ເກົາຫລີເໜືອ ໄດ້ທົດລອງຍິງລູກສອນໄຟໃນຕອນເຊົ້າວັນອັງຄານມື້ນີ້ ທີ່ບິນຂ້າມຍີ່ປຸ່ນ
ລູກນຶ່ງ ທີ່ພວກນັກວິເຄາະກ່າວວ່າ ຄ້າຍຄືກັນກັບແຜນຍິງຂອງພຽງຢາງ ຫວ່າງມໍ່ໆມານີ້
ທີ່ຈະຍິງໃສ່ເກາະ Guam ທີ່ເປັນດິນແດນຂອງສະຫະລັດຢູ່ໃກ້ໆນັ້ນ ແລະໄດ້ເຮັດໃຫ້
ເກີດປະຕິກິລິຍາຮ້າຍແຮງຈາກຍີ່ປຸ່ນ ແລະພວກນຳອື່ນໆ.
ພະນັກງານໜັງສືພິມຍີ່ປຸ່ນ ກຳລັງຢາຍໜັງສືພິມສະບັບພິເສດ ໃຫ້ແກ່ຝູງຊົນ ກ່ຽວກັບການຍິງລູກສອນໄຟຂອງ ເກົາຫລີເໝືອ.
ການຍິງເທື່ອນີ້ເປັນທີ່ເຊື່ອກັນວ່າ ເປັນການທົດລອງເທື່ອທີສອງທີ່ປະສົບຜົນສຳເລັດ
ຂອງລູກສອນໄຟຂີປະນາວຸດ Hwasong 12 ໄລຍະກາງ ທີ່ສາມາດຍິງໄປເຖິງລະ
ຫວ່າງ 3,000 ຫາ 5,000 ກິໂລແມັດ ອີງຕາມຜູ້ຊ່ຽວຊານລູກສອນໄຟ ທ່ານ Jeffrey
Lewis ຫົວໜ້າຫ້ອງການເອເຊຍຕາເວັນອອກ ໂຄງການປອດນິວເຄລຍ ທີ່ສະຖາບັນ
Middlebury ສຶກສາສາກົນ ທີ່ລັດ California. ການທົດລອງທີ່ສຳເລັດເທື່ອທຳອິດ
ຂອງລູກສອນໄຟ Hwasong 12 ໄດ້ເກີດຂຶ້ນໃນເດືອນພຶດສະພາ.
ເກົາຫລີເໜືອ ຍິງລູກສອນໄຟໄປສູ່ຍີ່ປຸ່ນ.
ລູກສອນໄຟດັ່ງກ່າວ ໄດ້ບິນຂ້າມຍີ່ປຸ່ນປະມານ 10 ນາທີ ຫລັງຈາກຍິງ ໄດ້ແຕກອອກ
ເປັນສາມສິ້ນສ່ວນ ແລະຕົກລົງສູ່ທະເລປາຊິຟິກ ທາງພາກຕາເວັນອອກເຂດເໜືອເກາະ
ທີສຳຄັນຂອງຍີ່ປຸ່ນ Hokkkaido ອີງຕາມລັດຖະບານຍີ່ປຸ່ນ.
ກຳລັງປ້ອງກັນໂຕເອງຍີ່ປຸ່ນ (JASDF) ກຳລັງເຝິກຊ້ອມ ຢູ່ຖານທັບສະຫະລັດ ທີ່ Fussa ນອກຊານນະຄອນຫລວງ Tokyo.
ເສັ້ນທາງທີ່ກະຕຸ້ນ ເຮັດໃຫ້ດາວທຽມບອກເຖິງເຫດສຸກເສີນ ແກ່ສາທາລະນະຊົນບີ່ປຸ່ນ
ໄດ້ເຕືອນໃຫ້ຄົນຢູ່ໃນພາກເໜືອຂົງເຂດ Tohoku ພາກັນລົບລີ້ ເພາະວ່າອາດຖືກຜົນ
ກະທົບຈາກລູກສອນໄຟເກົາຫລີເໜືອ ແຕ່ວ່າບໍ່ມີສິ້ນສ່ວນລູກສອນໄຟໄດ້ຕົກລົງມາ
ໜ້າດິນ.
ຮູບພາບຖ່າຍຈາກ ວີດີໂອ ໃນວັນທີ 14 ສິງຫາ 2017 ຈາກອົງການຂ່າວເກົາຫລີເໜື້ອ KRT ສະແດງໃຫ້ເຫັນຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງຖືກລາຍງານໃຫ້ຊາບ ຢູ່ນະຄອນພຽງຢາງ.
ການຍິງຈາກລົດເຄື່ອນທີ່ ຈາກ Sunan ໃກ້ກັບສະໝາມບິນນາໆຊາດພຽງຢາງ ລູກສອນ
ໄຟໄດ້ບິນໄປຫຼາຍກວ່າ 2,700 ກິໂລແມັດ ຢູ່ສູງສຸດປະມານ 550 ກິໂລແມັດ ອີງຕາມທີ່
ປຶກສາທຳນຽບເກົາຫລີໃຕ້.
Your browser doesn’t support HTML5
Nokor Missile Reax
ການທົດລອງລູກສອນໄຟຫລາຍລູກຂອງເກົາຫລີເໜືອ ຫວ່າງມໍ່ໆມານີ້ ໄດ້ຍິງຈາກລົດ
ເຄື່ອນທີ່ຫລາຍແຫ່ງຢູ່ທົ່ວປະເທດ ເຮັດໃຫ້ມີຄວາມລຳບາກຫລາຍຂຶ້ນ ທີ່ເປັນເປົ້າໝາຍ
ແນໃສ່ບ່ອນທີ່ເປັນຖານຍິງແຫ່ງນຶ່ງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ