ເກົາຫລີເໜືອບໍ່ໄດ້ປະຕິບັດຕາມແຜນການທີ່ອາດຈະທໍາການທົດລອງອາວຸດນິວ
ເຄລຍໃນວັນເສົາມື້ນີ້ ພາຍຫລັງທີ່ສະຫະລັດໄດ້ສະແດງການຂົ່ມຂູ່ທີ່ໜ້າເຊື່ອຖືດ້ານ
ກຳລັງທະຫານຢູ່ໃນຂົງເຂດດັ່ງກ່າວ ແລະຈີນໄດ້ເພີ້ມຂໍ້ຈຳກັດດ້ານເສດຖະກິດ ຕໍ່ປະເທດພັນທະມິດທີ່ອີງອາໄສທາງດ້ານເສດຖະກິດຂອງຕົນນັ້ນ.
Your browser doesn’t support HTML5
Key Dates in North Korea's Nuclear and Missile Program
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ໄດ້ເປັນປະທານໃນການຈັດການເດີນສວນ
ສະໜາມຂອງທະຫານເພື່ອສະຫລອງວັນຄ້າຍວັນເກີດຂອງຜູ້ນໍາໃນການກໍ່ຕັ້ງປະເທດ,
ມື້ລາງ ທ່ານ Kim II Sung ໃນວັນທີ 15 ເມສາ ຊຶ່ງເປັນວັນບຸນທີ່ສຳຄັນຂອງປະເທດ
ທີ່ເອີ້ນກັນວ່າ ວັນແຫ່ງຕາເວັນອອກ.
ຮູບພາບຈາກວີດີໂອເກົາຫລີເໜືອ ທີ່ສະແດງໃຫ້ເຫັນຮູບຜູ້ກໍ່ຕັ້ງປະເທດທ່ານ Kim Il Sung ໃນການສວນສະໜາມສະຫລອງວັນຄ້າຍວັນເກີດຂອງທ່ານ ໃນວັນທີ 15 ເມສາ 2017.
ຜູ້ໂຕນໜີຈາກເກົາຫລີເໜືອ ແລະນັກວິເຄາະ ທ່ານ Anh Chan-il ທີ່ສະຖາບັນສຶກສາ
ກ່ຽວກັບເກົາຫລີເໜືອຂອງໂລກ ກ່າວວ່າ “ທ່ານ Kin Jong Un ໄດ້ວາງແຜນທີ່ຈະສູ້
ລົບກັບສະຫະລັດ ແຕ່ໄດ້ຕັດສິນໃຈຍົກເລີກແຜນການນັ້ນ."
ຮູບພາບຈາກວີດີໂອເກົາຫລືເໜືອສະແດງໃຫ້ເຫັນລົດທະຫານ ຕຽມເດີນສວນສະໜາມຢູ່ຈະຕຸລັດ Kim Il Sung ໃນນະຄອນພຽງຢາງ
ຄວາມຄາດຫວັງວ່າຈະມີການທົດລອງນິວເຄລຍ ຂອງເກົາຫລີເໜືອທີ່ຈະເກີດຂຶ້ນໃນ
ໝໍ່ໆນີ້ ໄດ້ເພີ້ມທະວີຂຶ້ນໃນອາທິດນີ້ ອີງຕາມລາຍງານກ່ຽວກັບກິດຈະການ ຫວ່າງມໍ່ໆ
ຢູ່ບ່ອນທົດລອງນິວເຄລຍ Punggye ຂອງພຽງຢາງ ແລະເທົ່າທີ່ຜ່ານມາ Pyong-
yang ໄດ້ປະຕິບັດການກໍ່ກວນທົດລອງທາງທະຫານ ທີ່ຖືກມື້ດຽວກັນກັບວັນເກີດຂອງ
ຜູ້ນຳກໍ່ຕັ້ງປະເທດມາແລ້ວ. ນັບແຕ່ເດືອນມັງກອນປີ 2016 Pyongyang ການປະພຶດ
ທີ່ບໍໍ່ມີການຢັບຢັ້ງຫຍັງຫລາຍ ໂດຍໄດ້ທໍາການທົດລອງນິວເຄລຍສອງຄັ້ງ ແລະພະຍາ
ຍາມທໍາການ ການທົດລອງຍິງລູກສອນໄຟຂີປະນາວຸດຂະນາດກາງ ແລະໄລຍະຍາວ
ຫລາຍຄັ້ງ. ແລະໃນປີນີ້ ທ່ານ Kin Jong Un ໄດ້ເນັ້ນບອກວ່າປະເທດຂອງທ່ານກຳລັງ
ຢູ່ຂັ້ນສູດທ້າຍຂອງການທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) ທີ່ສາ
ມາດຍິງມາເຖີງແຜ່ນດິນໃຫຍ່ສະຫະລັດ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ຂວາ) ມາເຖິງສະຖານທີ່ເປີດພິທີສວນສະໜາມ.
ປະທານາທິບໍດີສະຫະລັດ ທ່ານ Donald Trump ເຖິງຢ່າງໃດກໍດີໄດ້ໃຫ້ຄວາມສຳ
ຄັນສູງສຸດຕໍ່ການປ້ອງກັນເກົາຫລີເໜືອ ບໍ່ໃຫ້ພັດທະນາລູກສອນໄຟຂີປະນາວຸດທີ່ເຊື່ອ
ຖືໄດ້ວ່າມີສະມັດຕະພາບ ທີ່ຈະຂົ່ມຂູ່ຄວາມໝັ້ນຄົງແຫ່ງຊາດສະຫະລັດໄດ້.
ປະທານາທິບໍດີ Donald Trump ແລະປະທານປະເທດ Xi Jinping .
ກອງບັນຊາການສະຫະລັດປະຈຳເຂດປາຊິຟິກ ໃນອາທິດນີ້ໄດ້ສົ່ງກຳປັ່ນລົບ USS
Carl Vinson ທີ່ໃຊ້ພະລັງງານນິວເຄລຍ ບັນທຸກເຮືອບິນເປັນຂະບວນ ທີ່ຮວມທັງ
ອາວຸດນຳພາທຳລາຍ ແລະຝູງບິນຢູ່ໃນຂົງເຂດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US North Korea