ທ່ານ​ນາງ ເຮ​ລີ ​​ເຕືອນ​​ວ່າ ​ການ​ທົດ​ລອງ​ ​ລູກ​ສອນ​​ໄຟ ເກົາຫຼີເໜືອ​ ​ເຮັດໃຫ້​ໂລກ ຫ​ຍັບ​ໃ​ກ້ ເຂົ້າສູ່ສົງຄາມ​

ເອກ​ອັກຄະ​ລັດຖະທູດ​ສະຫະ​ລັດ ປະຈຳອົງການສະຫະປະຊາຊາດ ​ກ່າວ​ຕໍ່​ກອງ​ປະຊຸມ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ ກ່ຽວກັບ​ການ​ທົດ​ລອງ ​ຍິງ​ລູກ​ສອນ​​ໄຟຂີ​ປະ​ນາ​ວຸດ​ ຂ້າມ​ທະວີບ​ ຂອງເກົາຫຼີ​ເໜືອຄັ້ງຫລ້າສຸດ, ສຳໜັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ, 29 ພະຈິກ 2017.

ເອກ​ອັກຄະ​ລັດຖະທູດ​ສະຫະ​ລັດ ປະຈຳອົງການສະຫະປະຊາຊາດ ທ່ານ​ນາງ ນິກກີ ​
ເຮ​ລີ ​ໄດ້​ເຕືອນ​ໃນ​ວັນ​ພຸດ​ວານ​ນີ້ ​ວ່າ ​ການ​ທົດ​ລອງ​ຍິງ​ລູກ​ສອນໄຟຂີ​ປະ​ນາ​ວຸດ​ຂ້າມ
​ທະວີບ​ຂອງເກົາຫຼີ​ເໜືອຄັ້ງຫລ້າສຸດ ​“ໄດ້​ພາ​ໃຫ້​ໂລກຫ​ຍັບ​ໃ​ກ້ເຂົ້າສູ່ສົງຄາມ​, ບໍ່​ແມ່ນ
ໄກອອກໄປ​.”

“ພວກ​ເຮົາ​ບໍ່​ເຄີຍຢາກໃຫ້ມີສົງຄາມ​ກັບເກົາຫຼີ​ເໜືອ ດອກ​ ແລະຈົນ​ເທົ່າ​ເຖິງ​ປັດຈຸ​
ບັນນີ້ພວກ​ເຮົາ ກໍ​ບໍ່​ໄດ້ຢາກໃຫ້ມີ​ສົງຄາມ,”
ນັ້ນຄືຄຳເວົ້າຂອງທ່ານ​ນາງ ເຮ​ລີ ທີ່ໄດ້
​ກ່າວ​ຕໍ່ກອງ​ປະຊຸມ​ສຸກ​ເສີນ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ ອົງການ​ສະຫະ​ປະຊາ​ຊາດ.
​ແຕ່​ວ່າ ທ່ານ​ນາງກໍ​ໄດ້ເຕືອນວ່າ ຖ້າ​ຫາກ​ວ່າ ມັນ​ມີ​ສົງຄາມ, ກໍຈະເປັນ​ຍ້ອນການ
​ສືບ​ຕໍ່​ກະທຳແບບຮຸກຮານ ເຊັ່ນການຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນີ້.

ທ່ານ​ນາງ​ຍັງ​ໄດ້​ກ່າວ​ເສີມ​ອີກ​ວ່າ “​ແລະ​ຖ້າ​ຫາກ​ວ່າ​ສົງຄາມ​ມາ​ຮອດ​ແລ້ວ​ນັ້ນ ຈະ​ບໍ່
​ຜິດພາດ​ດອກ​ທີ່​ວ່າ ອຳນາດການປົກຄອງເກົາຫຼີ​ເໜືອນັ້ນ​ ຈະຖືກທຳລາຍໃນທີ່ສຸດ.”

ພວກຜູ້ຄົນກຳລັງຊົມຂ່າວທ້ອງຖິ່ນ ກ່ຽວກັບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ ຜ່ານທາງໂທລະພາບ, ທີ່ສະຖານີລົດໄຟ ໃນໂຊລ, ເກົາຫຼີໃຕ້, 30 ພະຈິກ 2017.

ທ່ານ​ນາງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ປະເທດ​ສະມາຊິກ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃຫ້​ຕັດ
​ສາຍ​ພົວພັນ​ກັບພຽງ​ຢາງ ໂດຍເວົ້າວ່າ “ທຸກ​ປະ​ເທດ​ ຄວນ​ຈະ​ຕັດສາຍ​ພົວພັນ​ທາງ​
ການ​ທູດ​ກັບເກົາຫຼີ​ເໜືອ ​ແລະ​ຈຳກັດ​ການພົວພັນທາງ​ທະຫານ ດ້ານ​ວິທະຍາສາດ
ດ້ານ​ເທັກ​ຕິກ ຫຼື ​ການຮ່ວມມື​ທາງ​ການ​ພານິດ​ນຳ.”

ທ່ານ​ນາງ​ເຮ​ລີ ​ໄດ້​ກ່າວ​ວ່າ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ບອກ​ກັບ​
ຄູ່​ຕຳ​ແໜ່​ງຝ່າຍ​ຈີນ ທ່ານ ສີ ຈິ້ນຜິງ ໃນການໂອ້ລົມທາງ​ໂທລະສັບ​ໃນມື້ດຽວກັນນັ້ນວ່າ ​
ມັນເຖິງ​ເວລາ​ແລ້ວ​ທີ່ທາງປັກ​ກິ່ງ ທີ່ຈະ​ຕ້ອງຢຸດເຊົາການ​ສົ່ງ​ນຳ​ມັນເຊື້ອໄຟ ​ໄປ​ໃຫ້​
ເກົາຫຼີ​ເໜືອ.

ທ່ານ​ນາງ​ໄດ້ກ່າວ​ຕື່ມ​ວ່າ “​ໃນ​ປີ 2003 ຈີນ ​ແມ່ນ​ໄດ້​ຢຸດ​ສົ່ງ​ນຳ​ມັນ​ໄປ​ໃຫ້​ເກົາຫຼີ​ເໜືອ
ບໍ່​ດົນ​ຫຼັງ​ຈາກເກົາຫຼີ​ເໜືອ ​ໄດ້​ກັບ​ຄືນ​ສູ່​ໂຕະ​ເຈລະຈາ.”

ພວກຜູ້ຄົນກຳລັງຊົມຂ່າວທ້ອງຖິ່ນ ກ່ຽວກັບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ ຜ່ານທາງໂທລະພາບ, ທີ່ສະຖານີລົດໄຟ ໃນໂຊລ, ເກົາຫຼີໃຕ້, 30 ພະຈິກ 2017.

​ໃນ​ເດືອນກັນຍາ​ຜ່ານ​ມາ​ນີ້ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ລົງ
​ໂທດ​ດ້ານ​ເສດຖະກິດ ຢ່າງ​ໜັກ ທີ່​ແນ​ເປົ້າໝ​າຍ​ໃສ່ ເພື່ອ​ຕັດເສັ້ນຊີວິດທາງດ້ານ
ການ​ເງິນ​ແລະ​ເຊື້ອໄຟຕໍ່​ໂຄງການ​ອາວຸດ​ນິວ​ເຄລຍແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
ຂອງເກົາຫລີເໜືອ. ຮວມຢູ່ໃນ​ມາດ​ຕະການ​ທີ່​ວ່າ​ນີ້ ນຶ່ງ​ໃນ​ນັ້ນ ​ແມ່ນ​ການຕັດ
1 ສ່ວ​ນ 3 ຂອງ​ການ​ນຳ​ເຂົ້າ ນ້ຳມັນ​ເຊື້ອ​ໄຟ, ພ້ອມ​ທັງ​ການ​ຫຼຸດ​ລົງຢ່າງຫຼວງຫຼາຍ
ໃນການສົ່ງແກັສ ນ້ຳມັນ​ກາ​ຊວນ ​ແລະ​ນ້ຳມັນ​ເຄື່ອງທີ່​ເກົາຫຼີເໜືອ​ສາມາດ​ນຳ​ເຂົ້າ
ໄດ້​ນັ້ນ.

​ໃນ​ການ​ຂຽນ​ລົງໃນທວິດ​ເຕີ້ ​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ ທຣໍາ ເວົ້າ​ວ່າ
ທ່ານ​ໄດ້​ປະຕິຍານ​ທີ່​ຈະ​ທຳການ​ຕາມລຳພັງ​ຝ່າຍ​ດຽວ​ຮອບໃໝ່ ຕໍ່​ເກົາຫຼີເໜືອຊຶ່ງ​ເປັນ
ປະ​ເທດອັນທະພານ ໃນເອເຊຍ​ແຫ່ງ​ນີ້.

“ພວກ​ເຮົາ​ຢາກ​ເຮັດທຸກຢ່າງ ທີ່ພວກ​ເຮົາ​ສາມາດ​ຈະກົດ​ດັນ​ຢ່າງໜັກ​ທີ່​ສຸດຕໍ່​ເກົາຫຼີ​
ເໜືອ,”
​ນັ້ນຄືຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານ​ນາງ ຊານ​ດຣາ ຮັກ​ກາ​ບີ-​ແຊນ​ເດີ
​ໄດ້​ກ່າວ ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອ ທີ່ວ່າ ທາງ​ລັດຖະບານ​ເຊື່ີອວ່າ ການ​ລົງ​
ໂທດ​ຄັ້ງ​ໃໝ່​ນີ້ຈະ​ມີ​ປະສິດທິ​ຜົນຫຼືບໍ່.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນກຳລັງຊົມຂ່າວທາງໂທລະພາບ ທີ່ສະແດງໃຫ້ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ແລະຜູ້ນຳເກົາຫຼີ ກິມ ຈົງອຶນ, ທີ່ສະຖານີລົດໄຟ ໃນໂຊລ, ເກົາຫຼີໃຕ້, 29 ພະຈິກ 2017.