ພວກຜູ້ນຳ ອາເມຣິກາເໜືອ ຫາລືກັນ ກ່ຽວກັບ ການປ່ຽນແປງ ດິນຟ້າອາກາດ ແລະການຄ້າ ທີ່ການາດາ

ປະທານາທິບໍດີ Barack Obama ໂບກມື ໃນຂະນະທີ່ຂຶ້ນເຮືອບິນ Air Force One ວັນທີ 29 ມິຖຸນາ, 2016,

ການ​ປ່ຽ​ນແປງ​ຂອງດິນ​ຟ້າ​ອາກາດ​ຈະ​ເປັນ​ຫົວ​ຂໍ້ສຳຄັນ​ໃນ​ການ​ສົນທະນາ​ຂອງ ປະທານາທິບໍດີ Barack Obama ຢູ່​ປະ​ເທດ​ Canada ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດບັນດາ​ຜູ້ນຳ​ອາ​ເມຣິກາ​ເໜືອ ​ທີ່​ນະ ຄອນ Ottawa.

ນາຍົກລັດຖະມົນຕີ Canada ທ່ານ Justin Trudeau ​ແລະ​ປະທານາທິບໍດີ Mexico ທ່ານ Enrique Pena Nieto ຈະ​ຮ່ວມ​ກັບ ປະທານາທິບໍດີ Obama ​ໃນ​ການ​ປະກາ​ດ ການ​ເປັນ​ພາຄີ​ກ່ຽວ​ກັບ​ເລື້ອງອາກາດ ​ໃນ​ທົ່ວ​ທັງທະ ວີ​ບ ທີ່​ແນ​ໃສ່​ການ​ຜະລິດ​ໄຟຟ້າ​ເຄິ່ງນຶ່ງຂອງ​ອາ​ເມຣິກາ​ເໜືອ ຈາກ​ແຫ​ລ່ງທີ່​ບໍ່​ມີ ​ທາດ carbon ພາຍ​ໃນ​ປີ 2025. ປັດຈຸບັນ​ນີ້ ມີ​ພຽງ​ແຕ່ນຶ່ງ​ສ່ວນ​ສາມ​ຂອງໄຟ ຟ້າ​ຢູ່​ໃນ​ທະ​ວີ​ບ ທີ່ມາ​ຈາກແຫ​ລ່ງພະລັງງານ​ສະອາດ ​ເຊັນ​ວ່າ​ລົມ ຕາ​ເວັນ ​ ​ໄຟຟ້າພະລັງ​ນ້ຳ ຫລືພະລັງງານ​ນິວ​ເຄລຍ.

ສະຫະລັດ ​ແລະ​ Canada ​ໄດ້ມີ​ຄວາມ​ໝັ້ນ​ໝາ​ຍແລ້ ວ​ທີ່ຈະ​ຕັດການ​ປ່ອຍ​ ​ແກັສ methane ລົງ​ລະຫວ່າງ 40 ​ຫາ 45 ​ເປີ​ເຊັນ ຕ່ຳ​ກວ່າ​ລະດັບ​ປີ 2012 ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ​ນີ້ ​ໂດຍ​ປົກ​ປັກ​ຮັກສາ​ເນື້ອ​ທີ່​ດິນ ​ແລະ​ຂົງ​ເຂດ​ທະ​ເລໃນ​ບໍລິ​ເວນ​ຂົ້ວ​ໂລກ​ເໜືອ ​ແລະເລັ່ງລັດການ​ພັດທະນາ​ເທັກ​ໂນ​ໂລ​ຈີ​ທີ່​ປົກ​ປັກ​ຮັກສາ ​ທຳ​ມະ​ຊາດ. ປະທານາທິບໍດີ Pena Nieto ຍັງ​ຄາດວ່າ ຈະ​ປະກາດຄວາມ ໝາຍໝັ້ນ​ຂອງປະ​ເທດ​ທ່ານ​ກ່ຽວກັບ​ເປົົ້າ​ໝາຍ​ດັ່ງກ່າວ​ນີ້.

Mexico ປະ​ເຊີນ​ໜ້າ​ເພີ້ມ​ຂຶ້ນ​ກັບ​ການ​ທ້າ​ທາຍ ​ໃນ​ຂະນະ​ທີ່​ມີ​ແຜນ​ຈະເພີ້​ມການ ຜະລິດ​ພະລັງານ​ທີ່​ສະອາດ​ຂຶ້ນເຖິງ​ສອງ​ເທົ່າ​ໃນໄລຍະ​ແປດ​ປີ​ຂ້າງໜ້າ​. ອີງ​ຕາມ​ສະມາຄົມ​ພະລັງງານ​ສາກົນ 18% ຂອງ​ພະລັງງານ Mexico ທັງ​ໝົດ ແມ່ນ​ ​ພະລັງງານທີ່ສະອາດ ​ແຕ່​ວ່າ​ເຂົາ​ເຈົ້າ​ໄດ້​ຜ່ານ​ຮ່າງ​ກົດໝາຍ​ໄປ​ແລ້ວ​ ທີ່​ຕັດສິນ​ໃຈ​ໃຫ້​ໄດ້ເຖິງ 35 ​ເປີ​ເຊັນ​ພາ​ຍໃນ​ປີ 2014.

ການ​ຄ້າ​ຍັງ​ຈະເປັນ​ຫົວຂໍ້​ສຳຄັນ​ຄື​ກັນຢູ່​ໃນ​ລາຍການ​ປະຊຸມ​ໃນ​ວັນ​ພຸດ​ມື້​ນີ້. Mexico ​ແລະ Canada ​ແມ່ນ​ສອງ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ສຸດໃນ​ຈຳນວນ 3 ປະ​ເທດ​ຂອງ​ສະຫະລັດ​ແລະ Canada ​ໄດ້​ເປັນ​ຕະຫລາດສິນຄ້າ​ສົ່ງອອກໃຫຍ່​ສຸດຂອງ​ສະຫະລັດ​ໃນ​ປີ​ແລ້ວ​ນີ້.

ທຳນຽບຂາວ​ໄດ້​ກ່າວ​ວ່າ ລະດູ​ຮ້ອນ​ນີ້​ເປັນ​ໂອ​ກາດ​ທີ່​ຈະ “​ເນັ້ນຢ້ຳ​ເຖິງຄວາມ​ສຳ ຄັນ​ຂອງ​ອາ​ເມຣິກາ​ເໜືອ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ