ເກົາຫຼີເໜືອ ສະຫຼອງ ວັນຄ້າຍວັນເກີດ ມື້ລາງຜູ້ນໍາ ກິມຈົງອີລ

  • ສິງ ບູຣົມມະວົງ

ປະຊາຊົນເກົາຫລິເໜືອພາກັນໄປວາງດອກໄມ້ ເພື່ອສະຫຼອງວັນເກີດ ຄົບຮອບ 70 ປີຂອງມື້ລາງຜູ້ນໍາປະເທດ ກິມຈົງອີລ ທີ່ກຸງພຽງຢ້າງ. ວັນທີ 16 ກຸມພາ 2012.

ໃນ​ວັນ​ພະຫັດ​ມື້​ນີ້ ປະຊາຊົນ​ເກົາຫລີ​ເໜືອ ​ພາກັນ​ສະ​ເຫລີມສະຫຼອງວັນ​ຄ້າຍ​ວັນ​ເກີດ
ຄົບຮອບ 70 ປີ​ຂອງ​ມື້​ລາງ​ຜູ້​ນໍາ ກິມຈົງ​ອີລ ຖ້າ​ຜູ້ກ່ຽວ​ຫາກ​ຍັງ​ມີ​ຊີວິດ​ຢູ່​ໃນ​ມື້​ນີ້​ ດ້ວຍ
ຄວາມຕື່ນ​ເຕັ້ນແຕ່​ບໍ່​ຄຶກຄື້ນປານ​ໃດ ທ່າມກາງ​ດິນ​ຟ້າ​ອາກາດ​ໜາວ​ແລະ​ລົມ​ພັດ​ໃນ​ກຸງ​
ພຽງ​ຢ້າງ.

ພວກ​ທະຫານ​ແລະ​ພົນລະ​ເຮືອນ​ກຸ່ມ​ໃຫຍ່ໆ​ ພາກັນ​ກົ້ມ​ຫົວ​ຄໍານັບ​ແບບໂສກ​ເສົ້າ​ພ້ອມໆ
ກັນ​ແລະ​ປະ​ດອກ​ໄມ້ “kimjongilla” ທີ່​ໃສ່​ຊື່​ຕາມມື້​ລາງຜູ້​ນໍາ​ ຢູ່​ຂ້າງ​ລຸ່ມ​ຂອງ​ຮູບ​ພາບ​
ທີ່​ໜ້າ​ຍິ້ມ​ແຍ້ມ​ທີ່​ຫ້ອຍ​ໄວ້​ໃນ​ໃຈກາງ​ຈັດ​ຕຸ​ລັດ​ກິ​ມອີນຊຸງ ​ໃນເຂດໃຈ​ກາງ​ນະຄອນຫລວງ
ພຽງ​ຢ້າງ​ນັ້ນ.

ໂທລະພາບ​ແຫ່ງ​ລັດ​ໄດ້​ສະ​ແດງ​ຮູບ​ພາບ​ຂອງທ່ານ​ກິມຈົງ​ອູ​ນ ​ລູກ​ຊາຍ​ຫລ້າ ​ແລະ​ຜູ້​ສືບ​
ທອດອໍານາດ​ ສະ​ແດງ​ການ​ຄໍານັບ​ຕໍ່​ມື້​ລາງ​ບິດາ​ຂອງ​ທ່ານ ​ທີ່ອະ​ນຸສອນ​ສະຖານ Kum
susan ບ່ອນ​ທີ່​ສົບ ຂອງ​ມື້​ລາງ​ທ່ານ​ກິມຈົງ​ອີລ ດອຍ​ໄວ້​ຕັ້ງ​ແຕ່​ຜູ້ກ່ຽວ​ໄດ້​ເຖິງ​ແກ່​ມໍລະ
ນະກໍາ​ໄປ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ຜູ້ນຳໃນ​ພິທິການ​ຕ່າງໆ​ແຫ່ງ​ລັດ​ເກົາຫລີ​ເໜືອ​ໄດ້​ກ່າວ​ຍ້ອງ​ຍໍ ​ຄວາມ​ສໍາ​ເລັດຂອງ​ມື້​ລາງ
ທ່ານ​ກິມຈົງ​ອີລ ​ໃນ​ການ​ກ່າວ​ສະດຸ​ດີ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງມີ​ພວກ​ນາຍ​ທະຫານ​ແລະ​ເຈົ້າ​
ໜ້າ​ທີ່​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ຄົນ ເຂົ້າ​ປະກອບສ່ວນ​ນໍາ​ນັ້ນ. ທ່ານ Kim Yong-nam
ໄດ້​ຮຽກຮ້ອງໃຫ້​ພັກ​ຄອມ​ມູນິສ ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ມີ​ຄວາມສາມັກຄີ​ກັນພາຍ​
ໃຕ້​ການ​ນໍາພາ​ຂອງ​ທ່ານ​ກິມຈົງ​ອູ​ນ​ໂດຍ​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ເກົາຫລີ​ເໜືອ​ປົກ​ປ້ອງ​ທ່ານ
ດ້ວຍ​ຊີວິດ​ຂອງ​ເຂົາ​ເຈົ້າ.