ຜູ້ນຳຂອງເກົາຫຼີເໜືອ ສິ້ນສຸດການຢ້ຽມຢາມຈີນ

  • ໄພສານ ວໍຣະຈັກ

ຕຳຫຼວດຢືນຍາມ ໃນບໍລິເວນທາງແຍກ ໃກ້ໆບ້ານພັກ Diaoyutai ຂອງລັດຖະບານຈີນ ບ່ອນທີ່ເຊື່ອກັນວ່າ ຜູ້ນຳຂອງເກົາຫຼີເໜືອ ໄດ້ໄປພັກເຊົາຢູ່ນັ້ນ (26 ພຶດສະພາ 2011)

ລາຍງານຂ່າວແຈ້ງວ່າທ່ານກິມຈົງອິລຜູ້ນຳຂອງເກົາຫຼີເໜືອ
ໄດ້ມ້ວນທ້າຍການຢ້ຽມຢາມຈີນເປັນເວລາ 6 ມື້ຂອງທ່ານ
ດ້ວຍການໄປຢ້ຽມເຂດເທັກໂນໂລຈີ ໃນນະຄອນຫຼວງປັກ
ກິ່ງ.

ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ລາຍງານວ່າ ລົດໄຟ
ພິເສດຂອງທ່ານກິມ ໄດ້ເດີນທາງອອກຈາກນະຄອນຫຼວງ
ປັກກິ່ງໃນຕອນບ່າຍຂອງວັນພະຫັດມື້ນີ້ແລະມຸ່ງໜ້າໄປຍັງ
ທິດເໜືອ ຊຶ່ງເປັນທິດທາງ​ໄປ​ສູ່ເຂດຊາຍແດນຂອງເກົາຫຼີ
ເໜືອນັ້ນ. ບໍ່ດົນ ກ່ອນອອກເດີນທາງ ຈາກນະຄອນຫຼວງ
ຂອງຈີນ ຜູ້ນຳເກົາຫຼີເໜືອ ໄດ້ໄປຢ້ຽມບໍລິສັດຂໍ້ມູນເທັກໂນ
ໂລຈີບໍລິສັດນຶ່ງ ທີ່ຄຸ້ມ Zhongguancun ຂອງປັກກິ່ງ.

ທັງຈີນ ແລະເກົາຫຼີເໜືອ ຕ່າງກໍບໍ່ໄດ້ໃຫ້ການຢືນຢັນ ກ່ຽວກັບການເດີນທາງໄປຢ້ຽມຢາມຈີນ
ຂອງທ່ານກິມຊຶ່ງເປັນການຢ້ຽມຢາມຄັ້ງທີ 3 ໃນ​ໄລຍະປີນີ້. ແຕ່ເປັນທີ່ເຊື່ອກັນວ່າຜູ້ນຳທີ່ລຶກ
ລັບຂອງເກົາຫຼີເໜືອທ່ານນີ້ໄດ້ພົບປະເຈລະຈາໃນມື້ວັນພຸດວານນີ້ກັບປະທານປະເທດຈີນທ່ານ
ຫູຈິນເຖົາຜູ້ນຳຂອງປະເທດພັນທະມິດທີ່ສຳຄັນ ແລະໃຫ້ການຊ່ອຍເຫຼືອທາງດ້ານເສດຖະກິດ
ຢ່າງຫຼວງຫຼາຍພຽງປະເທດດຽວເທົ່ານັ້ນຂອງເກົາຫຼີເໜືອ.

ໃນໄລຍະສອງສາມມື້ຜ່ານມານີ້ໄດ້ມີຄົນເຫັນທ່ານກິມໄປຢ້ຽມເຂດອຸດສາຫະກຳຫຼາຍໆບ່ອນ ທີ່ໄດ້ຮັບການພັດທະນາຢ່າງກ້າວໜ້າໃນເຂດພາກຕາເວັນອອກແລະຕາເວັນອອກສຽງເໜືອ
ຂອງຈີນ.