ເກົາຫຼີເໜືອ ຍຸຕິນະໂຍບາຍ ການທ້ອນ​ໂຮມ​ຊາດ ກັບ ເກົາຫຼີໃຕ້

  • ວີໂອເອ

ເມືອງແກປຸງຂອງເກົາຫຼີເໜືອ ຢູ່ທາງຫຼັງປ້ອມຍາມທະຫານ, ລຸ່ມ, ແນມມອງເຫັນຈາກຫໍສັງເກດການຮ່ວມ ປາຈູ (Paju), ເກົາຫຼີໃຕ້, ວັນທີ 16 ມັງກອນ 2024. ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກ່າວວ່າ ປະເທດຂອງທ່ານ ຈະບໍ່ດໍາເນີນການລວມປະເທດຄືນໃໝ່ກັບ ເກົາຫຼີໃຕ້ ອີກຕໍ່ໄປ.

ເກົາຫຼີເໜືອ ປະຖິ້ມນະໂຍບາຍກ່ຽວກັບຄວາມພະຍາຍາມເພື່ອ​ທ້ອນ​ໂຮມ​ຊາດ​ເຂົ້າ​ເປັນ​ນຶ່ງ​ດຽວກັນກັບເກົາຫຼີໃຕ້ຄືນໃໝ່.

ຜູ້ນຳ​ເກົາຫຼີ​ເໜືອ ທ່ານກິມ ຈົງ ອຶນ ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ​ລັດຖະທຳ​ມະນູນ ​ໂດຍ​ກ່າວ​ວ່າ ເກົາຫຼີ​ໃຕ້​ແມ່ນ “ສັດຕູ​ຄົນທໍາອິດ ​ແລະ​ເປັນ​ສັດຕູຄົນສໍາຄັນຂອງ​ປະ​ເທດບໍ່ມີປ່ຽນແປງ” ​ໃນລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ຈັນ​ວານ​ນີ້ ກ່ອນ​ການປະຊຸມ​ສະພາ​ປະຊາຊົນ​ສູງ​ສຸດ, ສະພາທີ່ລົງນາມຈໍ້າກາຂອງເກົາ ຫຼີເໜືອ, ອີງຕາມອົງການຂ່າວສູນກາງຂອງ​ເກົາຫຼີເໜືອ.

ທ່ານກິມ ກ່າວ​ວ່າ ລັດຖະທຳ​ມະນູນ​ຍັງຄົງລວມເອົາ​ແຜນ “ການຢຶດຄອງ, ການປາບປາມ ​ແລະການຢຶດ​ເອົາ​” ​ພາກ​ໃຕ້​ຄືນ​ໃໝ່ ຖ້າ​ຫາກ​ສົງຄາມເກີດ​ຂຶ້ນອີກຄັ້ງນຶ່ງ​ ລະຫວ່າງ​ສອງ​ສັດຕູ​ທີ່​ຂື່ນຂົມກັນ.

ທ່ານ​ກ່າວ​ວ່າ ​ເກົາຫຼີ​ເໜືອ​ບໍ່​ມີ​ເຈດ​ຕະນາ​ທີ່​ຈະ​ເລີ້ມຕົ້ນ​ສົງຄາມ, ​ແຕ່​ກໍ​ບໍ່​ມີ​ເຈດ​ຕະນາ​ທີ່​ຈະ​ຫຼີກ​ລ່ຽງຈາກສົງຄາມເຊັ່ນກັນ.

ສະພາ​ແຫ່ງ​ຊາດໄດ້​ປະກາດ​ໃນ​ວັນ​ອັງຄານມື້​ນີ້​ວ່າ ຕົນ​ໄດ້​ຍົກ​ເລີກ ​ອົງການ​ລັດ ຖະບານ​ສອງ​ປະ​ເທດ​ທີ່​ຮັບຜິດຊອບໃນ​ການ​ທ້ອນ​ໂຮມ​ຊາດ​ແລະ ​ຂໍ້​ລິ​ເລີ້ມການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຄືນ​ໃໝ່ ​ຕະ​ຫຼອດ​ທັງ​ອົງການສົ່ງ​ເສີມ​ການ​ຢ້ຽມຢາມຂອງຊາວ​ເກົາຫລີ​ໃຕ້ ​ໄປ​ຍັງ​ພູ​ຕາກ​ອາ​ກາດ ກຸມກັງ (Mount Kumgang) ຂອງ​ເກົາຫລີ​ເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ