ເກົາຫຼີເໜືອ ຍັງສືບຕໍ່ ຂາດແຄນ ເຂົ້າປາອາຫານ ຢ່າງໜັກ

ແຜ່ນທີ່ເກົາຫຼີເໜືອ

ທີ່ເກົາຫຼີເໜືອ ເຈົ້າໜ້າທີ່ແມ່ນກໍາລັງພະຍາຍາມຢູ່ຕະຫຼອດມາ
ເພື່ອຜ່ອນຄາຍ ສະພາວະຂາດເຂີນເຂົ້າປາອາຫານທີ່ຊໍ້າເຮື້ອ
ອັນເນື່ອງມາຈາກສະພາບດິນຟ້າອາກາດ ທີ່ຮ້າຍແຮງພ້ອມ
ກັບການຄຸ້ມຄອງທີ່ດິນທີ່ບໍ່ຖືກບໍ່ຄວນນັ້ນນໍາ.

ເດືອນແລ້ວນີ້ ລັດຖະບານໄດ້ລະດົມພວກແມ່ຍິງ 200 ຄົນ ໄປ
ສ້າງເຂື່ອນນ້ອຍ ຢູ່ໃກ້ໆກັບເມືອງ Anju ເພື່ອຊ່ວຍປ້ອງກັນທົ່ງ
ເຂົ້າສາລີບໍ່ໃຫ້ຖືກນໍ້າຖ້ວມຈາກລະບົບຖ່າຍເທຂອງເສຍ ທີ່
ຖືກທໍາລາຍເສຍຫາຍຍ້ອນນໍ້ໄພາຖ້ວມ. ແມ່ຍິງເຫລົ່ານັ້ນຊຶ່ງ
ສ່ວນໃຫຍ່ແມ່ນພວກແມ່ບ້ານ ໄດ້ອອກແຮງງານປ່ຽນຜຽນກັນ
ຂົນຖົງຂີ້ຕົມ ຜຽນລະ 5 ຊົ່ວໂມງ.

ແຕ່ເຖິງປານນັ້ນທົ່ງເຂົ້າສາລີຫຼາຍໆແຫ່ງນັ້ນກໍໄດ້ຖືກທໍາລາຍ
ຍ້ອນນໍ້າຖ້ວມແລະພາຍຸໄຕ້ຝຸ່ນຄັ້ງຫຼ້າສຸດນັ້ນ ຊຶ່ງຕາມມາ
ຫລັງຈາກເກີດສະພາວະແຫ້ງແລ້ງທີ່ຍືດຍາວ ໃນຕົ້ນປີນີ້.

ສະພາບດິນຟ້າອາກາດທີ່ຮຸນແຮງນີ້ ໄດ້ທັບມ້າງຄວາມຫວັງຂອງເກົາຫລີເໜືອ ທີ່ວ່າຈະໄດ້ຮັບ
ຜົນເກັບກ່ຽວດີຂຶ້ນ ໃນປີນີ້ ຫຼັງຈາກທີ່ໄດ້ນໍາໃຊ້ເທັກນິກປູກຝັງທີ່ທັນສະໄໝຂຶ້ນນັ້ນ. ເປັນເວລາ
ຫຼາຍປີມາແລ້ວ ທີ່ປະເທດທີ່ທຸກຍາກຫລາຍແຫ່ງນີ້ ໄດ້ອາໄສການຊ່ອຍເຫຼືອທາງດ້ານເຂົ້າປາ
ອາຫານຈາກຕ່າງປະເທດເປັນຫຼັກ ເພື່ອລ້ຽງດູປະຊາຊົນຈໍານວນ 24 ລ້ານຄົນຂອງຕົນ.
ບັນດາພະນັກງານສະຫະປະຊາຊາດ ຈະເລີ່ມທໍາການຊັ່ງຊາຕີລາຄາ ເບິ່ງຄວາມເສຍຫາຍ
ຕ່າງໆ ໃນອາທິດໜ້ານີ້ ຈະໄດ້ຮູ້ແຈ້ງເຖິງ ສະພາບການໂຕຈິງຂອງການຂາດເຂີນເຂົ້າປາ
ອາຫານນັ້ນ ວ່າຮ້າຍແຮງສໍ່າໃດ?

ອົງການອາຫານຂອງສະຫະປະຊາຊາດ ໄດ້ສະໜອງພວກເຂົ້າບະເລ່ແລະເຂົ້າທໍາມະດາ
ໃຫ້ເກົາຫລີເໜືອ ເພື່ອຊ່ວຍລ້ຽງດູພວກເດັກນ້ອຍທີ່ອຶດຫິວໃນໂຮງຮຽນແລະໂຮງໝໍຕ່າງໆ.
ນອກນັ້ນແລ້ວ ກໍຍັງໄດ້ສະໜອງຜະລິດຕະພັນສະເພາະຕ່າງໆໃຫ້ ສໍາລັບແກ້ໄຂບັນຫາ
ຄວາມຕ້ອງການດ້ານໂພຊະນາການ ຂອງພວກເດັກນ້ອຍແລະແມ່ນັ້ນ.