ​ ເກົາ​ຫຼີ​ໃຕ້ວ່າ ການສົ່ງໂດຣນເຂົ້າໄປໃນ ເກົາຫລີເໜືອ ສົ່ງຜົນເຮັດໃຫ້ “ສະຖານະການ ມີຄວາມເຄັ່ງຕຶງ ແລະເຂົ້າໃກ້ສົງຄາມຍິ່ງຂຶ້ນ.”

ແຕ່ທີ່ຜ່ານມາ, ລັດຖະບານ​ໂຊລປະ​ຕິ​ເສດ​ທີ່​ຈະ​ກ່າວຝ່າຍທະຫານ ​ຫຼື ​ພົນລະ​ເຮືອນ​ຂອງ​ຕົນ​ໄດ້​ສົ່ງໂດຣນທີ່ລັດຖະບານພຽງຢາງ​ອ້າງ​ ເຂົ້າໄປ​ໃນ​ເກົາຫຼີ​ເໜືອ.

ອົງການຂ່າວ KCNA ກ່າວ​ວ່າ ຄົນ​ລຸ້ນ​ໃໝ່​ເຫຼົ່າ​ນີ້ ​ຕັ້ງ​ໃຈ​ທີ່​ຈະ​ຕໍ່ສູ້ “ໃນສົງຄາມ ອັນສັກສິດ ເພື່ອທໍາລາຍລ້າງສັດຕູ.”

ຮູບພາບປະກອບຂ່າວສະແດງໃຫ້ເຫັນວ່າ ມີຊາຍໜຸ່ມ ຍິງ-ສາວ ພາກັນມາລົງ ທະບຽນຢູ່ສະຖານທີ່ແຫ່ງນຶ່ງທີ່ບໍ່ໄດ້ລະບຸວ່າ ຢູ່ຂົງເຂດໃດ.

ຄຳ​ກ່າວອ້າງ​ຂອງ​ລັດຖະບານພຽງ​ຢາງໃນຄັ້ງນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງສອງ​ເກົາຫຼີ ​ເພີ້ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ໃນກ່ອນ​ໜ້າ​ນີ້, ​ເມື່ອ​ມີ​ບັນຍາກາດ​ແຫ່ງ​ການ​ຂັດ​ແຍ້​ງກັນ​ລະຫວ່າງ​ໂສມ​ແດງ ​ແລະ ໂສມ​ຂາວ​, ເກົາຫຼີ​ເໜືອ ​ຍັງ​ມັກ​ປະກາດ​ການ​ເຂົ້າ​ຮ່ວມກອງທັບຂອງ​ຊາວ​ໜຸ່ມ​ລຸ້ນໃໝ່ເຊັ່ນກັນ.

ເມື່ອປີທີ່ຜ່ານມາ ສື່​ມວນ​ຊົນ​ຂອງ​ລັດຖະບານພຽງ​ຢາງກ່າວ​ວ່າ ມີປະຊາຊົນ 800,000 ຄົນ​ ໄດ້​ສະໝັກ​ໃຈ​ເຂົ້າ​ຮ່ວມ​ກອງທັບ​ເພື່ອ​ຕໍ່ສູ້​ກັບ ​ສະຫະລັດ.

ນອກຈາກນັ້ນ, ເມື່ອ 7 ປີກ່ອນຫນ້ານີ້ ອົງການຂ່າວທາງການລາຍງານວ່າ ແຮງງານ ພ້ອມ​ທັງ​ສະມາຊິກ​ພັກ ​ແລະອະດີດ​ທະຫານ​ທັງ​ໝົດ 3.5 ລ້ານ​ຄົນ​ໄດ້​ຂໍ​ເຂົ້າຮ່ວມການ​ເປັນ​ທະຫານກັບກອງທັບ.

ອົງການຂ່າວ Reuters ລາຍງານວ່າ ມັນເປັນການຍາກທີ່ຈະຢືນຢັນຄວາມຖືກ ຕ້ອງຂອງການກ່າວອ້າງເຫຼົ່ານີ້ໂດຍ ເກົາຫຼີເໜືອ.

ຂໍ້ມູນຈາກສະຖາບັນ ​ສະ​ຖາ​ບັນ​ສໍາ​ລັບ​ການ​ສຶກ​ສາ​ດ້ານຍຸດ​ທະ​ສາດສາກົນ ຫຼື IISS ລະບຸອອກມາວ່າ ເກົາ​ຫຼີ​ເໜືອ​ມີ​ທະ​ຫານຢູ່ໃນກອງທັບຈໍານວນ 1.28 ລ້ານ​ຄົນ​ ​ແລະຍັງມີທະຫານສໍາຮອງອີກຈໍານວນ 600,000 ຄົນ.

ອົງການ IISS ຍັງ​ກ່າວ​ອີກວ່າ ໂສມແດງ (ເກົາຫຼີເໜືອ) ​ຍັງ​ມີ​ກຸ່ມ​ທີ່​ເປັນ​ກຳລັງ​ສຳຮອງ​ພາຍ​ໃຕ້​ໜ່ວຍແຮງງານກຳມະກອນ ແລະຊາວນາ ເຊິ່ງຮ້ອງວ່າ ທະຫານກອງແດງ ກຳມະກອນ-ຊາວນາ ຫຼື Worker/Peasant Red Guard ຈໍານວນ 5.7 ລ້ານຄົນ, ແຕ່ຫຼາຍກຸ່ມເຫຼົ່ານີ້ ບໍ່ໄດ້ປະກອບອາວຸດ.

ຫຼ້າສຸດ, ໃນວັນອັງຄານແລ້ວນີ້ ​ເກົາຫຼີ​ເໜືອ​ໄດ້​ລະ​ເບີດ​ບາງ​ສ່ວນ​ຂອງ​ຖະໜົນແລະ​ເສັ້ນທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ສອງເກົາຫລີ​ ໃນຝັ່ງຂອງຕົນ ​ເຮັດ​ໃຫ້ ​ເກົາຫລີ​ໃຕ້ ​ຍິງ​ປືນ​ເຕືອນ​ຫຼາຍ​ຄັ້ງ.

ໃນອາທິດ​ແລ້ວ​ນີ້, ພຽງ​ຢາງ​ກ່າວ​ວ່າ ​ຈະທໍາການ​ຕັດ​ເສັ້ນທາງ​ລົດ​ໄຟ​ທັງ​ໝົດ​ລະຫວ່າງ​ສອງ​ເກົາຫຼີ, ​ເຊິ່ງ​ເປັນ​ສັນຍານ​ອີກ​ສັນຍານອັນ​ນຶ່ງ​ທີ່​ເຫັນໄດ້​ວ່າ ​ເກົາຫຼີ​ເໜືອ​ ຢາກ​ແຍກ​ຕົວ​ອອກ​ຈາກ​ ເກົາຫຼີ​ໃຕ້​ ຢ່າງ​ຈະ​ແຈ້ງ. ແລະຕ້ອງການ​ປະ​ຖິ້ມ​ຄວາມ​ພະ​ຍາ​ຍາມໃນການລວມປະເທດ​ທີ່​ມີ​ມາ​ແຕ່​ດົນ​ນານ​.​

ທາງດ້ານເຕັກນິກ, ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແມ່ນຍັງຢູ່ໃນສະຖານະການສົງຄາມ ລຸນຫຼັງສົງຄາມເກົາຫຼີໃນຊຸມປີ 1950 ຫາ 53, ເນື່ອງຈາກຍັງບໍ່ໄດ້ເຊັນສົນທິສັນຍາສັນຕິພາບຮ່ວມກັນ.

ອົງການຂ່າວ KCNA ກ່າວ​ວ່າ ຖ້າສົງຄາມຫາກ​ເກີດ​ຂຶ້ນ, ​ເກົາຫຼີ​ໃຕ້ ​ຈະ​ຖືກ “ລຶບ​ລ້າງອອກຈາກ​ແຜນທີ່.”

ໃນວັນອາທິດແລ້ວນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ຖະ​ບານໂຊ​ລອອກ​ມາເຕືອນ​ວ່າ ຖ້າ ເກົາ​ຫຼີ​ເໜືອ ​ກໍ່ອັນຕະລາຍຕໍ່ປະຊາຊົນ​ຊາວ ​ເກົາ​ຫຼີ​ໃຕ້ “ມື້ນັ້ນ ຈະເປັນມື້ສຸດທ້າຍຂອງລະບອບ ເກົາຫຼີເໜືອ,” ອີງຕາມອົງການຂ່າວ ຢອນຮັບ (Yonhap).