ເກົາຫຼີເໜືອ ຈະເລີ້ມ ແລ່ນຈັກ ນິວເຄລຍ ທີ່ Yongbyon ຄືນໃໝ່ (ສະໄລດ໌/ວີດີໂອ)

ຮູບພາບທາງດາວທຽມ ທີ່ຖ່າຍເມື່ອວັນທີ 6 ສິງຫາ ປີ 2012 ທີ່ທາງບໍລິສັດ GeoEye ມອບໃຫ້ ສະແດງໃຫ້ເຫັນ ສູນກາງຄົ້ນຄວ້າທາງດ້ານວິທະຍາສາດນິວເຄລຍ Yongbyon ຂອງເກົາຫຼີເໜືອ

ເກົາຫຼີເໜືອປະກາດວ່າ ຕົນຈະເລີ້ມການປະຕິບັດງານທາງດ້ານ
ນິວເຄລຍຄືນໃໝ່ຢູ່ທີ່ໂຮງໄຟຟ້ານິວເຄລຍ Yongbyon ທັງເພື່ອ ຈະຜະລິດອາວຸດນິວເຄລຍເພີ້ມຕື່ມແລະຊ່ອຍບັນເທົາການຂາດ ແຄນກະແສໄຟຟ້ານຳດ້ວຍ. ແນ່ນອນວ່າ ການເຄື່ອນໄຫວທີ່ວ່າ
ນີ້ ຈະເຮັດໃຫ້ຄວາມເຄັ່ງຕຶງ ທີ່ມີຢູ່ແລ້ວໃນແຫຼມເກົາຫລີນັ້ນ ເພີ້ມ ທະວີຄວາມຮ້າຍແຮງຂຶ້ນຕື່ມ. Steve Herman ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ຈາກກຸງໂຊລດັ່ງໄພສານຈະນຳມາສະ
|ເໜີທ່ານ ໃນອັນດັບຕໍ່ໄປ.

ອີງຕາມອົງການຂ່າວ ຂອງທາງການເກົາຫຼີເໜືອແລ້ວ ໂຄສົກຄົນ
ນຶ່ງຂອງພະແນກພະລັງງານປະລະມານູຂອງປະເທດກ່າວວ່າ ຕົນ ຈະເລີ້ມຕົ້ນວຽກງານໃນທັນທີໂດຍບໍ່ລໍຊ້າ ເພື່ອແລ່ນຈັກໄຟຟ້າ ຫຼື
ເຄື່ອງປະຕິກອນນິວເຄລຍ ຂະໜາດ 5 ເມກາວັດ ຢູ່ທີ່ໂຮງໄຟຟ້າ
Yongbyon ຄືນໃໝ່.

ຜູ້ປະກາດຂ່າວຄົນນຶ່ງປະຈຳສະຖານີສູນກາງອອກອາກາດຂອງ ເກົາຫຼີເໜືອກ່າວໃນຕອນບ່າຍວັນອັງຄານວານນີ້ວ່າວຽກດັ່ງກ່າວ ແມ່ນຈະຮວມທັງການແລ່ນຈັກນິວເຄລຍທີ່ສາມາດກັ່ນທາດຢູເຣນຽມ ແລະຈັກທີ່ໃຊ້ຄາບອນ ເປັນຕົວລົດຄວາມໄວ ຂອງນິວຕຣອນ ຂະໜາດ 5 ເມກາວັດ ຊຶ່ງບໍ່ໄດ້ໃຊ້ວຽກ ແລະມອດໄວ້ ພາຍໃຕ້ຂໍ້ຕົກລົງທີ່ບັນລຸກັນໃນການເຈລະຈາ 6 ຝ່າຍ ເມື່ອວັນທີ 6 ຕຸລາ ປີ 2007.

ການເອົາມາດຕະການດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງ ຂອງຍຸດທະສາດໃໝ່ ທີ່ໄດ້ປະກາດ ໂດຍທ່ານກິມ ຈົງ ອຸນ ເພື່ອຂັບດັນປະເທດໄປສູ່ການກໍ່ສ້າງທາງດ້ານເສດຖະກິດພ້ອມໆກັນ ກັບການເສີມສ້າງກອງທັບທີ່ມີອາວຸດນິວເຄລຍ.

ທີ່ເກົາຫຼີໃຕ້ໂຄສົກກະຊວງການຕ່າງປະເທດທ່ານ Cho Tai-young ເອີ້ນການປະກາດຂອງ ເກົາຫຼີເໜືອວ່າ ເປັນເລື່ອງທີ່ໜ້າເສຍໃຈທີ່ສຸດ.

ທ່ານ Cho ເວົ້າວ່າ ເກົາຫຼີເໜືອ ຄວນຮັກສາຄຳໝັ້ນສັນຍາ ແລະຂໍ້ຕົກລົງຂອງຕົນ ແລະຢຶດ ໝັ້ນໃນການເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍ.

ໂຮງໄຟຟ້ານິວເຄລຍ Yongbyon ກ່ອນມ້າງຫໍລະບາຍນໍ້າເພື່ອທຳຄວາມເຢັນອອກ



ໂຮງໄຟຟ້ານິວເຄລຍ Yongbyon ຂອງເກົາຫຼີເໜືອໄດ້ຖືກອັດ ພາຍໃຕ້ຂໍ້ຕົກລົງທີ່ບັນລຸກັນ ໃນປີ 2007 ກັບສະຫະລັດ ຈີນ ຣັດເຊຍ ຍີ່ປຸ່ນ ແລະ ເກົາຫຼີໃຕ້. ເກົາເໜືອໄດ້ທຳລາຍຫໍລະ ບາຍນໍ້າທຳຄວາມເຢັນຂອງໂຮງໄຟຟ້າດັ່ງກ່າວໃນປີຕໍ່ມາແລະຄາດກັນວ່າເກົາຫລີເໜືອຕ້ອງ ໄດ້ສ້າງຫໍທຳຄວາມເຢັນຄືນໃໝ່ກ່ອນທີ່ຈັກໄຟຟ້ານິວເຄລຍຈະສາມາດເລີ້ມແລ່ນຄືນໃໝ່ໄດ້.

ການສ້ອມແປງໃຫ້ໂຮງໄຟຟ້າ Yongbyon ໃຊ້ຄືນໃໝ່ໄດ້ ອາດຈະອຳນວຍອີກຄັ້ງນຶ່ງໃຫ້ເກົາ ຫຼີເໜືອ ສາມາດສ້າງອາວຸດນິວເຄລຍໄດ້ຕື່ມ ໂດຍນຳໃຊ້ທາດປລູໂຕນຽມຈາກທ່ອນເຊື້ອໄຟ ລັງສີປະລະມານູສູງ ທີ່ໃຊ້ບໍ່ໄດ້ອີກໃນການຜະລິດກະແສໄຟຟ້ານັ້ນ.

ພວກນັກວິທະຍາສາດກະປະມານວ່າ ເຄື່ອງປະຕິກອນ ຫລືເຕົາແຍກນິວເຄລຍດັ່ງກ່າວ ຈະ ຕ້ອງແລ່ນເປັນເວລານຶ່ງປີ ກ່ອນທີ່ເກົາຫຼີເໜືອຈະສາມາດກັ່ນເອົາທາດປລູໂຕນຽມ ອອກມາ ໄດ້ພຽງພໍສຳລັບສ້າງລະເບີດນິວເຄລຍອີກນຶ່ງໜ່ວຍ.

ກ່ອນການປະກາດຂອງພຽງຢາງ ໃນວັນອັງຄານວານນີ້ ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye ໄດ້ເປີດກອງປະຊຸມດ້ານຄວາມໝັ້ນຄົງແບບບໍ່ມີໝາຍກຳນົດລ່ວງໜ້າກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລັດຖະມົນຕີທ້ອນໂຮມຊາດແລະຫົວໜ້າໜ່ວຍສືບລັບ ແຫ່ງຊາດ.

ແຫຼມເກົາຫຼີ ຍັງສືບຕໍ່ ມີຄວາມເຄັ່ງຕຶງສູງ



ໂຄສົກຂອງປະທານາທິບໍດີ ທ່ານ Yoon Chang-jung ກ່າວວ່າ ປະທານາທິບໍດີໄດ້ອອກ ດຳລັດວ່າ ມີຄວາມຈຳເປັນທີ່ຈະຕ້ອງໄດ້ລົງໂທດເກົາຫຼີເໜືອຢ່າງໜັກ ຖ້າເກົາຫຼີເໜືອຫາກ ຍັງທຳການທ້າທາຍເກາະຜິດຕື່ມ.

ແຕ່ໃນຂະນະດຽວກັນ ທ່ານ Yoon ກໍເວົ້າວ່າ ມັນເປັນເລື່ອງສຳຄັນກວ່າ ທີ່ຈະຕ້ອງມີການ ຕ້ານຢັນທາງດ້ານການທູດແລະດ້ານທະຫານທີ່ເຂັ້ມແຂງ ເພື່ອຄໍ້າປະກັນວ່າ ເກົາຫຼີເໜືອຈະ ບໍ່ດຳເນີນການສິ່ງໃດທີ່ເປັນການທ້າທາຍເກາະຜິດ.

ຄຳຖະແຫຼງດັ່ງກ່າວ ໄດ້ມີຂຶ້ນບໍ່ເທົ່າໃດນາທີ ກ່ອນການປະກາດຂອງພຽງຢາງກ່ຽວກັບການ ປະຕິບັດງານຄືນໃໝ່ທີ່ໂຮງໄຟຟ້າ Yongbyon.

ທາງຝ່າຍສະຫະລັດກໍໄດ້ສົ່ງກຳປັ່ນລົບຕໍ່ຕ້ານລູກສອນໄຟໄປປະຈຳການຢູ່ໃກ້ໆແຫຼມເກົາຫຼີ ເພື່ອເປັນການສະໜັບສະໜຸນຕໍ່ຄຳຖະແຫລງອອກມາຢ່າງເປີດເຜີຍຂອງຕົນທີ່ຖືວ່າການຂົ່ມ ຂູ່ທາງທະຫານທີ່ຍັງດຳເນີນຢູ່ຕໍ່ມາຂອງເກົາຫຼີເໜືອເປັນເລື່ອງຈິງຈັງ. ນອກນັ້ນ ຍັງມີການຊັ່ງ ຊາຕີລາຄາຂອງລັດຖະບານເກົາຫຼີໃຕ້ເຊັ່ນດຽວກັນ.

ໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Min-seok ກ່າວວ່າ ກໍາລັງມີການຈັບ ຕາເບິ່ງ ບ່ອນຍິງລູກສອນໄຟ Tongchang-ri ຂອງເກົາຫຼີເໜືອຢ່າງໃກ້ຊິດ.

ທ່ານ Kim ກ່າວຕໍ່ພວກນັກຂ່າວວ່າ ເທົ່າທີ່ທ່ານຮູ້ນັ້ນ ແມ່ນວ່າ ຍັງບໍ່ມີຮ່ອງຮອຍໃດໆ ທີ່ສະ ແດງໃຫ້ເຫັນວ່າຈະມີການຍິງລູກສອນໄຟໃນໄວໆນີ້ແຕ່ຢ່າງໃດເລີຍ. ແຕ່ວ່າກິດຈະກຳໃດໆ ທີ່ເກົາຫຼີໃຕ້ສັງເກດເຫັນຢູ່ບ່ອນຍິງລູກສອນໄຟດັ່ງກ່າວນັ້ນ ແມ່ນຖືເປັນຄວາມລັບແລະເປີດ ເຜີຍໃຫ້ຮູ້ບໍ່ໄດ້.

ແຫລ່ງຂ່າວທະຫານຂອງສະຫະລັດກ່າວວ່າ ໃນການເຄື່ອນໄຫວທີ່ເປັນສ່ວນນຶ່ງຂອງການ ສືບຕໍ່ຕອບໂຕ້ ຕໍ່ໂວຫານສົງຄາມຂອງເກົາຫລີເໜືອນັ້ນ ກອງທັບເຮືອທີ 7 ຂອງສະຫະລັດ ໄດ້ສົ່ງກໍາປັ່ນ USS McCain ໄປປະຈໍາຢູ່ນອກຝັ່ງທະເລກໍ້າຕາເວັນຕົກສຽງໃຕ້ ຂອງເກົາ ຫລີໃຕ້.

ນອກນັ້ນຍັງມີລາຍງານວ່າ ເຮືອພິຄາດອີກລຳນຶ່ງ ຂອງສະຫະລັດ ຄື USS Decatur ກໍກຳ ລັງເດີນທາງໄປຍັງແຫຼມເກົາຫຼີ ພ້ອມໆກັບກຳປັ່ນບັນທຸກເຄື່ອງຈັບເຣດ້າ ທີ່ສາມາດຕິດຕາມ ເບິ່ງການຍິງລູກສອນໄຟທີ່ອາດມີຂຶ້ນນັ້ນ.

ການຍົກຍ້າຍກຳປັ່ນລົບຂອງກອງທັບເຮືອສະຫະລັດ ແມ່ນມີຂຶ້ນຫຼັງຈາກການບິນຝຶກຊ້ອມ ຖິ້ມລະເບີດຂອງເຮືອບິນບີ 52 ແລະບີ 2 ທີ່ມີການເປີດເຜີຍໃຫ້ວົງການຂ່າວຮູ້ນັ້ນ ອັນເປັນ ພາກສ່ວນນຶ່ງ ຂອງການຊ້ອມລົບຮ່ວມປະຈຳປີ Foal Eagle ກັບກອງທັບເກົາຫຼີໃຕ້. ແລະ
ໃນມື້ວັນອາທິດແລ້ວນີ້ ເຮືອບິນລົບ F-22 Raptors ຊຶ່ງເປັນເຮືອບິນລົບ ທີ່ເຣດ້າຈັບບໍ່ໄດ້ ຮຸ້ນຫຼ້າສຸດຂອງກອງທັບອາກາດສະຫະລັດ ກໍໄດ້ບິນໄປຮ່ວມຈາກໝູ່ເກາະໂອກີນາວາ. ທຳ ນຽບຫ້າແຈເວົ້າວ່າເວລານີ້ກຳລັງມີການວາງສະແດງເຮືອບິນລົບດັ່ງກ່າວທີ່ຖານທັບອາກາດ Osan ໃນເກົາຫຼີໃຕ້ ອັນເປັນພາກສ່ວນນຶ່ງໃນການໃຫ້ຄວາມໝັ້ນໃຈແກ່ພັນທະມິດ.