ເກົາຫຼີເໜືອ ສະເໜີຢຸດ ທົດລອງນີວເຄລຍ ຖ້າ ສຫລ ຍົກເລີກ ການຊ້ອມລົບ ກັບເກົາຫຼີໃຕ້

ທະຫານມາຣິນ ສະຫະຣັດ ແລະເກົາຫຼີໃຕ້ ອອກຈາກເຮືອລົບ ສະເທືອນບົກສະເທືອນນ້ຳ ຂອງເກົາຫຼີໃຕ້ ໃນລະຫວ່າງການຊ້ອມລົບຮ່ວມກັນ ທີ່ Pohang, ພາກໃຕ້ໂຊລ ວັນທີ 26 ເມສາ 2013.

ເກົາຫຼີ​ເໜືອ​ກ່າວ​ວ່າ ຕົນ​ເຕັມ​ໃຈ​ທີ່​ຈະ​ປະກ​າດການ​ຢຸດ​ການ​ທົດ​
ລອງນີວ​ເຄລຍ​ເປັນ​ການ​ຊົ່ວຄາວ ຖ້າ​ສະຫະລັດ​ຍົກເລີກແຜນ
ການ​ຊ້ອມລົບ​ຮ່ວມ​ປະຈຳ​ປີ​ຂອງ​ຕົນ​ ກັບ​ເກົາຫຼີ​ໃຕ້​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ການ​ໃຫ້​ຄຳ​ຖະ​ແຫຼ​ງ
ຕອບ​ໂຕ້​ສັ້ນໆ​ໃນ​ວັນ​ເສົາ​ວານ​ນີ້ ​ເອີ້ນ​ການ​ເອົາ​ເລື້ອງ​ການ​ຢຸດ
​ເຊົາ​ທົດ​ລອງ​ນີວ​ເຄລຍໄປເປັນເງື່ອນໄຂ ໃຫ້ຍົກເລີກການ​ຊ້ອມ
​ລົບ​ທາງ​ທະຫານ​ນັ້ນ” ​ເປັນ​ການ​ຂົ່ມຂູ່​ຢ່າງ​ແນ່ນອນ​ອັນ​ນຶ່ງ.”
ທ່ານ​ນາງ Jen Psaki ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ
​ສະຫະລັດ ຮຽກຮ້ອງ​ໃຫ້​ລັດ​ຖະບານ​ພຽງ​ຢ້າງ ນັບຖື​ມະຕິ​ຕ່າງໆ​
ຂອງ​ສະຫະ​ປະຊາ​ຊາດ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ທີ່​ຫ້າມ​ການ​ທົດ​ລອງ
​ນີວ​ເຄລຍຕ່າງໆ​ນັ້ນ.

ທ່ານ​ນາງ Psaki ຮຽກຮ້ອງ​ໃຫ້​ເກົາ​ຫຼື​ເໜືອ “ຢຸດ​ເຊົາ​ການ​ຂົ່ມຂູ່​ໃດໆ​ທັງ​ໝົດ​ໃນ​ປັດຈຸ
ບັນ ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ຕ່າງໆ​ແລະ​ໃຫ້​ເອົາ​ບາດກ້າວທີ່​ຈຳ​ເປັນ ​ໄປ​ສູ່​ການ​
ເປັນເຂດປອດ​ນີວ​ເຄລຍ”
ທີ່ຈຳເປັນ​ເພື່ອ​ແຜ້ວ​ທາງ ສຳລັບການ​ໂອ້​ລົມ​ສົນທະນາ​ກັນ
​ ດ້ານ​ນີວ​ເຄລຍ​ໃນ​ອະນາຄົດ​ນັ້ນ.

ອົງການ​ຂ່າວ​ສູນກາງຂອງທາງ​ການ​ເກົາຫຼີ​ເໜືອ ກ່າວ​ວ່າ ຂໍ້​ສະ​ເໜີ​ຂອງ​ຕົນ ​ໄດ້​ສົ່ງ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໂດຍ​ຜ່ານຊ່ອງ​ທາງ​ທີ່​ບໍ່​ລະບຸ​ໃຫ້​ຊາບ​ຢ່າງ​ເຈາະ​ຈົງ.

ລັດຖະບານ​ພຽງ​ຢ້າງ ຮ້ອງ​ມາ​ເປັນ​ປະຈຳ ກ່ຽວ​ກັບ​ການ​ຊ້ອມ​ລົບ​ປະຈຳ​ປີ​ລະຫວ່າງ​ສະຫະ
ລັດ​ແລະ​ເກົາຫຼີ​ໃຕ້​ນັ້ນວ່າ ​ເປັນ​ຂໍ້​ອ້າງສຳລັບການ​ຮຸກ​ຮານ ​ເຖິງ​ແມ່ນ​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ວ່າ ການ​ຊ້ອມ​ລົບ​ເຫຼົ່ານີ້ ​ເປັນ​ການ​ປ້ອງ​ກັນ​ໂຕ​ເທົ່າ​ນັ້ນ​ກໍ​ຕາມ.