ເກົາຫຼີເໜືອ ຖືວ່າ ຕົນໄດ້ສຳເລັດ ສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ ແຕ່ຖືກ ປະຊາຄົມໂລກ ປະນາມ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ເກົາຫຼີເໜືອ ໄດ້ຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ໃນ
ວັນອາທິດມື້ນີ້ ທີ່ບັນຈຸ ອັນທີ່ຕົນໄດ້ກ່າວວ່າ ເປັນດາວທຽມ ຊຶ່ງ
ເປັນການທ້າທາຍ ຕໍ່ມາດຕະການ ຂອງອົງການສະຫະປະຊາ
ຊາດ ທີ່ຫ້າມນຳໃຊ້ ເທັກໂນໂລຈີ້ ລູກສອນໄຟຂີປະນາວຸດນັ້ນ.

ຈະຫຼວດທີ່ໄດ້ຖືກຍິງຂຶ້ນ ເມື່ອຕອນເຊົ້າວັນອາທິດມື້ນີ້ ຈາກ
ສະຖານທີ່ຍິງສົ່ງດາວທຽວ Tongchang-ri ຂອງເກົາຫຼີເໜືອ
ຢູ່ໃກ້ກັບຊາຍແດນຂອງຈີນ ທາງພາກຕາເວັນຕົກສຽງເໜືອ. ຈະຫຼວດໄດ້ມຸ້ງໜ້າໄປຕາມເສັ້ນໂຄຈອນ ທາງທິດໃຕ້ ໂດຍ
ຜ່ານນ່ານຟ້າທາງພາກໃຕ້ ຂອງໝູ່ເກາະ Okinawa ຂອງຍີ່ປຸ່ນ.

ຕໍ່ມາເກົາຫຼີເໜືອ ໄດ້ເປີດເຜີຍ ໃນຖະແຫລງການສະບັບໜຶ່ງ ຜ່ານອົງການຂ່າວ KCNA
ຂອງຕົນ ທີ່ຢືນຢັນເຖິງ ການຍິງນັ້ນ.

ທະຫານບົກຂອງເກົາຫຼີໃຕ້ ລາດຕະເວນ ຜ່ານໂບຕ່າງໆ ທີ່ມັດໃສ່ຮັ້ວເລັກ ເປັນການວິ່່ງວອນໃຫ້ສອງເກົາຫຼີ ຮ່ວມຊາດກັນຄືນ ໃນເຂດເມືອງ Paju ຂອງເກົາຫຼີໃຕ້, ໃກ້ກັບຊາຍແດນຕິດກັບເກົາຫຼີເໜືອ, ວັນທີ 7 ກຸມພາ 2016.

​ອົງການຂ່າວ KCNA ໄດ້ປະກາດວ່າ “ບັນດານັກວິທະຍາສາດ ແລະ ບັນດານັກຊ່ຽວ
ຊານ ຂອງສາທາລະນະລັດ ປະຊາຊົນເກົາຫຼີເໜືອ ໄດ້ປະສົບຜົນສຳເລັດ ຢ່າງຄົບຖ້ວນ ໃນການສົ່ງ ດາວທຽມສັງເກດການໂລກ ທີ່ເອີ້ນວ່າ Gwangmyongsong-4 ຂຶ້ນສູ່
ວົງໂຄຈອນ ຊຶ່ງໄດ້ຖືກສ້າງຂຶ້ນມາ ອີງຕາມແຜນພັດທະນາ ອາວະກາດແຫ່ງຊາດຂອງ
ປີ 2016 ໄລຍະ 5 ປີ.”

ສູນບັນຊາການຍຸດທະສາດ ສະຫະລັດ ໄດ້ກວດພົບ ອັນທີ່ຕົນໄດ້ເອີ້ນວ່າ ລູກສອນໄຟ
ກຳລັງບິນເຂົ້າສູ່ອະວາກາດ ແລະຍັງໄດ້ບົ່ງຊີ້ເຖິງການຍິງຂຶ້ນທີ່ເປັນຜົນສຳເລັດ. ອົງການ
ຂ່າວ Yonhap ຂອງເກົາຫຼີໃຕ້ ໄດ້ລາຍງານກ່ອນໜ້ານີ້ ວ່າ ຈະຫຼວດໄດ້ລົ້ມແຫລວ ໃນ
ການບິນຂຶ້ນໄປເຖິງວົງໂຄຈອນ ແລະ ໄດ້ຕົກລົງສູ່ທະເລໃກ້ກັບໝູ່ເກາະ Jeju ຂອງ
ເກົາຫຼີໃຕ້.

ສາຍຄວັນ ຂອງຈະຫລວດ ທີ່ສາມາດແນມເຫັນຢູ່ໃນອາວະກາດ ເທິງນ່ານຟ້າຂົງເຂດຂອງເກົາຫຼີເໜືອ ຈາກຟາກເຂດເມືອງຊາຍແດນ Dandong ຂອງຈີນ, ໃນພາບຖ່າຍນີ້ ເມື່ອວັນທີ 7 ກຸມພາ 2016. ເກົາຫຼີເໜືອ ໄດ້ຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ໃນ ວັນອາທິດມື້ນີ້ ທີ່ບັນຈຸ ອັນທີ່ຕົນໄດ້ກ່າວວ່າ ເປັນດາວທຽມ.