ນາໆຊາດ ຢາກໃຫ້ ສືບສວນ ການລະເມີດ ສິດທິມະນຸດ ຢູ່ ເກົາຫຼີເໜືອ

ຄ້າຍທະຫານຍາມແຫ່ງນຶ່ງ ຂອງເກົາຫຼີເໜືອ ຢູ່ Kaepoong ທີ່ເບິ່ງໄປຈາກ ປ້ອມສັງເກດການຂອງ ສປຊ ໃກ້ໆບ້ານຊາຍແດນ ປັນມຸນຈອມ ຢູ່ທາງທິດເໜືອກຸງໂຊລ (13 ກຸມພາ 2013)

ການສະໜັບສະໜຸນຂອງນາໆຊາດກຳລັງເພີ້ມທະວີຂຶ້ນ ເພື່ອໃຫ້
ອົງການສະຫະປະຊາຊາດ ທຳການສືບສວນ ຢ່າງເປັນທາງການ ກ່ຽວກັບສະຖານະການດ້ານສິດທິມະນຸດຢູ່ໃນເກົາຫຼີເໜືອທີ່ເຊື່ອ
ກັນວ່າ ຮວມຢູ່ໃນບັນດາປະເທດ ທີ່ມີສະພາບຮ້າຍແຮງທີ່ສຸດໃນ
ໂລກ.

ໃນວັນພະຫັດວານນີ້ ສະຫະລັດກ່າວວ່າ ຕົນຈະໃຫ້ການສະໜັບ ສະໜຸນຕໍ່ການສືບສວນຂອງອົງການສະຫະປະຊາຊາດ ກ່ຽວກັບ
ອັນທີ່ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Vic-
toria Nuland ເອີ້ນວ່າ ສະພາບການດ້ານສິດທິມະນຸດທີ່ໜ້າປະ
ນາມທີ່ສຸດ ຢູ່ໃນປະເທດຄອມມູນິດເກົາຫຼີເໜືອ ທີ່ລຶກລັບນັ້ນ.

ທ່ານນາງ Nuland ເວົ້າວ່າ "ພວກເຮົາໃຫ້ການສະໜັບສະໜຸນຕໍ່
ການສ້າງຕັ້ງກົນໄກທີ່ດີຂຶ້ນເພື່ອສືບສວນເບິ່ງການລ່ວງລະເມີດສິດທິມະນຸດຂອງ ສປປ ເກົາ
ຫຼີຢູ່ກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດ ໃນຄັ້ງຈະມານີ້.”

ໃນວັນພະຫັດວານນີ້ ຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງສະຫະລັດ
ກໍຮັບຜ່ານ ຮ່າງກົດໝາຍສະບັບນຶ່ງຮຽກຮ້ອງໃຫ້ສະໜັບສະໜຸນການສືບສວນດັ່ງກ່າວ ໂດຍ ທີ່ບັນດາສະມາຊິກສະພາສູງເຕືອນວ່າເກົາຫຼີເໜືອແມ່ນຢູ່ໃນຊັ້ນນຶ່ງອີກຕ່າງຫາກຖ້າເວົ້າເຖິງ ເລື່ອງການລະເມີດສິດທິມະນຸດ.

ໃນເດືອນແລ້ວນີ້ ຫົວໜ້າດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navy Pillay ກໍໄດ້ຮຽກຮ້ອງໃຫ້ນາໆຊາດ ສືບສວນເບິ່ງສະຖານະການ ໃນອັນທີ່ທ່ານນາງເວົ້າວ່າ ປະຊາຊົນທີ່ເຕັມ ໄປດ້ວຍຄວາມຍາກລຳບາກ ທີ່ຖືກບັງຄັບໃຫ້ເຊື່ອຟັງ ຂອງເກົາຫຼີເໜືອນັ້ນ. ທ່ານນາງກ່າວວ່າ ສະຖານະການ ໄດ້ສະແດງໃຫ້ເຫັນວ່າ ເກືອບບໍ່ມີຮ່ອງ ທີ່ດີຂຶ້ນໃດໆເລີຍ ພາຍໃຕ້ການປົກຄອງຂອງຜູ້ນຳຄົນໃໝ່ ທ່ານກິມຈົງອຸນ.

ນັກການທູດຂອງຍີ່ປຸ່ນແລະຫຼາຍໆປະເທດໃນສະຫະພາບຢູໂຣບໄດ້ໃຫ້ສັນຍານໄປແລ້ວໃນ
ການໃຫ້ ຄວາມສະໜັບສະໜຸນຕໍ່ການສືບສວນດັ່ງກ່າວນີ້.