ເກົາຫຼີເໜືອ ຍິງຈະຫຼວດ ສົ່ງອາວຸດ ໄລຍະສັ້ນ

ປະຊາຊົນ ທີ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້, ຢືນເບິ່ງລາຍການທີ່ສະເໜີຂ່າວຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un, 3 ມີນາ, 2016.

ເກົາຫຼີເໜືອ ໄດ້ຍິງຈະຫຼວດສົ່ງອາວຸດໄລຍະສັ້ນຫຼາຍລູກລົງໃສ່ທະ ເລ ນອກຊາຍຝັ່ງທາງພາກຕາເວັນອອກຂອງປະເທດ.

ບັນດາເຈົ້າໜ້າທີ່ ເກົາຫຼີໃຕ້ ກ່າວວ່າ ໄດ້ມີການຍິງຂີປະນາວຸດດັ່ງ ກ່າວໃນວັນຈັນມື້ນີ້ຈາກເມືອງ Hamhung ທາງພາກຕາເວັນ ອອກຂອງປະເທດ.

ພວກເຈົ້າໜ້າທີ່ເຫຼົ່ານັ້ນບໍ່ໄດ້ເວົ້າວ່າສິ່ງທ່ີຍິງໄປນັ້ນແມ່ນລູກສອນ ໄຟ ຫຼື ຈະຫຼວດປະເພດໃດ.

ໃນສັບປະດາແລ້ວນີ້ ບັນດາເຈົ້າໜ້າທີ່ ເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີ ເໜືອ ໄດ້ຍິງຂີປະນາວຸດໄລຍະໄກປານກາງຕົກລົງໃສ່ທະເລ ໃນການທ້າທາຍຕໍ່ມາດຕະການ ລົງໂທດຂອງ ອົງການສະຫະປະຊາຊາດ.

Your browser doesn’t support HTML5

North Korea