ເກົາຫລີເໜືອ ໂອນອໍານາດ ໃນຄະນະນໍາພາ ໃຫ້ແກ່ ທ່ານ ກິມ ຈົງ ອຸນ

  • ສິງ ບູຣົມມະວົງ

ທ່ານ ກິມ ຈົງອຸນ ຜູ້ນໍາປະເທດເກົາຫຼີເໜືອ. ວັນທີ 12 ເມສາ 2012

ເກົາຫຼີ​ເໜືອ​ໃກ້​ຈະສໍາ ເລັດ​ການ​ໂອນ​ອໍານາດ​ໃນ​ຄະນະ​ນໍາພາແລ້ວ ໂດຍມອບ​ໝາຍ​
ຕຳ​ແໜ່​ງ ໃໝ່​ອີກ​ຫຼາຍຕຳ​ແໜ່​ງໃຫ້​ທ່ານ​ກິມ ຈົງ​ອຸນ​ແລະ​ເຮັດ​ໃຫ້​ຖານະຂອງ​ທ່ານ​ແຂງ
ແຮງ​ຂຶ້ນ​ ໃນ​ນາມ​ເປັນ​ຜູ້​ສືບ​ທອດລາຊະວົງການ​ເມືອງທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໂດຍ​ມື້​ລາງ​ບິດາ
ແລະ​ພໍ່​ປູ່​ຂອງ​ທ່ານ​ນັ້ນ.

ອົງການ​ຂ່າວ​ທາງ​ການ​ເກົາຫຼີ​ເໜືອ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ກິມ ໄດ້​ຖືກ​ແຕ່ງ​ຕັ້ງ​
ໃຫ້​ເປັນ​ປະທານ​ຄະນະ​ກໍາມາທິການ​ສູນ​ກາງກອງທັບຂອງ​ພັກ​ກໍາມະກອນ​ທີ່​ປົກຄອງ​
ປະ​ເທດ​ໃນ​ປັດຈຸບັນຊຶ່ງ​ຄວບ​ຄຸມພົນທະຫານ 1 ລ້ານ 1 ​ແສນ​ຄົນ​ ຂອງ​ກອງທັບ​ເກົາຫຼີ​
ເໜືອ​ນັ້ນ. ນອກນັ້ນ​ທ່ານ​ຍັງ​ຖືກ​ເລືອກ​ໃນ​ວັນ​ພຸດ​ວານ​ນີ້​ໃຫ້​ເປັນ​ສະມາຊິກ​ຖາວອນ​ຂອງ
ກົມ​ການ​ເມືອງ​ສູນ​ກາງພັກ​ທີ່​ມີ​ອໍານາດ​ຫຼາຍ​ທີ່​ສຸດ​ແລະ​ໃຫ້​ເປັນ​ເລຂາທີ່​ການ​ເອກຂອງ​ພັກ
ຊຶ່ງ​ເປັນ​ຕໍາ​ແໜ່​ງທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໃໝ່ໆ​ນັ້ນ.

ບັນດາ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ພວກ​ຕໍາ​ແໜ່​ງ​ໃໝ່​ທີ່​ສຸດ​ຂອງ​ທ່ານ​ກິມ ນີ້​ປາກົດ​ວ່າ​ເສັດ​
ສິ້ນ​ການ​ເລື່ອນຊັ້ນ​ຂຶ້ນ​ມາ​ຄອງ​ຕໍາ​ແໜ່​ງສູງ​ສຸດ​ຊຶ່ງ​ເປັນ ການ​ເລື່ອນ​ຊັ້ນ​ທີ່​ຫຼີກ​ລ້ຽງບໍ່​ໄດ້ ​
ແລະ​ຂຶ້ນ​ໄວ​ທີ່​ສຸດ​ຂອງ​ຄະນະ​ນໍາພາ​ໃນພັກ​ຄອມ​ມີ​ວນິດ ອັນ​ເປັນ​ຂັ້ນ​ຕອນ​ທີ່​ໄດ້​ເລີ້ມ​ມາ
ເວລາ​ທ່ານ​ກິມຈົງ​ອີລມື້​ລາງ​ບິດາ​ຂອງ​ທ່ານ​ໄດ້​ເຖິງ​ແກ່​ອະສັນ​ຍະ​ກໍາ​ໄປ​ໃນ​ເດືອນ​ທັນວາ
ປີແລ້ວ​ນີ້.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ດົນ ກ່ອນ​ການ​ຍິງຈະ​ຫຼວດທີ່ ຄາດ​ກັນ​ມາ​ກ່ອນ ​
ໃນອັນ​ທີ່​ກຸງ​ພຽງ​ຢ້າງ​ກ່າວ​ວ່າ ເປັນ​ການ​ສົ່ງດາວ​ທຽມ​ພະຍາກອນອາກາດນັ້ນ ​ແຕ່​ຖືກ
ປະນາມ​ຈາກ​ປະ​ເທດ​ອື່ນໆ​ວ່າ​ເປັນ​ສາກບັງ​ໜ້າໃນ​ການທົດ​ລອງລູກ​ສອນ​ໄຟ​ນໍາ​ວິຖີນັ້ນ.

ການ​ສົ່ງ​ຈະ​ຫຼວດຂຶ້ນ​ສູ່​ອະວະກາດ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການສະເຫຼີ​ມສະຫຼອງ​ເປັນ​ເວລາ
ນຶ່ງ​ເດືອນ​ວັນ​ຄ້າຍ​ວັນ​ເກີດ​ຄົບຮອບ 100 ປີ​ ຂອງ​ທ່ານກິ​ມອີລ ຊຸງ ມື້​ລາງ​ຜູ້​ນໍາພາ​ໃນ​ການ​
ກໍ່​ຕັ້ງ​ປະ​ເທດ ​ແລະ​ເປັນ​ບິດາຂອງ​ມື້​ລາງທ່ານກິມ ຈົງ​ອີລ.