ເກົາຫຼີເໜືອ ທົດລອງ ຍິງລູກສອນໄຟ ຈາກ ເຮືອດຳນຳ້

ປະຊາຊົນເບິ່ງລາຍການຂ່າວທາງໂທລະພາບ ສະແດງໃຫ້ເຫັນຮູບພາບຂອງການຍິງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ, ທີ່ ເກົາຫຼີເໜືອ ອ້າງວ່າໄດ້ຍິງຂຶ້ນຈາກໃຕ້ນ້ຳ, ທີ່ສະຖານີລົດໄຟ ໂຊລ, ເກົາຫຼີໃຕ້. 24 ສິງຫາ, 2016.

ຫຼັງຈາກ ເກົາຫຼີ​ເໜືອ ໄດ້ຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ຢູ່ນອກຊາຍຝັ່ງທາງ ພາກຕາເວັນອອກຂອງຕົນໃນຕອນເຊົ້າຂອງວັນພຸດມື້ນີ້, ບັນດາຜູ້ນຳໃນພາກພື້ນ ແລະ ສະຫະລັດ ໄດ້ກ່າວປະນາມຕໍ່ການທົດລອງດັ່ງກ່າວ, ພ້ອມກັບນາຍົກລັດຖະມົນຕີ ຍີ່ປຸ່ນ ເອີ້ນມັນວ່າ “ບໍ່ສາມາດຍົກໂທດໃຫ້ໄດ້.”

ລູກສອນໄຟດັ່ງກ່າວ, ເຊິ່ງໄດ້ຖືກຍິງ ​ໃກ້ໆເມືອງ Sinpo ໃນເວລາປະມານ 5:30 ຕອນ ເຊົ້າຕາມເວລາໃນທ້ອງຖິ່ນໃນວັນພຸດມື້ນີ້, ​ເຊິ່ງໄດ້ບິນໄປໄກ ປະມານ 500 ກິໂລແມັດ ຂ້າມ ແລະ ເຂົ້າໄປໃນທະເລຍີ່ປຸ່ນ. ມັນແມ່ນການຍິງລູກສອນໄຟຄັ້ງຫຼ້າສຸດ ທີ່​ມີມາ​ເປັນ​ລຳດັບ ໃນການລະ​ເມີດຕໍ່ມາດຕະການລົງໂທດຂອງສະພາຄວາມໝັ້ນຄົງອົງການ ສະຫະ ປະຊາຊາດ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ກ່າວວ່າ, ທຳອິດ, ລູກສອນໄຟດັ່ງກ່າວ ໄດ້ບິນເຂົ້າ​ໄປໃນເຂດຄວບຄຸມ ການປ້ອງກັນທາງອາກາດຂອງ ຍີ່ປຸ່ນ.

ທ່ານ Abe ໄດ້ກ່າວວ່າ “ສິ່ງດັ່ງກ່າວນີ້ແມ່ນ​ເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ຄວາມປອດໄພ ຂອງ ຍີ່ປຸ່ນ ແລະ ມັນກໍເປັນການກະທຳທີ່ບໍ່ສາມາດໃຫ້ອະໄພໄດ້ ທີ່ໄດ້ສ້າງຄວາມເສຍ ຫາຍຕໍ່ສັນຕິພາບ ແລະສະຖຽນ​ລະ ພາບໃນພາກພື້ນຢ່າງຍິ່ງ.” ທ່ານໄດ້ກ່າວເພີ່ມເຕີມ ວ່າ ໂຕກຽວ ໄດ້ວາງແຜນທີ່ຈະປະທ້ວງຕໍ່ ເກົາຫຼີເໜືອ.

ຮູບການທົດລອງຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ເປີດເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ. 24 ເມສາ, 2016.

ກອງບັນຊາການຍຸດທະສາດ ສະຫະລັດ ຫຼື USSTRATCOM ໄດ້ກ່າວໃນຖະແຫຼງການ ສະບັບໜຶ່ງວ່າ ພວກເຂົາເຈົ້າຈັບໄດ້ການເຄື່ອນ ໄຫວຂອງ "ລູກສອນໄຟຂີປະນາວຸດທີ່ ຄາດວ່າເປັນລູກສອນໄຟ KN-11 ຖືກຍິງຈາກເຮືອດຳນ້ຳ” ແລະ ໄດ້ກ່າວເພີ່ມເຕີມວ່າ “ພວກ ເຮົາຂໍປະນາມຢ່າງ​ແຮງ​ຕໍ່ການຍິງ​ໃນຄັ້ງນີ້ ແລະ ການທົດລອງຍິງລູກສອນໄຟ ຄັ້ງອື່ນໆ ເມື່ອບໍ່ດົນມານີ້ຂອງ ເກົາຫຼີເໜືອ, ເຊິ່ງມັນໄດ້ລະເມີດມະຕິຂອງສະພາຄວາມ ໝັ້ນຄົງ ອົງການສະຫະປະຊາຊາດ ຢ່າງ​ເປັນ​ການ ​ເປີດແຜນ​ທີ່​ໄດ້ຫ້າມບໍ່​ໃຫ້ ​ເກົາຫຼີ​ເໜືອ ຍິງທົດ​ລອງ​ເທັກໂນໂລຈີລູກສອນໄຟຂີປະນາວຸດນັ້ນ.”

ໃນຕອນເຊົ້າຂອງວັນອັງຄານວານນີ້, ກອງບັນຊາການ ສະຫະປະຊາຊາດ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ວາງລະເບີດຝັງດິນຊຸດໃໝ່ ໃສ່ເຂດຊາຍແດນຕິດກັບ ເກົາຫຼີໃຕ້ ທີ່ມີການ ປ້ອງກັນຢ່າງໜາແໜ້ນໃນຟາກຂອງພວກເຂົາເຈົ້າ.

ທະຫານເກົາຫຼີເໜືອ ຫຼາຍຄົນໄດ້ຖືກພົບເຫັນວາງລະເບີດຝັງດິນຕໍ່ຕ້ານ ບຸກຄົນໃສ່ສົ້ນ ຂົວ ໃນຟາກຂອງຕົນທີ່ເອີ້ນວ່າ “ຂົວແຫ່ງການບໍ່ມີວັນໄດ້ເດີນທາງກັບ, ເຊິ່ງເປັນ ຂົວຂ້າມແມ່ ນ້ຳແຫ່ງໜຶ່ງຢູ່ໃກ້ກັບບ້ານສະຫງົບເສິກ Panmunjom.”

ກອງບັນຊາການ UN ເຊິ່ງຄວບຄຸມການຢຸດຍິງ ທີ່ໄດ້ສິ້ນສຸດສົງຄາມ ເກົາຫຼີ ໃນປີ 1950- 1953, ໄດ້ກ່າວປະນາມ ພຽງຢາງ ໃນຖະແຫຼງ ການສະບັບໜຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່ໃນວັນ ອັງຄານວານນີ້ ໂດຍກ່າວວ່າ ມັນ “ໄດ້ເປັນອັນຕະລາຍຢ່າງຮ້າຍແຮງ ຕໍ່ຄວາມປອດໄພ ຂອງປະຊາ ຊົນທັງສອງຟາກ” ຂອງເຂດປອດທະຫານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Koreas Missile Test