ການແຂ່ງຂັນກັນດ້ານຄອມພິວເຕີເຄື່ອນທີ່ ກໍາລັງດຸເດືອດຂຶ້ນຢູ່ໃນໂລກ ພ້ອມກັບການປະກາດເປີດໂຕຜະລິດຕະພັນຕ່າງກັນ ເມື່ອວັນພຸດອາທິດແລ້ວນີ້ ໂດຍສອງບໍລິສັດທີ່ເປັນພາຄີກັນ ຄື Nokia ກັບ Microsoft ແລະໂດຍບໍລິສັດ Motorola ທີ່ເປັນເຄືອຂ່າຍຂອງ Google ນັ້ນ. ຜູ້ສື່ຂ່າວວີໂອເອ Mike O’Sullivan ລາຍງານວ່າ ຈະມີການເປີດໂຕ ຄອມພິວເຕີແບບເປັນແຜ່ນແປໆ ທີ່ເອີ້ນວ່າ tablet ຫລືແບບ ໄອແພດຂອງບໍລິສັດແອບເປິ້ນ ແລະໂທລະສັບເຄື່ອນທີ່ຫລືມືຖື ລຸ້ນໃໝ່ໆອອກມາອີກ ໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຊຶ່ງຈະເປັນການເພີ່ມທາງເລືອກຕື່ມອີກໃຫ້ແກ່ພວກອຸບ ປະໂພກຫລືຜູ້ຊົມໃຊ້ທັງຫລາຍ. ທອງປານມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
LOS ANGELES —
ບໍລິສັດ ໂນເກຍ ແລະ ໄມໂຄຣຊອຟ ໄດ້ເປີດໂຕໂທລະສັບສະຫຼາດ ຫຼື smartphones ລຸ້ນໃໝ່ສອງລຸ້ນ ຄື ລຸ້ນ Lumia 820 ແລະ 920 ໃນ ການປະກາດຮ່ວມກັນ ທີ່ນີວຢ໊ອກ ເມື່ອວັນທີ 5 ກັນຍາຜ່ານມານີ້. ໂທລະສັບມືຖືລຸ້ນໃໝ່ດັ່ງກ່າວນີ້ ອວດອ້າງລະບົບສາກແບດເຕີຣີ່ແບບໄຮ້ສາຍ ລະບົບກ້ອງຖ່າຍຮູບທີ່ປັບປຸງໃຫ້ດີຂຶ້ນ ແລະຈະປະຕິບັດການດ້ວຍລະບົບ Window 8 ລຸ້ນໃໝ່ຂອງໄມໂຄຣຊອຟ ຊຶ່ງທ່ານ Stephen Elop ຫົວໜ້າບໍລິຫານບໍລິສັດໂນເກຍ ກ່າວວ່າ ການເປັນພາຄີຮ່ວມງານກັນຂອງສອງບໍລິສັດໃນດ້ານນີ້ ແມ່ນສໍາຄັນຫຼາຍ.
ທ່ານ Stephen Elop ເວົ້າວ່າ:“ເພື່ອຈະນໍາເອົາປະສົບການໃໝ່ໆທີ່ແຂ່ງຂັນກັບບໍລິສັດອື່ນໆໄດ້ ມາໃຫ້ບັນດາຜູ້ຊົມໃຊ້ນັ້ນ ໂນເກຍຈໍາເປັນຕ້ອງໄດ້ ເປັນພາກສ່ວນນຶ່ງຂອງລະບົບນິເວດວິທະຍາ.”
ລະບົບນິເວດວິທະຍາສໍາລັບເຄື່ອງຄອມພິວເຕີ ຄືການຜະສົມຜະສານເອົາ ຊອບແວ ຮາດແວ ແລະເຄືອຄ່າຍດິຈິເຕິລ ມາໃຊ້ນໍາກັນ. ພວກບໍລິສັດຕ່າງໆເຊັ່ນ Apple ແລະບໍລິສັດ Google ທີ່ຫາກໍເຂົ້າມາຮ່ວມໃນວົງການນີ້ ພ້ອມດ້ວຍລະບົບປະຕິບັດການ Android ນັ້ນ ຕ່າງກໍໄດ້ສ້າງລະບົບນິເວດວິທະຍາຂຶ້ນມາ ທີ່ຖືກນໍາໃຊ້ຢູ່ໃນໂທລະສັບ smartphone ແລະຄອມພິວເຕີແບບ tablet ຫລື ແບບໄອແພດນັ້ນ. Elizabeth Fife ຊຶ່ງສຶກສາເລຶ່ອງອຸດສາຫະກໍາຄອມພິວເຕີເຄຶ່ອນທີ່ ທີ່ມະຫາວິທະຍາໄລ Southern California ກ່າວວ່າ Microsoft ກໍກໍາລັງຫວັງວ່າ ຈະໄດ້ສ່ວນແບ່ງກໍາໄລ ຈາກລະບົບນິເວດວິທະຍາທີ່ຕົນສ້າງຂຶ້ນມາ ໃຫ້ມືຖື smartphone ຂອງໂນເກຍນັ້ນເຊ່ນກັນ.
Elizabeth Fife ກ່າວວ່າ: “ເມື່ອທ່ານມີລະບົບບໍລິການ ແລະມີເຄຶ່ອງອຸບປະກອນຂອງຕົນເອງ ແລະຄວບຄຸມອົງປະກອບໃຫຍ່ທັງສອງຢ່າງນັ້ນ ແລ້ວ ທ່ານກໍຈະມີອໍານາດຫລາຍຂຶ້ນ ຄືບໍ່ຕ້ອງໄດ້ໄປອາໄສອົງປະກອບໃດນຶ່ງຂອງຄົນອື່ນ.”
ທາງດ້ານບໍລິສັດ Motorola ທີ່ບໍລິສັດ Google ໄດ້ຊື້ເອົາເມື່ອເດືອນພຶດ ສະພາຜ່ານມາ ກໍໄດ້ເປີດໂຕ ໂທລະສັບມືຖື Razr ລຸ້ນໃໝ່ສາມລຸ້ນ ທີ່ມີຄວາມສາມາດຄ້າຍໆກັບ smartphone ຂອງໂນເກຍ ຄືຈະໃຊ້ລະບົບ ປະຕິບັດການແບບ G-4 ຫຼື ເຄືອຂ່າຍຄວາມໄວສູງ ລຸ້ນທີ່ສີ່.
ເບິ່ງວີດີໂອພາສາອັງກິດ:
Elizabeth Fife ກ່າວຕື່ມວ່າ ຝ່າຍບໍລິສັດ ໄມໂຄຣຊອຟ ກໍຫວັງທີ່ຈະປ່ຽນຮູບແບບຂອງລະບົບປະຕິບັດການຂອງຄອມພິວເຕີເຄື່ອນທີ່ ດ້ວຍລະບົບ Window 8 ຂອງຕົນ ຊຶ່ງເປັນລະບົບປະຕິບັດການແບບໃໝ່ທີ່ຈະ ມີທັງລຸ້ນສໍາລັບ ຄອມພິວເຕີສ່ວນຕົວ ມືຖື smartphone ແລະ ຄອມພິວເຕີແບບແທບແບລັທ.
Elizabeth Fife ເວົ້າວ່າ: “ລະບົບນິເວດວິທະຍາຂອງບໍລິສັດ Apple ແລະ Google ທີ່ພວກເຮົາໄດ້ເຫັນມາເມື່ອສອງສາມປີຜ່ານມານັ້ນ ບາງທີກໍຈະມີແນວໃໝ່ໆ ຂຶ້ນມາແທນ ຊຶ່ງນັ້ນມັນກໍເປັນສິ່ງທີ່ດີໆເນາະ.”
ການປະກາດແນະນໍາຜະລິດຕະພັນໃໝ່ຈາກບໍລິສັດອື່ນໆທີ່ຈະມີຂຶ້ນໃນໝໍ່ໆນີ້ ແມ່ນຈະເຮັດໃຫ້ວົງການເຄຶ່ອງຄອມພິວເຕີເຄື່ອນທີ່ ກວ້າງຂວາງອອກໄປອີກ. ອຸບປະກອນໃໝ່ໆທີ່ວ່ານີ້ ກໍໜ້າຈະປະກອບດ້ວຍຄອມພິວເຕີແທບ ແບລັທ Kindle eReader ລຸ້ນໃໝ່ຈາກບໍລິສັດ Amazon ໄອໂຟນຫ້າ ຈາກບໍລິສັດ Apple ແລະໃນທ້າຍເດືອນຕຸລາຕໍ່ໜ້ານີ້ ກໍຈະແມ່ນຄອມພິວເຕີແທບແບລັທຂອງບໍລິສັດ Microsoft ທີ່ຈະປະຕິບັດການດ້ວຍລະບົບ Window 8 ອັນເປັນລຸ້ນໃໝ່ລ່າສຸດຂອງຕົນນັ້ນ.

Your browser doesn’t support HTML5