ເກົາຫຼີເໜືອ ລະເບີດຖະໜົນ ແລະເສັ້ນທາງລົດໄຟສ່ວນຕ່າງໆຂອງສອງເກົາຫຼີ ໃກ້ກັບຊາຍແດນ

ແຟ້ມຮູບ-ເຈົ້າໜ້າທີ່ ເກົາຫຼີເໜືອ ແລະ ເກົາຫຼີມໃຕ້ ເປີດປ້າຍບອກທາງກ່ຽວກັບ ໂຊລ ແລະ ພຽງຢາງ ລະຫວ່າງພິທີວາງສີລາລີກ ເພື່ອເຊື່ອມຕໍ່ຖະໜົນອີກຄັ້ງ ເມື່ອວັນທີ 26 ທັນວາ 2018. ເກົາຫຼີເໜືອລະເບີດຖະໜົນບາງສ່ວນທີ່ເຊື່ຶອມຕໍ່ໄປຍັງເກົາຫຼີໃຕ້ ໃນວັນທີ 15 ຕຸລາ 2024.

ເກົາຫຼີເໜືອ ໄດ້ທໍາການລະເບີດຖະໜົນ ແລະທາງລົດໄຟຫຼາຍສາຍພາຍໃນ ເກົາຫຼີ ຢູ່ບໍລິເວນຊາຍແດນທີ່ມີປ້ອມປ້ອງກັນຢ່າງໜາແໜ້ນລະຫວ່າງ 2 ເກົາຫຼີ ໃນວັນອັງຄານມື້ນີ້, ເຊິ່ງໄດ້ຜັກດັນໃຫ້ກອງທັບເກົາຫຼີໃຕ້ ຍິງປືນເຕືອນ.

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ້ມທະວີ​ຂຶ້ນ​ຢູ່​ແຫຼມ​ເກົາຫຼີ, ໂດຍ​ພຽງ​ຢາງ​ກ່າວ​ໃນ​ອາ​ທິດທີ່​ຜ່ານ​ມາ​ວ່າ ຈະ​ຕັດ​ຖະ​ໜົນ ​ແລະ​ທາງ​ລົດ​ໄຟ​ລະ​ຫວ່າງ​ເກົາ​ຫຼີ​ທັງໝົດ ແລະ​ເພີ້ມ​ທະ​ວີເສີມສ້າງ​ການ​ປ້ອງ​ກັນ​ຢູ່ຂົງ​ເຂດ​ຊາຍ​ແດນ​ຕົນທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊຸກ​ຍູ້​ລະ​ບົບ “ສອງ​ປະເທດ,” ເຊິ່ງເປັນການທຳລາຍ​ເປົ້າ​ໝາຍການ ລວມຕົວກັນ ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ພວກເຂົາເຈົ້າ.

ຫົວຫນ້າເສນາທິການຮ່ວມຂອງເກົາຫຼີໃຕ້ ຫຼື JCS ກ່າວວ່າ ໃນເວລາປະມານ ຕອນທ່ຽງຂອງວັນອັງຄານ ຕາມເວລາຢູ່ໃນທ້ອງຖິ່ນ, ບາງພາກສ່ວນຂອງ ເສັ້ນທາງ ແລະເສັ້ນທາງລົດໄຟໃນ ເກົາຫຼີເໜືອ ທີ່ເຊື່ອມຕໍ່ກັບ ເກົາຫຼີໃຕ້ ໄດ້ຖືກທໍາລາຍລົງ.

ກະຊວງ​ທ້ອນ​ໂຮມ​ປະ​ເທດໃຫ້​ເປັນນຶ່ງ​ດຽວ​ຂອງ​ລັດ​ຖະ​ບານ ໂຊ​ລ ​ທີ່​ຮັບຜິດ ຊອບ​ວຽກ​ງານ​ຂ້າມ​ຊາຍ​ແດນ ​ໄດ້​ອອກມາປະນາມຕໍ່​ເຫດການ​ດັ່ງກ່າວ​ວ່າ​ເປັນ​ການ​ລະ​ເມີດຕໍ່​ຂໍ້​ຕົກລົງ​ລະຫວ່າງ​ເກົາຫລີ​ ໃນອະດີດຢ່າງຈະແຈ້ງ ​ໂດຍ​ຮ້ອງສິ່ງ ທີ່ເກີດຂຶ້ນນີ້ວ່າ “​ເປັນຄວາມ​ຜິດ​ປົກກະຕິ​ສູງທີ່ສຸດ.”

ໂຄສົກຂອງກະຊວງດັ່ງກ່າວ ທ່ານ ຄູ ບີຢອງ-ແຊມ (Koo Byoung-sam) ກ່າວຕໍ່ກອງປະຊຸມສະຫຼຸບໂດຍຫຍໍ້ວ່າ “ເປັນທີ່ໜ້າເສົ້າໃຈທີ່ ເກົາຫຼີເໜືອ ດຳເນີນພຶດຕິກຳທີ່ຖອຍຫຼັງລົງແບບນີ້ຊ້ຳແລ້ວຊ້ຳອີກ.”

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ລະເບີດດັ່ງກ່າວ, ກອງທັບ​ເກົາຫຼີໃຕ້ ​ໄດ້​ຍິງ​ປືນ​ເຕືອນ​ທາງ​ບໍລິເວນພາກ​ໃຕ້​ຂອງ​ເສັ້ນ​ຊາຍ​ແດນ​ທາງ​ທະຫານ ​ເຖິງ​ວ່າຈະບໍ່​ມີ​ຄວາມ​ເສຍ​ຫາຍ​ໃດໆ​ຢູ່​ຝັ່ງຊາຍ​ແດນ​ຂອງ​ໂຊ​ລ ກໍຕາມ.

ວີດິໂອທີ່ເປີດເຜີຍໂດຍກອງທັບເກົາຫຼີໃຕ້ ໄດ້ສະແດງໃຫ້ເຫັນເຖິງການລະເບີດ ແລະຄວັນໄຟລຸກຂຶ້ນຢູ່ເໜືອບໍລິເວນຖະໜົນທີ່ເກົາຫຼີເໜືອໄດ້ວາງສິ່ງກີດຂວາງສີດຳໄວ້. ຢູ່ຝັ່ງ​ເກົາຫຼີ​ໃຕ້, ປ້າຍ​ຖະ​ໜົນ​ທີ່​ຂຽນ​ວ່າ “ລາກ່ອນ” ແລະ​ໄດ້​ລະ​ບຸ​ວ່າ ເມືອງ ເກຊອງ (Kaesong) ຂອງ ​ເກົາ​ຫຼີ​ເໜືອ​ ໄປທາງ​ໜ້າ 10 ແມັດ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, Oct 15 (Reuters) - North Korea blew up sections of inter-Korean roads and rail lines on its side of the heavily fortified border between the two Koreas on Tuesday, prompting South Korea's military to fire warning shots.

Tensions have been rising on the Korean peninsula, with Pyongyang saying last week it would cut off the inter-Korean roads and railways entirely and further fortify the areas on its side of the border as part of its push for a "two-state" system scrapping its longstanding goal of unification.

At around midday on Tuesday, some northern parts of road and rail lines connected to the South were destroyed, the South's Joint Chiefs of Staff (JCS) said.

Seoul's unification ministry, which handles cross-border affairs, condemned the incident as a clear violation of past inter-Korean agreements, calling it "highly abnormal."

"It is deplorable that North Korea is repeatedly conducting such regressive behaviour," ministry spokesman Koo Byoung-sam told a briefing.

In response to the blasts, the South's military fired warning shots south of the military demarcation line, although there was no damage on Seoul's side of the border, it said.

A video released by the South's military showed an explosion and a plume of smoke rising above an area of road where the North had put up a black barrier. On the South Korean side, a road sign read "Goodbye" and specified that the North Korean city of Kaesong was 10 metres (33 feet) ahead.