ທູດພິເສດຂອງສະຫະລັດ 2 ທ່ານກໍາລັງຢູ່ໃນກຸງປັກກິ່ງເພື່ອທໍາການໂອ້ລົມສົນທະນາກັນ
ກັບເກົາຫລີເໜືອກ່ຽວກັບລາຍລະອຽດຕ່າງໆຂອງແຜນການທີ່ຈະສົ່ງການຊ່ອຍເຫຼືອດ້ານ
ເຂົ້າປາອາຫານຂອງສະຫະລັດ ຈໍານວນ 240 ພັນໂຕນໄປໃຫ້ປະເທດຄອມມີວນິດແຫ່ງນີ້.
ທູດພິເສດຂອງສະຫະລັດ ສໍາລັບບັນກາສິດທິມະນຸດຂອງເກົາຫລີເໜືອ ທ່ານ Robert King, ຂວາ, ກັບເຈົ້າໜ້າທີ່ອົງການ U.S.A.I.D ທ່ານ Jon Brause, ຊ້າຍ, ໃຫ້ສໍາພາດຂ່າວ ກ່ອນອອກໄປປະຊຸມກັບຝ່າຍ ເກົາຫລີເໜືອ ທີ່ນະຄອນຫລວງປັກກິ່ງ, ວັນທີ 7 ມີນາ 2012. (AP Photo/Ng Han Guan)
ທ່ານ Robert King ທູດພິເສດ
ດ້ານສິດທິມະນຸດໃນເກົາຫຼີເໜືອ
ກ່າວກ່ອນໜ້າການໂອ້ລົມສົນທະ
ນາກັນໃນວັນພຸດມື້ນີ້ວ່າ ໂຄງ
ການຊ່ອຍເຫຼືອອາຫານເປັນ
ໂຄງການທີ່ສະລັບຊັບຊ້ອນແລະ
ທ່ານກ່າວຕໍ່ໄປວ່າ ການໂອ້ລົມ
ສົນທະນາກັນນີ້ມີວັດຖຸປະສົງ
ເພື່ອໃຫ້ໝັ້ນໃຈວ່າການຊ່ອຍ
ເຫຼືອທີ່ວ່ານີ້ຈະໄປຮອດໄປເຖິງ
ພວກທີ່ຕ້ອງການການຊ່ອຍ
ເຫຼືອຫຼາຍທີ່ສຸດນັ້ນ.
ການໂອ້ລົມກັນນີ້ສາມາດແຜ້ວ
ທາງສໍາລັບການຊ່ອຍເຫຼືອເຂົ້າ
ປາອາຫານຂອງສະຫະລັດຄັ້ງ
ທໍາອິດ ໄປໃຫ້ເກົາຫຼີເໜືອໃນ
ໄລຍະ 3 ປີຜ່ານມາ. ລັດຖະ
ບານກຸງວໍຊິງຕັນ ໄດ້ໂຈະໃຫ້
ການຊ່ອຍເຫຼືອຂອງຕົນໄວ້ໃນ
ປີ 2009 ຫລັງຈາກກຸງພຽງ
ຢ້າງ ຂັບໄລ່ພວກຕິດຕາມ
ເບິ່ງການຊ່ອຍເຫຼືອສະຫະລັດ
ອອກຈາກປະເທດທ່າມກາງ
ຄວາມເປັນຫ່ວງເປັນໄຍວ່າ
ເຂົ້າປາອາຫານທີ່ສະຫະລັດຊ່ອຍ ໄດ້ຖືກແຍກອອກໄປໃຫ້ກອງທັບຫລືພວກຫົວກະທິ ໃນວົງການເມືອງນັ້ນ.