ເກົາຫຼີເໜືອ ປະຕິເສດ ການຕຳໜິຕິຕຽນ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ

ທະຫານບົກເກົາຫຼີໃຕ້ ລາດຕາເວນ ຢູ່ເລາະຕາມຮົ້ວໜາມໝາກຈັບ ທີ່ເມືອງ Paju, ໃກ້ກັບຊາຍແດນ ຕິດກັບເກົາຫຼີເໜືອ, ວັນທີ 27 ມີນາ 2014.

ເກົາຫຼີ​ເໜືອ​ໄດ້​ຂົ່ມຂູ່​ທີ່​ຈະ​ດຳ​ເນີນ​ການ ​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ
“ການ​ທົດ​ລອງ​ນິວ​ເຄລຍ​ໃນ​ຮູບແບບ​ໃໝ່​” ຫຼັງ​ຈາກ​ສະພາ
​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ປະນາມ​ການຍິງລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ​ຫຼາຍ​ລູກ​ ຂອງພຽງ​ຢາງ ​ຫວ່າງ​ໄວໆ​ມາ​ນີ້.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນອາທິດມື້​ນີ້ ຈາກກະຊວງ​ຕ່າງ
ປະ​ເທດ​ເກົາຫຼີ​ເໜືອກ່າວ​ວ່າ ​ເປັນ​ການອະນຸ​ໂລມ​ໃຫ້​ບໍ່​ໄດ້ ທີ່
​ສະພາ​ຄວາມ​ໝັ້ນຄົງ​ຈະ “ຫຼັບ​ຫູ​ຫຼັບຕາ” ຕໍ່​ການ​ຊ້ອມ​ລົບ​
ນີວ​ເຄລຍຂອງ​ສະຫະລັດ ​ໃນ​ຂະນະທີ່ປະນາມ​ການ​ທົດ​ລອງ
​ຍິງ​ລູກ​ສອນ​ໄຟ​ເພື່ອ​ປ້ອງ​ກັນ​ໂຕ ຂອງ​ກອງທັບ​ເກົາຫຼີ​ເໜືອ​ນັ້ນ.

ຫຼັງ​ຈາກ​ເກົາຫຼີ​ເໜືອ​ຍິງ​ ລູກ​ສອນໄຟ​ຂີ​ປະ​ນາ​ວຸດ​ ລັດສະໝີ​ພໍ​ປານ​ກາງ 2 ລູກໄປຕົກລົງ
ໃສ່​ທະ​ເລ ນອກ​ຝັ່ງກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ​ ໃນ​ວັນ​ພຸດ​ຜ່ານ​ມານັ້ນ ສະພາ
ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ກໍ​ໄດ້​ປະນາມ​ການ​ຍິງ​ລູກສອນ​ໄຟດັ່ງກ່າວ​ໃນ​ມື້ຕໍ່​ມາ ​
ໂດຍ​ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ເຫຼົ່າ​ນີ້​ເປັນ​ການລະ​ເມີດ​ຕໍ່ມະຕິຕ່າງໆ​ຂອງສະຫະ​
ປະຊາ​ຊາດ.

ພຽງ​ຢາງ​ໄດ້​ທຳ​ການ​ຍິງ​ຈະ​ຫລວດ​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄລຍະ​ໃກ້ ​ຕິດ​ຕໍ່ກັນມາ
ຫຼາຍ​ຄັ້ງ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ໃນ​ການ​ຕອບ​ໂຕ້​ຕໍ່ການຊ້ອມ​ລົບຮ່ວມ​
ກັນ ທີ່​ກຳລັງ​ດຳ​ເນີນ​ໄປ​ ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ນັ້ນ.