ພຶດຕິກຳ ທີ່ດີ ຂອງເກົາຫຼີເໜືອ ອາດຈະບໍ່ຜ່ອນຜັນ ມາດຕະການ ລົງໂທດໄດ້

ໃນຮູບພາບນີ້ ທີ່ນຳອອກມາຈາກວີດີໂອ ຂອງ ຜູ້ນຳເກົາຫຼີເໜືອ Kim Jong Un ຢືນຄຳນັບ ລະຫວ່າງ ພິທີຄີດໝາຍ ການປົກຄອງປະເທດ ຄົບຮອບ 70 ປີ ໃນພຽງຢາງ, ວັນທີ 10 ຕຸລາ 2015.

ເຖິງ​ແມ່ນ​ວ່າ ​ເກົາຫຼີ​ເໜືອ ມີ​ທ່າ​ທີ​ໃຫ້ການ​ຮ່ວມ​ມື ​ເມື່ອ​ບໍ່​ດົນ
​ມາ​ນີ້ກໍຕາມ ​ແຕ່​ໂຊ​ລ ​ແລະ ວໍ​ຊິງ​ຕັນ ບໍ່​ມີ​ຮ່ອງຮອຍໃດໆ ທີ່
​ຈະຫລຸດຜ່ອນຄວາມ​ກົດ​ດັນ ຕໍ່ລະບອບການປົກຄອງ​ຂອງ
Kim Jong Un ​ເລີຍ.

ທັງ​ສອງ​ປະ​ເທດ ຍັງ​ສືບຕໍ່ມີຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ ​ໂຄງການ
ອາວຸດ​ນິວ​ເຄລຍຂອງ​ພຽງ​ຢາງ ​ແລະມີຄວາມໝັ້ນໝາຍ​ຈະໃຊ້​
ນະ​ໂຍບາຍການ​ຄວບ​ຄຸມຢ່າງເຂັ້ມງວດດ້ວຍ​ມາດ​ຕະການ​ລົງ​
ໂທດ​ທາງ​ເສດຖະກິດ ແລະ ​ການ​ໂດດ​ດ່ຽວ​ທາງ​ດ້ານການ​ທູດ
​ເພື່ອ​ກົດ​ດັນ​ໃຫ້​ລະບອບ​ດັ່ງກ່າວເລີກ ລົ້ມ ​ໂຄງການອາ​ວຸດ​
ນິວ​ເຄລຍຂອງ​ຕົນ.

ນັກວິ​ເຄາະ ກ່ຽວກັບ​ເກົາຫຼີ ທ່ານ Daniel Pinkston ຜູ້​ທີ່​ທຳ​ການຄົ້ນ ຄວ້າ ທີ່ສູນ​ສຶກສາ​
ບັນຫາ​ຂັດ​ແຍ້​ງ ຢູ່​ມະຫາວິທະຍາ​ໄລ Babes-Bolyai ໃນ​ປະ​ເທດ Romania ທີ່​ມາ​
ຢ້ຽມຢາມ ກ່າວ​ວ່າ ຫຼາຍທ່ານ​ຢູ່​ໃນ​ປະ​ຊາ​ຄົມນາໆ​ຊາດ ມອງ​ເຫັນ​ແບບທີ່ຍັງມີຄວາມ
ສົງໄສຢູ່ ວ່າ ຄວາມ​ພະຍາຍາມ​ຂອງ​ເກົາຫຼີ​ເໜືອ ທີ່​ໄດ້ທຳການ​ພົວພັນ​ເມື່ອ​ບໍ່​ດົນ​ມາ​ນີ້
ອັນ​ລວມມີການ​ເຕົ້າ​ໂຮມບັນດາ​ຄອບຄົວ​ ທີ່ພັດ​ພາກ​ຈາກ​ກັນ ​ແລະ ການ​ທີ່​ບໍ່​ໄດ້​ຍິງ​
ຈະ​ຫຼວດ ຫຼັງຈາກ​ທີ່​ໄດ້ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ​ຕົນ​ຈະ​ຍິງນັ້ນ.

ພາບຖ່າຍຈາກດາວທຽມ ສະໜອງໂດຍ GeoEye ສະແດງໃຫ້ເຫັນ ພື້ນທີ່ອ້ອມແອ້ມ ໂຮງງານພະລັງນິວເຄລຍ Yongbyon ໃນເມືອງ Yongbyon ຂອງເກົາຫຼີເໜື້ອ.

ທ່ານ Pinkston ​ເວົ້າ​ວ່າ “ຍຸດ​ທະ​ສາດ​ຂອງ​ເກົາຫຼີ​ເໜືອ ກໍແມ່ນ​ເພື່ອ ພົວພັນ ​ແລະ
ສະ​ແດງ​ທ່າ​ທີ​ຮ່ວມ​ມື ໃນລະດັບໃດລະດັບ​ນຶ່ງ ບົນ​ພື້ນ ຖານ​ການ​ເລືອກ​ເວັ້ນ ​ແຕ່
ປາດ​ສະ​ຈາກ ການ​ຜູກ​ມັດ​ໃດໆ ຫຼື ການ​ປະຕິບັດ​ໃດໆ ​ກ່ຽວ​ກັບ​ການ​ຍົກ​ເລີກ
ການ​ຜະລິດ​ອາວຸດ​ນິວ​ເຄລຍ.”

​ໜ່ວຍ​ສືບ​ລັບ​ແຫ່ງ​ຊາດ ຂອງ​ໂຊ​ລ ​ໄດ້​ຊີ້ແຈງ​ໃນ​ວັນ​ອັງຄານ​ວານ​ນີ້ ​ວ່າ ​ເກົາຫຼີ​ເໜືອ
​ແມ່ນ​ຕຽມ​ພ້ອມ ​ທີ່​ຈະ​ທົດ​ລອງ​ນິວ​ເຄລຍ ຄັ້ງ​ທີ 4 ແຕ່​ຫາກ​ວ່າ​ ມັນ​ອາດຈະບໍ່​ເກີດ​ຂຶ້ນ​ໄດ້
​ໃນ​ອະນາ​ຄົດ​ໃກ້ໆ​ນີ້​.

ສ່ວນ​ຢູ່​ທີ່​ວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານວານ​ນີ້ ທ່ານ Sung Kim ຜູ້ຕາງ ໜ້າ​ພິ​ເສດ​ ດ້ານ
ນະ​ໂຍບາຍ​ເກົາຫຼີ​ເໜືອ ຂອງ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ ຕໍ່​ ຄະນະ
​ກຳມະການດ້ານ​ການ​ພົວພັນ​ຕ່າງປະ​ເທດຂອງສະພາ​ສູງ ວ່າ ລັດຖະບານພຽງ​ຢາງ
ຍັງສື​ບຕໍ່ທ້າ​ທາຍ​ ຄວາມ​ຕັ້ງ​ໃຈ​ ຂອງ​ປະຊາ​ຄົມນາໆ​ຊາດ.