ເກົາຫລີເໜືອ ໄວ້ອາໄລ ຄົບຮອບ ມື້ລາງຜຸ້ນໍາ Kim Jong Il ເສຍຊີວິດ (ສະໄລດ໌)

ປະຊາຊົນແລະທະຫານເກົາຫລີເໜືອ ພາກັນເອົາດອກໄມ້ ໄປໄວ້ອາໄລ ແກ່ມື້ລາງຜູ້ນໍາ ທ່ານ Kim Il Sung ແລະທ່ານ Kim Jong Il ປູ່ແລະບິດາຂອງ Kim Jong Un ຜູ້ນໍາຄົນປັດຈຸບັນ.

ເກົາຫຼີເໜືອ ລະນຶກ​ເຖິງຄົບຮອບນຶ່ງປີແຫ່ງການເສຍຊີວິດຂອງ
ອະດີດຜູ້ນໍາປະເທດ ທ່ານ Kim Jong Il ຢູ່ໃນພິທີ​ໄວ້ອາ​ໄລພິ
ເສດ ທີ່ນໍາພາໂດຍ ທ່ານ Kim Jong Un ລູກຊາຍແລະຜູ້ກໍາ
ຕໍາແໜ່ງແທນທ່ານ.

ອົງການສູນກາງຂ່າວ ຫຼື KCNA ຂອງທາງການເກົາຫຼີເໜືອ
ລາຍງານໃນມື້ວັນຈັນວ່າ ຫລາຍແສນຄົນ ພາກັນຢືນເຄົາລົບ
ຢ່າງງຽບສະຫງົບ ຢູ່ນອກສຸສານບ່ອນ​ເກັບ​ສົບ​ຂອງ​ຜູ້​ນໍາ​ເກົາຫລີ​
ເໜືອ ທີ່​ເອິ້ນ​ວ່າ ພະລາດ​ຊະ​ວັງ Kumsusan ​ແຫ່ງ​ຕາເວັນ
ຫລື Kumsusan Palace of the Sun ໃນນະຄອນຫລວງ
ພຽງຢາງ. ສົບ​ຂອງມື້ລາງບິດາ ແລະພໍ່ຕູ້ຂອງທ່ານKim Jong
Un ຜູ້ນໍາຄົນປັດຈຸບັນຂອງເກົາຫຼີເໜືອ ແມ່ນ​ໄດ້​ຖືກດອຍໄວ້
ຢ່າງຖາວອນ ຢູ່ໃນນັ້ນ.

ສຽງ​ໂຫວດດັງຂຶ້ນ ເພື່ອໃຫ້ສັນຍານເລີ້ມຕົ້ນການທໍາຄວາມເຄົາລົບ ດ້ວຍການຢືນຢູ່​ໃນ​
ຄວາມ​ສະ​ງົບ ເປັນເວລາ 3 ນາທີ ຊຶ່ງປະຕິບັດກັນຢູ່ທົ່ວ ປະເທດ ແມ່ນແຕ່ຢູ່ເທິງເຮືອໃນ
ທະເລ. ຄົນທັງຊາດພາກັນຢຸດນິ້ງຢູ່ ​ໃນ​ເວລາ​ນີ້ ​ເມື່ອນຶ່ງປີກ່ອນເພື່ອປະຕິບັດການໄວ້
ອາໄລ ​ເວລາທ່ານ Kim Jong Il ເສຍຊີວິດໄປຍ້ອນໂຣກຫົວໃຈວາຍ ຫລັງຈາກໄດ້ຂຶ້ນ
ກໍາອໍານາດ ​ເປັນ​ເວລາ 20 ປີ ລຸນຫລັງການເສຍຊີວິດຂອງບິດາຂອງທ່ານ ກໍຄືທ່ານ Kim Il Sung ຜູ້ສ້າງຕັ້ງເກົາຫຼີເໜືອ.

ນັກວິທະຍາສາດຫລາຍຄົນ ທີ່ທໍາງານໃນການສົ່ງຈະຫລວດໄລຍະໄກ ຂຶ້ນຢ່າງສໍາເລັດ
ຜົນຂອງເກົາຫຼີເໜືອ ໃນອາທິດແລ້ວນີ້ ແມ່ນ​ໂຮມຢູ່ໃນ ຈໍານວນພວກຄົນທໍາອິດທີ່ທໍາ​ພິທີ​ເຄົາລົບກ່ອນໝູ່. ຜູ້ນໍາຄົນປັດຈຸບັນຂອງ ເກົາຫຼີເໜືອ ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ ໄດ້ແຕ່ເບິ່ງ
ການ​ປະຕິບັດ​ພິທີດັ່ງກ່າວ.

ຄອບຄົວ Kim ສາມລຸ້ນຄົນ ໄດ້ຂຶ້ນປົກຄອງເກົາຫຼີເໜືອດ້ວຍ​ກໍາ​ປັ້ນເຫລັກ ມາເປັນເວລາ
ຫລາຍກວ່າ 6 ທົດສະວັດ ຫລື 60 ປີ.

ພາບພິທີລະນຶກເຖິງຄົບຮອບນຶ່ງປີແຫ່ງການເສຍຊີວິດຂອງ ທ່ານ Kim Jong Il:

ພາບພິທີຄົບຮອບນຶ່ງປີ ແຫ່ງວັນເສຍຊີວິດ ຂອງທ່ານກິມຈົງອິນ