ເກົາຫລີເໜືອໄດ້ຍິງລູກຈະຫຼວດລະຍະໃກ້ອີກສອງລູກຂຶ້ນຈາກ
ຝັ່ງທະເລກ້ຳຕາເວັນອອກຂອງຕົນ ຊຶ່ງເປັນການທົດລອງ ຄັ້ງທີ
ສາມ ໃນໄລຍະບໍ່ຮອດນຶ່ງອາທິດ.
ຂ່າວການຍິງທົດລອງລູກຈະຫລວດດັ່ງກ່າວ ແມ່ນມາຈາກເກົາ
ຫລີໃຕ້ ທີ່ກ່າວວ່າ ລູກຈະຫລວດໄດ້ຕົກລົງ ໂດຍບໍ່ໄດ້ເປັນອັນ
ຕະລາຍໃດໆ ຢູ່ໃນເຂດທະເລຕາເວັນອອກ ໃນວັນພຸດມື້ນີ້.
ບັນດາເຈົ້າໜ້າທີ່ ເກົາຫລີໃຕ້ ກ່າວວ່າ ລູກຈະຫລວດໄດ້ຍິງຂຶ້ນຈາກ ເມືອງ Wonsan ແລະ
ມີລັດສະໝີຍິງໄປໄກໄດ້ຮອດ 180 ກິໂລແມັດ.
ເປັນທີ່ເຊື່ອກັນວ່າ ແມ່ນຈະຫລວດລະຍະສັ້ນ ລຸ່ນ KN-09 ຂະໜາດ 300 ມິນລີແມັດ ທີ່ຍິງ
ຂຶ້ນຈາກຖານຍິງຈະຫຼວດ ທີ່ສາມາດຍິງໄດ້ຫຼາຍໆລູກພ້ອມກັນ.
ພຽງຢາງ ໄດ້ທົດລອງຍິງ ລູກສອນໄຟລະຍະສັ້ນສອງລູກ ໃນວັນອາທິດຜ່ານມາ ແລະໄດ້ຍິງ
ອີກສອງລູກ ໃນວັນພະຫັດອາທິດແລ້ວ ຢູ່ໃນເຂດດຽວກັນນີ້.
ການຍິງລູກຈະຫຼວດເຫຼົ່ານີ້ ມີຂື້ນນຶ່ງມື້ ກ່ອນໜ້າການຢ້ຽມຢາມນະຄອນຫລວງໂດຍປະທານ
ປະເທດຈີນ ທ່ານ Xi Jinping ເພື່ອການເຈລະຈາຫາລື ທີ່ຄາດວ່າສ່ວນໃຫຍ່ແລ້ວຈະແນ່
ໃສ່ເລື່ອງນິວເຄລຍ ແລະໂຄງການລູກສອນໄຟ ຂອງເກົາຫລີເໜືອ.
Your browser doesn’t support HTML5