ສະຫະລັດ ແລະຈີນ ໄດ້ຢືນຢັນອີກຄັ້ງນຶ່ງໃນຄວາມໝາຍໝັ້ນ
ຂອງເຂົາເຈົ້າ ທີ່ຈະເຮັດໃຫ້ແຫລມເກົາຫລີເປັນເຂດປອດນິວ
ເຄລຍ ແຕ່ຍັງບໍ່ທັນໄດ້ຕົກລົງກັນ ກ່ຽວກັບການລົງໂທດໃໝ່
ຫລັງຈາກເກົາຫລີເໜືອ ໄດ້ທົດລອງນິວເຄລຍ ຫວ່າງມໍ່ໆມານີ້.
ຫລັງຈາກການພົບປະກັນທີ່ນະຄອນປັກກິ່ງ ກັບລັດຖະມົນຕີ
ຕ່າງປະເທດສະຫະລັດ ທ່ານ John Kerry ແລ້ວ ລັດຖະມົນ
ຕີຕ່າງປະເທດຈີນ ທ່ານ Wang Yi ໃນວັນພຸດມື້ນີ້ ກ່າວວ່າ
ປະເທດຂອງທ່ານໄດ້ ຕຽມທີ່ຈະໃຫ້ການສະໜັບສະໜູນ
ມະຕິການລົງໂທດສະບັບໃໝ່ຂອງ ສະຫະປະຊາຊາດຕໍ່ໂຄງ
ການນິວເຄລຍຂອງພຽງຢາງ. ແຕ່ທ່ານບໍ່ໄດ້ກ່າວເຖິງການລົງ
ໂທດທີ່ເຈາະຈົງໃດໆ ແລະກ່າວວ່າ ມະຕິນີ້ບໍ່ຄວນຈະກໍ່ໃຫ້ເກີດຄວາມເຄັ່ງຕຶງຮອບໃໝ່່.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ສຳພັດມືກັບ ເອກອັກຄະລັດຖະທູດ ສະຫະລັດ ປະຈຳປັກກິ່ງ ທ່ານ Max Baucus.
ທ່ານ Kerry ກ່າວວ່າ ການເຫັນພ້ອມເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ບັນລຸມະຕິທີ່ແຂງ
ຂັນຂອງສະຫະປະຊາຊາດ ແຕ່ວ່າຂອບເຂດຂອງມະຕິດັ່ງກ່າວຍັງບໍ່ທັນໄດ້ຕົກລົງກັນ
ເທື່ອ. ທ່ານກ່າວວ່າ ການລົງໂທດເພີ້ມ ຂື້ນ ໄດ້ມີການກຳນົດແລ້ວຕໍ່ອີຣ່ານ ທີ່ບໍ່ມີອາວຸດ
ນິວເຄລຍ ໜັກກວ່າ ເກົາຫລີເໜືອ ທີ່ມີອາວຸດດັ່ງກ່າວ.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວ ທີີ່ ໂຮງແຮມ Raffles ໃນນະຄອນຫລວງ ພະນົມເປັນ.
ບຸກຄົນທັງສອງກ່າວວ່າ ພວກທ່ານຍັງໄດ້ສົນທະນາກັນກ່ຽວກັບບັນຫາ ຂັດແຍ້ງ ໃນເລື້ອງເຂດນໍ້າແດນດິນໃນທະເລຈີນໃຕ້. ແຕ່ວ່າບໍ່ໄດ້ກ່າວເຖິງການຕົກລົງໃດໆ ໃນການເອົາ
ບາດກ້າວເພື່ອຫລຸດຜ່ອນຄວາມເຄັ່ງ ຕືງກ່ຽວກັບບັນຫານີ້.
ລະຫວ່າງການຢ້ຽມຢາມຈີນຕະຫລອດມື້ຂອງທ່ານນັ້ນ ທ່ານ Kerry ຍັງໄດ້ພົບປະກັບ
ປະທານປະເທດຈີນ ທ່ານ Xi Jingping ແລະບັນ ດາເຈົ້າໜ້າທີ່ລັດຖະບານຄົນອຶ່ນໆອີກ.
Your browser doesn’t support HTML5
US China N Korea