ເກົາຫລີເໜືອກ່າວຫາສະຫະລັດວ່າ ວາງແຜນລອບສັງຫານ ທ່ານ Kim Jong Un

ຮູບພາບຈາກ ຂ່າວເກົາຫລີເໜືອ KRT ສະແດງໃຫ້ເຫັນຜູ້ນຳ ເກົາຫລີເໜືອ ທ່ານ Kim Jong Un ສະຫລອງວັນຄົບຮອບ 85 ປີ ຂອງກອງທັບເກົາຫລີເໜືອ.

ໃນ​ວັນ​ສຸກ​ວານ​ນີ້ ​ເກົາຫລີ​ເໜືອ​ໄດ້​ກ່າວ​ຫາ​ລັດຖະບານ​ສະຫະລັດ ​ແລະເກົາຫລີ​ໃຕ້ວ່າ
ພະຍາຍາມ​ລອບ​ສັງຫານ​ຜູ້ນຳ Kim Jong Un ທີ່ບໍ່ສຳ​ເລັດ​ຜົນ.

ອົງການສື່​ມວນ​ຊົນລັດເກົາຫລີ​ເໜືອ ​ໄດ້​ລາຍ​ງານ​ໂດຍອ້າງ​ເຖິງຄວາມ​ເວົ້າ ຂອງກະຊວງ​
ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ວ່າຈະ “ຄົ້ນຫາແລະ​ກໍາຈັດ” ບັນດາ​ນັກ​ສືບ​ຢູ່​ໃນ​ບັນ
ດາ​ອົງການ​ສືບ​ລັບ​ຂອງສະຫະລັດ ​ແລະ​ເກົາຫລີ​ໃຕ້ ທີ່​ກະຊວງ​ດັ່ງກ່າວ ​ໄດ້ກ່າ​ວຫາ
​ວ່າ​ເປັນ​ຜູ້ວາງແຜນການ​ໂຈມ​ຕີດັ່ງກ່າວ “ຢ່າງບໍ່ມີ​ຄວາມ​ປານີ​ເລີຍ”

ອີງ​ຕາມ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ພວກ​ນັກ​ສືບ​ອາ​ເມຣິກັນ ​ແລະ
ເກົາຫລີ​ໃຕ້ ​ໄດ້​ບັງຄັບ​ໃຫ້​ຄົນ​ສັນຊາດ​ເກົາຫລີ​ເໜືອຜູ້​ນຶ່ງ ​ໃຫ້ພະຍາມ​ດໍາ​ເນີນ​ການ
ລອບ​ສັງຫານດັ່ງກ່າວ​ເພື່ອ​ແລກ​ກັບ​ເງິນຄ່າ​ຕອບ​ແທນ ​ແລະໄດ້​ເອົາ​ອຸບປະກອນ​ທາງ
ດາວທຽ​ມ​ໃຫ້​ຜູ້​ທີ່​ຈະທໍາ​ການ​ລອບ​ສັງຫານ​ນັ້ນ ​ເພື່ອ​ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​
ຂອງ ທ່ານ Kim.

ການ​ຮ່ວ​ມມື​ກັນລະຫວ່າງ​ນັກ​ສືບ​ ​ແລະ​ຜູ້​ຊາຍເກົາຫລີ​ເໜືອ ທີ່​ຮູ້ແຕ່​ນາ​ມສະກຸນ ​ວ່າ
​ແມ່ນ Kim ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ເລີ້ມ​ຂຶ້ນໃນ​ປີ 2014 ໃນເວລາທີ່​ພວກ​ສາຍ​ລັບ​ເຂົ້າ​
ໄປ​ຫາລາວໃນ​ຂະນະ​ທີ່​ລາວ​ເຮັດ​ວຽກ​ຢູ່ຣັດ​ເຊຍ.

​ພາຍ​ຫລັງ​ທີ່​ລາວ​ໄດ້​ກັບມາ​ບ້ານ ພວກນັກ​ສື​ບດັ່ງກ່າວ​ຖືກກ່າວ​ຫາ​ວ່າ ​ໄດ້​ຕິດ​ຕໍ່​ກັບ​
ຜູ້​ຊາ​ຍຄົນ​ນັ້ນ​ເລື້ອຍໆມາ ​ແລະໃນ​ເດືອນ​ແລ້ວ​ນີ້​ໄດ້ບອກ​ລາວ​ວ່າ ​ໃຫ້​ໃຊ້​ອາວຸດ​ຊີວະ​
ສາດເຄມີ ເພື່ອ​ດໍາ​ເນີນການ​ລອບ​ສັງຫານ.

ຖະ​ແຫລ​ງການ​ຂອງ​ເກົາຫລີ​ເໜືອ ບໍ່​ໄດ້​ໃຫ້​ລາຍ​ລະອຽດແຕ່​ຢ່າງ​ໃດ ​ວ່າຕົນ​ເອງ​ໄດ້​
ທັບ​ມ້າງ​ແຜນການ​ລອບ​ສັງຫານທີ່ຖືກກ່າວ​ຫານັ້ນ​ໄດ້​ຈັ່ງ​ໃດ ຫລື​ວ່າ​ມີ​ໃຜ​ແດ່ພົວພັນ
ກັບ​ການ​ດໍາ​ນີນການ​ນີ້ ທີ່​ຖືກ​ຈັບ. ​ເກົາຫລີ​ເໜືອ​ມັກ​ກ່າວ​ຫາ​ສະຫະລັດ​ ​ແລະເກົາຫລີ​
ໃຕ້ເປັນ​ປະ​ຈໍາ​ ແຕ່​ການ​ກ່າວ​ຫາ​ໃນ​ວັນ​ສຸກວາ​ນນີ້ ​ເປັນ​ການ​ກ່າ​ວ ຫາທີ່​ເວົ້າ​ແບບ
ສະ​ເພາະ​ເຈາະ​ຈົງ​ກ່ອນ​ທີ່​ເຄີຍມີ​ມາ.

ອົງການ​ສືບ​ລັບ CIA ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄໍາ​ເຫັນ​ໃດໆຕໍ່ຄໍາ​ກ່າວ​ຫາ ດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ