ສະຫະລັດ ປະສົບຄວາມສຳເລັດ ໃນການ ທົດລອງ ລະບົບປ້ອງກັນ ລູກສອນໄຟ

ລູກສອນໄຟສະກັດກັ້ນລູກສອນໄຟຂີປະນາວຸດ ສະຫະລັດ ຖືກຍິງຂຶ້ນ ໃນລະຫວ່າງ ການທົດລອງ ຍິງຈາກຖານທັບອາກາດ Vandenberg ໃນລັດຄາລິຟໍເນຍ. 30 ພຶດສະພາ, 2017.

ທຳນຽບຫ້າແຈກ່າວວ່າ ການທົດລອງປ້ອງກັນລູກສອນໄຟຄັ້ງທຳອິດຂອງຕົນ ທີ່ປະກອບ ມີລູກສອນໄຟຂີປະນາວຸດຂ້າມທະວີບ ແມ່ນໄດ້ປະສົບຄວາມສຳເລັດ.

ພົນເຮືອ​ໂທ Jim Syring ຈາກອົງການປ້ອງກັນລູກສອນໄຟໄດ້ກ່າວວ່າ “ການສະກັດ
ກັ້ນເປົ້າໝາຍລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ເປັນຕົວແທນຂອງໄພຂົ່ມຂູ່ທີ່ມີ ຄວາມຊັບຊ້ອນ ແມ່ນປະສົບ​ຄວາມສຳ ເລັດທີ່ບໍ່ໜ້າເຊື່ອ.”

ການທົດລອງ​ໃ​ນວັນອັງຄານວານ​ນີ້ ​ແມ່ນ​ພົວພັນ​ກັບການຍິງລູກສອນໄຟສອງລູກແຍກ
ກັນ.

ການຈຳລອງການໂຈມຕີໂດຍລູກສອນໄຟຂີປະນາວຸດຂ້າມທະວີບ ໄດ້ຖືກຍິງຂຶ້ນຈາກ ເກາະນ້ອຍໆໃນມະຫາສະໝຸດປາຊີຟິກ, ໃນຂະນະທີ່ລູກສອນໄຟລູກທີສອງໄດ້ຖືກຍິງ
ຂຶ້ນຈາກຖານທັບອາກາດ Vandenberg ໃນລັດ ຄາລິຟໍເນຍ ເພື່ອສະກັດມັນ.

ລູກສອນໄຟລູກທີສອງ ໄດ້ຍິງຖືກລູກສອນໄຟລູກທຳອິດດ້ວຍ​ຄວາມ​ສຳເລັດຜົນເທິງ ມະຫາສະໝຸດ ​ໂດຍ​ໄດ້ທຳລາຍລູກ​ສອນ​ໄຟ​ດັ່ງກ່າວຢູ່ກາງອາກາດ.

ອະດີດເຈົ້າໜ້າທີ່ສືບລັບກອງທັບອາກາດ ສະຫະລັດ ແລະ ທີ່ປຶກສາການຄຸ້ມ​ຄອງວິກິດ ການຄົນປັດຈຸບັນ ທ່ານ Cedric Leighton ໄດ້ກ່າວຕໍ່ວີໂອເອວ່າ “ໃນແງ່ຄິດທາງການ
ທູດ, ມັນແມ່ນຂໍ້ຄວາມທີ່ໃຫຍ່ໂຕຫຼາຍ, ແລະ ຈາກທັດສະນະຄະຕິດ້ານເຕັກນິກນັ້ນ ມັນໄດ້ສະແດງໃຫ້ເຫັນວ່າ ມັນມີຄວາມເປັນໄປໄດ້ຢ່າງແທ້ຈິງກ່ຽວກັບການຕິດຕັ້ງຊະ ນິດຂອງການປ້ອງກັນ ທີ່ຈະທຳລາຍລູກສອນໄຟຂີປະນາວຸດຢ່າງໜ້ອຍຈຳນວນໜຶ່ງ ຢູ່ເທິງທ້ອງຟ້າ ກ່ອນທີ່ມັນຈະໄປຮອດເປົ້າໝາຍຂອງມັນ.”

ທ່ານ Leighton ໄດ້ກ່າວວ່າ ລະບົບດັ່ງກ່າວເຄີຍມີປະຫວັດທີ່ເປັນບັນຫາ ແລະ ມີປະ ສິດທິຜົນປະມານ 50 ຫາ 55 ເປີເຊັນ.

ທ່ານ​ເວົ້າວ່າ “ມັນຍັງ​ບໍ່​ແມ່ນ​ສິ່ງ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ຢ່າງ​ເຕັມທີ່​ເທື່ອ.”

ການ​ທົດ​ລອງ​ຂອງ​ສະຫະລັດ ມີຂຶ້ນຫລັງ​ຈາກ​ເກົາຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​
ຂ້າມ​ຂີ​ປະ​ນາ​ວຸດ​ໄລຍະ​ໃກ້​ລູກ​ນຶ່ງ ​ໃນ​ວັນ​ຈັນ​ທີ່​ຜ່ານມາ ຊຶ່ງ​ເກົາຫລີ​ເໜືອ​ປະ​ກາດ​ວ່າ ປະ
ສົບ​ກັບ​ຄວາມ​ສຳ​ເລັດ.

ລູກ​ສອນ​ໄຟ​ຂອງ ​ເກົາຫຼີ​ເໜືອ​ ໄດ້​ຕົກ​ໃສ່​ທະ​ເລ​ ຍີ່ປຸ່ນ ​ໃນເຂດ​ທີ່​ຮູ້​ກັນ​ວ່າ ​ເປັນ​ເຂດ​ເສດ
ຖະກິດ​ພິ​ເສດ​ຂອງ ​ຍີ່ປຸ່ນ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້ແກ່ ​ຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Pentagon Launches Missile Test