ທະຫານ ເກົາຫຼີເໜືອ ຄົນນຶ່ງ ໂຕນຂ້າມ ເຂດປອດທະຫານ ໄປເກົາຫຼີໃຕ້

ນີ້ແມ່ນຮູບເມືອງ Ki Jong Dong ໃນເກົາຫຼີເໜືອ ທີ່ແນມເບິ່ງ ຈາກຫໍສັງເກດການ Ouellette ໃນເຂດປອດທະຫານ ທີ່ແບ່ງເກົາຫຼີ ອອກເປັນສອງປະເທດ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ທະຫານເກົາຫຼີເໜືອຄົນນຶ່ງໄດ້ໂຕນ
ໄປຍັງເກົາຫຼີໃຕ້ ຫຼັງຈາກໄດ້ສັງຫານນາຍທະຫານ 2 ຄົນ.

ເຈົ້າໜ້າທີ່ຄົນນຶ່ງຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ
ການໂຕນໜີຂອງທະຫານເກົາຫຼີເໜືອຜູ້ນີ້ມີຂຶ້ນໃນເວລາປະມານ
ຕອນທ່ຽງ ຂອງວັນເສົາມື້ນີ້ ໃນບໍລິເວນກໍ້າຕາເວັນຕົກ ຂອງເຂດ
ປອດທະຫານທີ່ມີການຍາມຮັກສາການຢ່າງເຂັ້ມແຂງທີ່ແບ່ງເກົາ
ຫຼີເໜືອແລະເກົາຫຼີໃຕ້ອອກຈາກກັນນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ທະຫານເກົາຫຼີເໜືອໄດ້ຖືກສອບປາກຄຳແລະ
ສາລະພາບວ່າໄດ້ຍິງນາຍ 2 ຄົນຂອງລາວຕາຍກ່ອນທີ່ຈະຫຼົບໜີ
ຂ້າມຊາຍແດນໄປຍັງເກົາຫຼີໃຕ້.

ການໂຕນໜີຂ້າມເຂດປອດທະຫານແມ່ນບໍ່ຄ່ອຍຈະມີກັນຍ້ອນວ່າໄດ້ມີການຍາມຮັກສາການ
ຢ່າງແໜ້ນໜາຢູ່ຕາມບໍລິເວນຊາຍແດນແລະທັງສອງຝ່າຍກໍໄດ້ຕິດຕັ້ງອາວຸດຢ່າງເຕັມອັດຕາ.