ບໍ່ມີຂໍ້ຕົກລົງໃດໆ ໃນກອງປະຊຸມ 2 ມື ໃນການສົນທະນາການຄ້າ ລະຫວ່າງ ທ່ານທຣຳ ກັບທ່ານອາເບະ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ, ຊ້າຍ, ແລະ ປະທານາທິບໍດີ ທ່ານດໍໂນລ ທຣຳ ຈັບມືກັນ ທີ່ສະຖານທີ່ ຕາກອາກາດສ່ວນຕົວຂອງທ່ານທຣຳ ທີ່ Mar-a-Lago club, 18 ເມສາ 2018, ພອມບິຈ, ລັດ ຟລໍຣີດາ..

ເຖິງ​ແມ່ນ​ວ່າ ​ຈະໄດ້​ມີ​ການ​ຄ້ຳປະກັນ​ຢູ່​ສະເໝີ ວ່າ ພວກ​ເພິ່ນ​ຈະໄດ້ຊົມເຊີຍ​ກັບ​ມິດຕະພາບອັນອົບອຸ່ນ ລະຫວ່າງ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ກໍຕາມ ແຕ່ການໂອ້​ລົມ​ສົນທະນາ​
ກັນ​ເປັນ​ເວລາ 2 ມື້ ກໍປາກົດວ່າ ໄດ້​ຮັບ​ຄວາມ​ຫຼົ້ມ​ແຫວ ທີ່​ຈະແກ້ໄຂບັນ​ຫາຄວາມ
ແຕກຕ່າງ​ທີ່​ສຳຄັນດ້ານການຄ້າລະຫວ່າງກັນຢູ່.

ທ່ານ​ທຣຳ ​ໄດ້​ປະກາດ​ວ່າການໂອ້​ລົມ​ສົນທະນາກັບ​ທ່ານອາເບະ “​ແມ່ນ​ເປັນ​ການ​
ສ້າງສັນ​ຢ່າງ​ດີ,”
​ແຕ່​ວ່າ ລາຍ​ລະອຽດ​ຂອງ​ຄວາມ​ສຳ​ເລັດ​ແມ່ນບໍ່ໄດ້​ມີ​ຂຶ້ນຫຼາຍພໍທໍ່ໃດ ​
ໃນ​ຂະນະ​ທີ່​ມີ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມ ​ໃນ​ວັນ​ພຸດ​ວານ​ນີ້.

​ທ່ານ​ອາ​ເບະ ໄດ້ກ່າວ​ ​ໂດຍ​ບໍ່​ໃຫ້​ລາຍ​ລະອຽດ​ຫຍັງ​ຫຼາຍວ່າ “ປະທານາທິບໍດີ​ ທຣຳ
ກັບ​ຂ້າພະ​ເຈົ້າ​ຕົກລົງ​ທີ່​ຈະ​ເລີ່ມການ​ເຈລະຈາ​ໃໝ່ ​ເພື່ອໃຫ້ມີການຄ້າກັນຢ່າງເສລີ​
ແລະ ທ່ຽງທຳ,”

ທ່ານ​ທຣຳ ​ໄດ້​ສະ​ແດງ​ອອກມາ ​ຊຶ່ງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢາກໃຫ້ມີການແລກປ່ຽນ
ລະຫວ່າງ​ປະ​ເທດ​ຕໍ່​ປະ​ເທດ ​ແບບ “ການ​ຕົກລົງ​ການ​ຄ້າ​ເສລີ” ລະຫວ່າງ​ສະຫະລັດ
ກັບຍີ່ປຸ່ນ ​ໃນ​ຂະນະ​ທີ່​ທ່ານ​ອາ​ເບະ ​ໄດ້​ຮຽກຮ້ອງ​ແບບ​ກົງ​ໆ ຕໍ່ວໍ​ຊີງ​ຕັນ ​ເພື່ອໃຫ້ກັບ​ຄືນ
​ໄປກວດກາ​ເບິ່ງ​ການ​ແລກປ່ຽນ​ພາຄີການ​ຄ້າ​ໃນ​ເຂດ​ປາຊິ​ຟິກ ຫຼື TPP ຂອງ 12 ປະ​ເທດ.

ທ່ານ ແລຣີ ຄູດໂລ (Larry Kudlow), ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ, ກ່າວຕໍ່ຜູ້ທີ່ເຂົ້າຮ່ວມກອງປະຊຸມ ທີ່ປະທານາທິບໍດີ ທ່ານດໍໂນລ ທຣຳ ໄດ້ເປັນເຈົ້າພາບຮວມກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ທີ່ໄດ້ຈັດຂຶ້ນ ທີ່ສະຖານທີ່ຕາກອາກາດ ສ່ວນຕົວຂອງທ່ານທຣຳ ທີ່ພອມບີຈ, ລັດຟລໍຣີດາ, 18 ເມສາ 2018.

ທ່ານ​ທຣຳ ​ໄດ້​ຖອນ​ສະຫະລັດ ອອກ​ຈາກ​ຂໍ້​ຕົກລົງ​ການ​ຄ້າ​ຂ້າມມະຫາ​ສະໝຸ​ດປາຊິ​ຟິກ ​
ໃນ​ເວລາບໍ່ດົນ ຫຼັງ​ຈາກ​ທ່ານໄດ້ເຂົ້າ​ດຳລົງ​ຕຳ​ແໜ່​ງ.

ທ່າທີຂອງ​ຍີ່ປຸ່ນ ​ຖືວ່າ “TPP ​ແມ່ນ​ດີ​ສຳລັບ​ປະ​ເທດ​ທັງ​ສອງ,” ຊຶ່ງ​ທ່ານ​ອາ​ເບະ ​ໄດ້​ບອກ
​ພວກ​ນັກຂ່າວ ​ໃນ​ຂະນະ​ທີ່​ ​ມີ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ສະຖານ​ທີ່​ຕາກ​ອາກາດ​
ສ່ວນ​ຕົວ​ຂອງ​ທ່ານ​ທຣຳ ​ໃນ​ລັດ​ຟລໍຣີດາ ໃນຝັ່ງ​ທະ​ເລອັດ​ແລນ​ຕິກ.

ນອກນັ້ນ ທ່ານ​ທຣຳ ບໍ່​ໄດ້​ຍົກ​ເລີກ​ພາສີ​ສຳລັບ​ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ ຕໍ່​ຍີ່ປຸ່ນ ​ເຖິງ​ແມ່ນ​ວ່າ ​ກ່ອນ​ໜ້າ​ນີ້ ​ໄດ້ຍົກ​ເວັ້ນໃຫ້ປະ​ເທດພັນທະ​ມິດ​ອື່ນໆຂອງ​ສະຫະລັດ​ແລ້ວ ກໍ​ຕາມ.

ມື້​ທີ 2 ຂອງ​ກອງ​ປະຊຸມ 2 ວັນ ທີ່​ມີ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ເພັ່ງ​ເລັງ​ໃສ່ການ​ຄ້າ ຫຼັງ​ຈາກ
​ທີ່​ພວກ​ຜູ້ນຳ​ທັງຫຼາຍ ​ໄດ້​ຫຼິ້ນ​ກ໊ອຟ 18 ຂຸມ ທີ່​ສະໜາມ​ກ໊ອຟຂອງ​ປະທານາທິບໍດີ ທີ່​ຢູ່
ໃກ້ໆ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານທຣຳ ແລະທ່ານອາເລະ ຫວັງວ່າກອງປະຊຸມສຸດຍອດ ຈະປະສົບຜົນສຳເລັດ

Your browser doesn’t support HTML5

Trump, Abe Express Hope for Successful U.S.-North Korean Summit