ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແມ່ນຜູ້ທີ່ມີຄວາມຜິດ ເວລາທີ່ເຂົາເຈົ້າຍິງປືນໃສ່ ກັນຂ້າມເຂດຊາຍ ແດນທີ່ມີການປ້ອງກັນໜາແໜ້ນໃນຕົ້ນເດືອນນີ້, ອີງຕາມການ ສືບສວນໂດຍກອງບັນຊາການອົງການສະຫະປະຊາຊາດ.
ລາຍງານທີ່ຖືກເຜີຍແຜ່ໃນວັນອັງຄານວານນີ້ ໂດຍກອງບັນຊາການອົງການສະ ຫະປະຊາຊາດທີ່ນຳພາໂດຍ ສະຫະລັດ ໄດ້ກ່າວວ່າ ເຫດການດັ່ງກ່າວໄດ້ລະເມີດການສະຫງົບເສິກທີ່ໄດ້ສິ້ນສຸດ ການຕໍ່ສູ້ກັນໃນສົງຄາມ ເກົາຫຼີ ໃນປີ 1950 ຫາ 53.
ລາຍງານໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ລະເມີດການສະຫງົບເສິກໃນວັນທີ 3 ພຶດ ສະພາ ເມື່ອເຂົາ ເຈົ້າໄດ້ຍິງປືນສີ່ລູກຖືກປ້ອມຍາມຂອງ ເກົາຫຼີໃຕ້. ລາຍງານໄດ້ ກ່າວວ່າ ກອງທະຫານ ເກົາຫຼີໃຕ້ ໄດ້ລະເມີດຂໍ້ຕົກລົງດັ່ງກ່າວ ເມື່ອເຂົາເຈົ້າໄດ້ ຕອບໂຕ້ຄືນດ້ວຍການຍິງປືນສອງລູກ.
ແຕ່ກອງບັນຊາການອົງການສະຫະປະຊາຊາດ ແມ່ນບໍ່ສາມາດທີ່ຈະພິຈາລະນາ ວ່າ ເກົາຫຼີເໜືອ ໄດ້ “ຕັ້ງໃຈຍິງ ຫຼື ເປັນອຸບັດຕິເຫດ.” ລາຍງານເວົ້າວ່າ ເກົາຫຼີ ເໜືອ ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນການສືບສວນສອບສວນ, ແຕ່ບໍ່ໄດ້ໃຫ້ ການຕອບສະໜອງຢ່າງເປັນທາງການ.
ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ອອກຖະແຫຼງການສະບັບນຶ່ງເວົ້າ ວ່າ ເຂົາເຈົ້າເສຍໃຈນຳການຄົ້ນພົບໂດຍປາສະຈາກການສືບສວນສອບສວນທີ່ ຖືກຕ້ອງກອງບັນຊາການອົງການສະ ຫະປະຊາຊາດ ກ່ຽວກັບ ການກະທຳຂອງ ເກົາຫຼີເໜືອ. ກະຊວງເວົ້າວ່າ ທະຫານຂອງເຂົາເຈົ້າໄດ້ປະຕິບັດຕາມຂັ້ນຕອນທີ່ ຖືກຕ້ອງທີ່ໄດ້ຂຽນໃນຄູ່ມືການຕອບໂຕ້ເວລາທີ່ເຂົາເຈົ້າຕອບໂຕ້ການຍິງປືນຂອງ ເກົາຫຼີເໜືອ.
ກອງບັນຊາການອົງການສະຫະປະຊາຊາດ ໄດ້ຄວບຄຸມກິດຈະການຢູ່ຕາມເຂດ ປອດທະຫານ ຫຼື DMZ ທີ່ຖືກໃຊ້ເປັນບ່ອນຂັ້ນກາງລະຫວ່າງ ເກົາຫຼີເໜືອ ກັບ ເກົາຫຼີໃຕ້. ທັງສອງຝ່າຍໃນທາງເຕັກນິກແລ້ວ ແມ່ນຍັງຄົງຢູ່ໃນພາວະສົງຄາມ ໃນຂະນະທີ່ເຂົາເຈົ້າບໍ່ໄດ້ບັນລຸສົນທິສັນຍາສັນຕິ ພາບຢ່າງເປັນທາງການ.