ເກົາຫຼີເໜືອ ໃຫ້​ຮ່ອງ​ຮອຍ ກ່ຽວກັບ ການທົດ​ລອງ ລູກສອນໄຟ ຂີປະນາວຸດ

ທ່ານ Jang Il Han, ທູດ ຄະນະຜູ້ແທນຖາວອນຂອງ ສປປ ເກົາຫຼີ ປະຈຳ ສປຊ ກ່າວໃນລະຫວ່າງການຖະແຫຼງຂ່າວທີ່ ນິວຢອກ, 28 ກໍລະກົດ, 2015.

​ເກົາຫຼີ​ເໜືອ ຊີ້​ໃຫ້​ຮູ້​ວ່າ ​ພວກ​ເຂົາ​ອາດ​ຈະ​ວາງ​ແຜນການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຄັ້ງໃໝ່ ຫຼືການ​ເກາະ​ຜິດ​ທາງ​ດ້ານ ທະຫານ​ອື່ນໆ​ ຫຼາຍ​ຊົ່ວ​ໂມງ​ຫຼັງ​ຈາກ​ພວກ​ເຂົາ​ໄດ້​ກ່າວ​ວ່າ ພວກ ເຂົາ​ບໍ່​ມີ​ຄວາມ​ສົນໃຈ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ ເລື່ອງ​ອາວຸດ​ນິວ​ເຄລຍຂອງ​ພວກ​ເຂົາ.

ນັກວິ​ເຄາະ​ໄດ້​ຄາດ​ຄະ​ເນ​ມາ​ຫຼາຍ​ອາທິດ​ແລ້ວ​ວ່າ ພຽງ​ຢາງອາດ​ຈະ​ຍິງ ທົດລອງ​ລູກສອນ​ໄຟ​ໃນ​ເດືອນ​ຕຸລາ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບ​ຮອບ 70 ປີ​ຂອງ​ພັກ​ທີ່​ປົກຄອງ​ປະ​ເທດ​ໃນ​ປະຈຸ​ບັນ, ​ເຊິ່ງ​ເປັນ​ວັນ​ທີ່ສຳຄັນໃນ​ປະຕິທິນ​ການ​ເມືອງ​ຂອງ ​ເກົາຫຼີ​ເໜືອ.

​ເມື່ອ​ຖືກ​ຖາມ​ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ ຂອງ​ການ​ທົດ​ລອງ​ໃນ​ວັນ​ອັງ ຄານ​ວານ​ນີ້, ​ທູດ​ປະຈຳ ສະຫະ​ປະຊາ​ຊາດ ຂອງ​ ເກົາຫຼີ​ເໜືອ ທ່ານ Jang Il Han ​ໄດ້ກ່າວ​ຕໍ່​ນັກ​ຂ່າວ​ວ່າ ທ່ານ​ບໍ່​ສາມາດ​ປະຕິເສດ ເຖິງ​ຄວາມ​ເປັນ​ໄປ​ໄດ້, ໂດຍ​ເວົ້າ​ເພີ່ມ​ເຕີມ​ວ່າ “ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພວກ​ເຮົາ​ຈະ​ມີ​ການສະ​ເຫຼີ​ມສະຫຼອງ ອັນ​ໃຫຍ່​ໂຕ ມະ​ໂຫລານ.”

ທ່ານ Jang ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ບໍ່​ຄ່ອຍ​ມີ​ໃນ ນະຄອນ ນິວຢອກ​ວ່າ “ພວກ​ເຮົາ​ໄດ້​ກ່າວ​ໃນ​ເມື່ອ​ກ່ອນ​ວ່າ ພວກ​ເຮົາ​ຈະ​ຕອບ​ໂຕ້​ຕໍ່ການ​ກີດ​ຂວາງ​ທາງ​ດ້ານ​ການ​ທະຫານ ​ແລະ ຄວາມ​ກົດ​ດັນ​ຂອງ ສະຫະລັດ ດ້ວຍ​ການປັບປຸງໃຫ້ທັນ​ສະ​ໄ​ໝ ແລະ ຂະຫຍາຍກຳລັງ​ນິວ​ເຄລຍຂອງ​ພວກ​ເຮົາ​.”

ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ທົດ​ລອງ ​ແມ່ນ​ໄດ້​ຮັບການສະໜັບ ສະໜຸນເພີ່ມ​ຕື່ມ ​ໃນ​ວັນ​ອັງຄານ​ວານ​ນີ້ ​ເມື່ອ​ເວັບໄຊ​ທ໌ ບລັອກຂຽນ​ຂໍ້ຄວາມ ​38 North ​ໄດ້​ລາຍ​ງານ​ວ່າ ​ເກົາ​ຫຼີ​ເໜືອ ​ປະກົດ​ວ່າໄດ້​ສຳ​ເລັດ​ການ​ຍົກ​ລະ​ດັບ​ສະຖານ​ທີ່​ຍິງ​ລູກ​ສອນໄຟ​ໃຫຍ່​ຂອງ​ພວກ​ເຂົາແລ້ວ.

​ບລັອກດັ່ງກ່າວ ທີ່ກຳກັບໂດຍ​ສະ​ຖາ​ບັນສະຫະລັດເກົາຫຼີ ທີ່ມະຫາວິ ທະຍາ​ໄລ Johns Hopkins, ​ໄດ້​ກ່າວ​ວ່າ ພຽງ​ຢາງ ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ອາຄານ​ຮອງ​ຮັບ ທີ່​ຖານ​ຍິງ​ລູກ​ສອນ​ໄຟ Sohae ​ແລ້ວເຊິ່ງ​ເປັນ​ບ່ອນ​ທີ່​ລູກ​ສອນ​ໄຟ​ຫຼາຍ​ລູກ​ໄດ້​ຖືກ​ກະກຽມ.

Your browser doesn’t support HTML5

Nokor Iran Nuclear