ເກົາຫຼີເໜືອ ຍິງລູກສອນໄຟ ແລະສົ່ງເຮືອບິນລົບ ບິນໄປໃກ້ຊາຍແດນ ຂອງເກົາຫຼີໃຕ້

ກໍາປັ່ນບັນທຸກເຮືອບິນ USS Ronald Reagan ໄດ້ຮັບການຄຸ້ມຄອງ ໃນຂະນະທີ່ແລ່ນມາຮອດເມືອງບູຊານ, ປະເທດເກົາຫຼີໃຕ້, ວັນທີ 23 ກັນຍາ 2022.

ໃນຕອນເຊົ້າຂອງມື້ວັນສຸກນີ້ ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະໃກ້ ອອກໄປສູ່ທະ​ເລຕາເວັນອອກ ແລະສົ່ງເຮືອບິນລົບ ໃຫ້ບິນໄປໃກ້ຊາຍແດນຂອງ ເກົາຫຼີໃຕ້, ນັ້ນ​ຄື​ຄຳ​ເວົ້າ​ຂອງກອງທັບເກົາຫຼີໃຕ້ ​ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ເປັນ​ປໍ​ລະ​ປັກເພີ້ມຂຶ້ນ ຈາກການທົດລອງ​ຍິງອາວຸດເມື່ອ​ໄວໆ​ມານີ້ ຂອງເກົາຫຼີເໜືອ, ອີງຕາມລາຍ​ງານ​ຂອງອົງການຂ່າວ AP

ເສນາທິການຮ່ວມຂອງກອງ​ທັບເກົາຫຼີໃຕ້ ກ່າວຢູ່ໃນຖະແຫຼງການວ່າ ລູກສອນໄຟດັ່ງກ່າວໄດ້ຖືກຍິງອອກຈາກເຂດນະຄອນຫຼວງຂອງເກົາຫຼີເໜືອ ໃນເວລາ 1:49 ຕອນເຊົ້າ ອີງຕາມເວລາຢູ່ໃນທ້ອງຖິ່ນ.

ຖະແຫຼງການເປີດເຜີຍວ່າ ເກົາຫຼີໃຕ້ ໄດ້ເພີ້ມການຕິດຕາມເຝົ້າລະວັງຂອງພວກເຂົາເຈົ້າແລະຮັກສາຄວາມພ້ອມທາງທະຫານໃນການປະສານງານແບບໃກ້ຊິດກັບສະຫະລັດ.

ກະຊວງປ້ອງກັນ​ປະ​ເທດ ແລະສໍານັກງານນາຍົກລັດຖະມົນຕີຂອງຍີ່ປຸ່ນ ກໍໄດ້ຂຽນລົງໃນທວິດເຕີ້ເຊັ່ນກັນວ່າ ມີຄວາມເປັນໄປໄດ້ທີ່ເກົາຫຼີເໜືອໄດ້ຍິງລູກສອນໄຟ.

ນີ້ແມ່ນການຍິງລູກສອນໄຟຄັ້ງຫຼ້າສຸດຂອງເກົາຫຼີເໜືອໃນບໍ່ເທົ່າໃດອາທິດທີ່ຜ່ານມາ. ເກົາຫຼີເໜືອ ເປີດເຜີຍໃນວັນພະຫັດວານນີ້ວ່າ ທ່ານຜູ້ນໍາກິມ ຈົງ ອຶນ ໃຫ້ຄໍາແນະນໍາ ໃນການຍິງທົດລອງລູກສອນໄຟນໍາວິຖີໄລຍະໄກ ໂດຍທ່ານກິມກ່າວວ່າ ມັນໄດ້ສະແດງໃຫ້ເຫັນ ເຖິງຄວາມສໍາເລັດທີ່ສົມບູນ ໃນການຂະຫຍາຍຄວາມສາມາດໃນການໂຈມຕີດ້ວຍນິວເຄລຍ ໂດຍກອງທັບຂອງທ່ານ.

ເກົາຫຼີເໜືອ ກ່າວໃນວັນຈັນທີ່ຜ່ານມາວ່າ ການທົດລອງຍິງລູກສອນໄຟຂອງພວກເຂົາ​ເຈົ້າ ເມື່ອສອງອາທິດທີ່ຜ່ານມາ ເປັນການຈໍາລອງການໂຈມຕີທາງອາວຸດນິວເຄລຍໃສ່ເກົາຫຼີໃຕ້ ແລະສະຫະລັດ ທີ່ເປັນເປົ້າໝາຍສໍາຄັນຂອງພວກເຂົາ. ເກົາຫຼີ ເໜືອກ່າວວ່າ ການທົດລອງອາວຸດໝາຍເຖິງການອອກຄຳເຕືອນ​ຕໍ່ລັດຖະບານໂຊລ ແລະວໍຊິງຕັນ ​ທີ່ໄດ້​ທຳ​ການ​ຊ້ອມ​ລົບຮ່ວມທາງ​ທະ​ເລທີ່​ມີກໍາປັ່ນບັນທຸກເຮືອບິນ​ເຂົ້າຮ່ວມ​ນຳ​ນັ້ນ ເປັນການ​ຊ້ອມ​ລົບທີ່ “ອັນຕະລາຍ.”

ການຍິງລູກສອນໄຟຂອງເກົາຫຼີເໜືອ ແມ່ນສ່ວນນຶ່ງໃນການທົດລອງເປັນປະຫວັດການຂອງປະເທດພາຍໃນປີນີ້, ໂດຍມອງວ່າ ເປັນຄວາມພະຍາຍາມຂອງທ່ານກິມ ໃນການຈັດຫາຄັງແສງ ສໍາລັບທຳການຂົ່ມຂູ່ຫຼາຍ​ຂຶ້ນກວ່າເກົ່າ ເພື່ອກົດດັນ ​ໃຫ້​ຄູ່ແຂ່ງຂອງເກົາຫຼີເໜືອ ຍອມຮັບວ່າ ປະເທດຂອງທ່ານ ເປັນປະເທດທີ​ມີນິວເຄລຍຢ່າງຖືກຕ້ອງຕາມກົດໝາຍ ແລະຍົກເລີກການລົງໂທດທາງດ້ານເສດຖະກິດ.

ອ່ານຂ່າວນີ້ເປັນພາສາອັງກິດ