ຜູ້ນໍາເກົາຫລີເໜືອ ສືບຕໍ່ ຢ້ຽມຢາມຈີນ ຢ່າງລັບໆ

  • ສິງ ບູຣົມມະວົງ

ຮູບທ່ານກິມອີລຊຸງ ຜູ້ນໍາເກົາຫລີເໜືອ (ຢືນປິ່ນຫລັງ) ຕາມຂ່າວ Jonhap ຂອງເກົາຫລີໃຕ້, ວັນທີ 22 ພຶດສະພາ 2011


















ສື່​ມວນ​ຊົນ​ເກົາຫລີ​ໃຕ້​ລາຍ​ງານ​ວ່າ ທ່ານ​ກິ​ມອີລຊຸງ ຜູ້​ນໍາ​ເກົາຫລີ​ເໜືອ​ໄດ້​ເດີນທາງ​ມຸ່ງ​ໜ້າ
ໄປສູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໂດຍ​ທາງ​ລົດ​ໄຟ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງເປັນ​ມື້​ທີ 3 ຂອງ​ການ
ຢ້ຽມຢາມແບບລັບໆ​ ທີ່ປະເທດ​ພັນທະ​ມິດ​ທີ່​ສໍາຄັນ​ທີ່​ສຸດ ທັງ​ເປັນ​ແຫ​ລ່ງການ​ຊ່ອຍ​ເຫລືອ
ທີ່​ໃຫຍ່​ທີ່​ສຸດຂອງ​ປະ​ເທ​ດທ່ານ.

ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້ ທີ່​ອ້າງອິງ​ແຫ​ລ່ງຂ່າວ​ທາງ​ການ​ທູດ ​ກ່າວ​ວ່າ ປາ
ກົດ​ວ່າທ່ານ​ກິມ​ພວມ​ມຸ້ງ​ໜ້າ​ໄປທາງ​ທິດ​ຕາ​ເວັນ​ອອກສຽງໃຕ້​ສູ່​ເມືອງຢາງ​ໂຈ (Yangzhou)
ຕິດ​ກັບ​ຊຽງໄຮ້ ເມືອງຫລວງ​ເສດຖະກິດ​ຂອງ​ຈີນ. ກ່ອນ​ໜ້າ​ນັ້ນ ຜູ້​ນໍາ​ເກົາຫລີ​ເໜືອ​ໄດ້​ຢຸດ
ແວ່​ທີ່ເມືອງ Changchun ສູນ​ກາງອຸດສາຫະກໍາໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.

ນັບ​ແຕ່​ມີ​ລາຍ​ງານ​ວ່າ ທ່ານ​ກິມ​ໄດ້​ເດີນທາງ​ເຂົ້າ​ໄປ​ໃນ​ຈີນ​ໃນ​ວັນ​ສຸກຜ່ານ​ມານີ້ ​ທັງ​ຈີນ​ແລະ
ເກົາຫລີ​ເໜືອ ຕ່າງກໍ​ບໍ່​ໄດ້​ເປີດ​ເຜີຍ​ຂ່າວ​ໃດໆ​ໃຫ້​ຮູ້​ກ່ຽວກັບການ​ເດີນທາງຮວມທັງ​ຈຸດປະສົງ
ຂອງ​ການ​ຢ້ຽມຢາມ​ ຫລື​ວ່າ​ທ່ານ​ກິມຈະ​ໄປ​ພົບ​ກັບ​ຜູ້​ໃດ ຫລື​ມີ​ໃຜ​ຕິດຕາມ​ໄປ​ນໍາ​ທ່ານແດ່.

ການ​ຢ້ຽ​ມຢາມຕ່າງປະ​ເທດຂອງ​ຜູ້​ນໍາ​ເກົາຫລີ​ເໜືອ ​ແມ່ນ​ປົກປິດ​ເປັນຄວາມ​ລັບ​ສະ​ເໝີ ​ແລະ
ສື່​ມວນ​ຊົນ​ທີ່​ລັດ​ຄວມຄຸມ ​ກໍ​ມັກ​ຈະລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ການຢ້ຽມຢາມ ​ຫລັງ​ຈາກ​ທີ່​ທ່ານ
ກິມ​ເດີນທາງ​ກັບ​ຄືນ​ປະ​ເທດແລ້ວເທົ່າ​ນັ້ນ.

ການ​ຢ້ຽມຢາມ​ຈີນ​ໃນຄັ້ງ​ນີ້​ຂອງ​ທ່ານ​ກິມ ນັບເປັນ​ຄັ້ງ​ທີ​ສາມ​ໃນ​ເວລາພຽງ​ນຶ່ງ​ປີ​ປາຍ.