ເກົາຫລີເໜືອ ປະນາມ ເກົາຫລີໃຕ້ ກ່ຽວກັບການສົ່ງ ຜູ້ຕາງໜ້າໄປເຄົາລົບສົບ ທ່ານກິມຈົງອິລ

  • ທອງປານ ເທບວົງສາ

ທ່ານ ກິມ ຈົງອຸນ ຜູ້ນໍາຄົນໃໝ່ຂອງເກົາຫລີ ຊຶ່ງເປັນລູກຊາຍຂອງມື້ລາງ ທ່ານກິມ ຈົງ ອິລ ຂະນະຢ້ຽມເຄົາລົບ ສົບບິດາຂອງທ່ານ

ເກົາຫລີ​ເໜືອ​ປະນາມ​ການ​ຕັດສິນ​ໃຈ​ຂອງ​ເກົາຫລີ​ໃຕ້ ທີ່​ໄດ້​ສົ່ງຜູ້ຕາ​ງໜ້າ​ພຽງ​ແຕ່​ສອງ​ກຸ່ມ
ເທົ່າ​ນັ້ນ​ໄປ​ເຄົາລົບ​ສົບຂອງ​ມື້​ລາງຜູ້​ນໍາ ກິມ ຈົງ​ ອິລ.

ໂຄສົກ​ຫ້ອງການ​ລັດຖະບານເກົາຫລີ​ເໜືອ​ທີ່​ຮັບຜິດຊອບ​ດ້ານ​ຄວາມສໍາພັນຂ້າມຊາຍ
ແດນ​ໄດ້​ຕັກ​ເຕືອນ​ ເມື່ອ​ວັນ​ອາທິດ​ມື້​ນີ້ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວຂອງ​ເກົາຫລີ​ໃຕ້ອາດ
ກໍ່​ໃຫ້​ເກີດ​ຜົນ​ລັບຮ້າຍ​ແຮງ​ຕິດ​ຕາມ​ມາທີ່​ຄາດ​ບໍ່​ເຖິງ​ໄດ້.

ພຽງຢາງ​ໄດ້​ກ່າວ​ຫາ​ເກົາຫລີ​ໃຕ້ ​ປ້ອງ​ກັນ​ບໍ່​ໃຫ້​ຊາວ​ເກົາຫລີ​ໃຕ້ ຈາກ​ເຂດຊາຍ​ແດນ​ໄປ
ຢ້ຽມ​ເຄົາລົບ​ສົບ​ ​ແລະ​ຊີ້ແນະ​ວ່າການ​ເຄຶ່ອນ​ໄຫວ​ເຊັ່ນ​ນັ້ນ​ອາດ ​ເຮັດ​ໃຫ້​ຄວາມ​ສໍາພັນ​
ຂອງ​ປະ​ເທດ​ທັງ​ສອງ​ເສື່ອ​ມລົງ.

ເກົາຫລີ​ໃຕ້​ປະກາດ ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ຕົນ​ໄດ້​ຕັດສິນ​ໃຈ​ຂອງ​ສົ່ງ ຜູ້ຕາງໜ້າ​ໄປ​ພຽງ​
ສອງ​ກຸ່​ມ. ​ໂຄສົກ​ກະຊວງ​ທ້ອນ​ໂຮມຊາດ​ຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ບໍ່​ມີ​ພວກ​ເຈົ້າໜ້າ​ທີ່​ລັດ
ຖະບານ​ຮ່ວມ​ໄປ​ນໍາ​ກຸ່ມ​ຜູ້ຕາງໜ້າ​ດັ່ງກ່າວ.

ໃນ​ຂະນະ​ນີ້ ກໍາລັງ​ມີ​ການຈັດ​ຕຽມ​ພິທີ​ສົ່ງສະການ​ມື້​ລາງ​ທ່ານ ກິມ ຈົງ​ອິລ ທີ່​ກໍານົດ​ໃສ່​ມື້​ວັນ
ພຸດ​ຈະ​ມາ​ນີ້ ຊຶ່ງ​ມີ​ລາຍ​ງານວ່າ​ ທ່ານ​ໄດ້ເຖິງ​ແກ່​ມໍລະນະ​ກໍາ​ເມື່ອ​ວັນ​ທີ່ 17 ​ເດືອນ​ທັນວາ​ນີ້.

ເມື່ອ​ວັນເສົາວານ​ນີ້ ອົງການ​ຂ່າວຂອງທາງ​ການ​ຂອງ​ເກົາຫລີ​ເໜືອ​ປະກາດ​ຕໍາ​ແໜ່​ງ​ໃໝ່​ຂອງ
ທ່ານ​ກິມຈົ່ງ​ອຸນ ລູກ​ຊາຍ​ຂອງ​ມື້​ລາງ​ກິມຈົງ ອິລ ​ໃຫ້​ເປັນ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ປະ​ເທດ.