ເກົາຫຼີເໜືອ ທົດລອງຍິງລູກສອນໄຟ 3 ລູກ ໃນວັນອັງຄານມື້ນີ້ ນຶ່ງສັບປະດາຫຼັງຈາກທີ່ຕົນໄດ້ຂົ່ມຂູ່ທີ່ຈະຕອບໂຕ້ຕໍ່ເກົາຫຼີໃຕ້ ກ່ຽວກັບການຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ຍິງມາໃນລະດັບສູງທີ່ເອີ້ນວ່າ THAAD ນັ້ນ.
ສະຫະລັດ ແລະເກົາຫຼີໃຕ້ ໄດ້ກ່າວວ່າ ການທົດຍິງລອງລູກສອນໄຟ ຂອງ Pyongyang
ໃນເຊົ້າວັນອັງຄານມື້ນີ້ ເບິ່ງຄືວ່າຈະແມ່ນລູກສອນໄຟ Scud ຫຼື Rodong ໄລຍະປານກາງ ທີ່ສາມາດຍິງໃນລັດສະໝີ 500 ຫາ 600 ກິໂລແມັດ ກ່ອນທີ່ມັນຈະໄດ້ຕົກລົງໄປໃສ່ທະເລທາງກ້ຳຕາເວັນອອກຂອງແຫຼມເກົາຫຼີ.
ໂຕກຽວ ໄດ້ປະນາມການທົດລອງລູກສອນໄຟ ຫຼາຍໆລູກຂອງເກົາຫຼີເໜືອ ແລະໄດ້ກ່າວວ່າ ຕົນຈະເພີ້ມການປະສານງານກັບສະຫະລັດ ແລະເກົາຫຼີໃຕ້ ເພື່ອຮັບມືກັບການຂົ່ມຂູ່ທີ່ຍັງມີ ຢູ່ຕໍ່ມານັ້ນ.
“ພວກເຮົາຂໍຮຽກຮ້ອງໃຫ້ເກົາຫຼີເໜືອ ລະເວັ້ນຈາກກິດຈະການລູກສອນໄຟໃດໆຕື່ມອີກ ແລະຈະນຳໃຊ້ທຸກມາດຕະການທີ່ຈຳເປັນ ເພື່ອຮັບມືກັບສະຖານະການ ທີ່ອາດຈະມີຂຶ້ນ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ນາຍພົນ Nakatani.
ການຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ຍິງມາໃນລະດັບສູງ (THAAD) ທີ່ ຕ້ານຢັນລູກສອນໄຟ ທີ່ໄດ້ທົດລອງຍິງ, ພາບທີ່ບໍ່ລົງວັນທີ ຈາກກະຊວງການຕ່າງປະເທດ.
ກອງບັນຊາການ ປ້ອງກັນທາງອາກາດ ຂອງອາເມຣິກາເໜືອ ຫຼື NORAD ລົງຄວາມເຫັນ ວ່າ ການທົດລອງລູກສອນໄຟຂອງເກົາຫຼີເໜືອ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ອາເມຣິກາເໜືອ.
ຫວ່າງມໍ່ໆມານີ້ ສະຫະລັດ ແລະເກົາຫຼີໃຕ້ ໄດ້ຕົກລົງທີ່ຈະຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ຍິງມາໃນລະດັບສູງ ຫຼື THAAD ເພື່ອປ້ອງກັນ ຕໍ່ຄວາມສາມາດໃນການໂຈມຕີທີ່ມີເພີ້ມຂຶ້ນຂອງໂຄງການນິວເຄລຍ ແລະລູກສອງໄຟຂອງເກົາຫຼີເໜືອ.
ຊາຍຊາວເກົາຫຼີໃຕ້ ເລິ່ງໂທລະພາບ ທີ່ສະແດງໃຫ້ເຫັນເຖິງການທົດລອງຍິງລູກສອນໄຟ ທີ່ນຳອອກເຜີຍແຜ່ໃນໜັງສືພິມ Rodong Sinmun ໃນ Seoul, ເກົາຫຼີໃຕ້, 9 ພຶດສະພາ, 2016.
ໃນວັນທີ 11 ກໍລະກົດ ທີ່ຜ່ານມານີ້ ເກົາຫຼີເໜືອ ໄດ້ຂົ່ມຂູ່ທີ່ຈະທຳການໂຈມຕີເພື່ອເປັນການຕອບໂຕ້ ຕໍ່ການຕິດຕັ້ງລະບົບປ້ອງກັນລູກສອນໄຟ THAAD ໂດຍຈະເຮັດໃຫ້ເກົາຫຼີໃຕ້ “ກາຍເປັນທະເລໄຟ ແລະກອງຂີ້ເທົ່າ.”
ທ່ານ Jeon Ha-gyu ໂຄສົກຂອງການປະທານເສນາທິການຮ່ວມ ຂອງກອງທັບເກົາຫຼີໃຕ້ ໄດ້ ກ່າວເຖິງການທົດລອງລູກສອນໄຟ ໃນວັນອັງຄານມື້ນີ້ວ່າ ແມ່ນໝາຍຄວາມວ່າ ເປັນການສືບຕໍ່ໃນການຂົ່ມຂູ່ເພີ້ມຕື່ມຂອງເກົາຫຼີເໜືອ.