ຝຣັ່ງວ່າ ບໍ່ມີຜູ້ລອດຊີວິດ ໃນເຫດ ເຮືອບິນ ອາລຈີເຣຍຕົກ ທີ່ມາລີ (ສະໄລດ໌/ວີດີໂອ)

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວວ່າ ຖ້ຽວບິນ AH5017 ຂອງສາຍການບິນອາລຈີເຣຍ ທີ່ຕົກ ຢູ່ປະເທດມາລີ ບໍ່ພົບເຫັນຜູ້ລອດຊີວິດ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວວ່າ ບໍ່
ໄດ້ພົບເຫັນຜູ້ລອດ ຊີວິດມາໄດ້ ຢູ່ທີ່ຊາກຫັກພັງຂອງເຮືອບິນ
ໂດຍສານ Air Algerie ທີ່ໄດ້ປະສົບອຸບັດເຫດຕົກຢູ່ ປະເທດ
ມາລີ ພ້ອມກັບ ຜູ້ໂດຍສານ ແລະພະນັກງານ ປະຈຳເຮືອບິນ
116 ຄົນ.

ຝຣັ່ງ ໄດ້ສົ່ງທະຫານຈຸນຶ່ງ ໄປຮັກສາຄວາມປອດໄພ ຢູ່ບ່ອນ
ທີ່ເຮືອບິນຕົກ ຊຶ່ງມີ ຊາວຝຣັ່ງ 51 ຄົນ ເດີນທາງໄປນຳ ແຕ່
Burkina Faso ຫາອາລຈີເຣຍ ເວລາເຮືອບິນປະສົບອຸບັດ
ເຫດຕົກ ໃນວັນພະຫັດວານນີ້.

ປະທານາທິບໍດີ Hollande ກ່າວວ່າ ເຄື່ອງບັນທຶກຂໍ້ມູນ ໄດ້ພົບເຫັນແລ້ວ ແລະການສືບ ສວນກຳລັງດຳເນີນຢູ່. ສາເຫດທີ່ພາໃຫ້ເຮືອບິນຕົກ ຍັງບໍ່ທັນມີ ການລົງຄວາມເຫັນເທື່ອ ແຕ່ເຈົ້າໜ້າທີ່ຝຣັ່ງສົງໄສວ່າ ອາດຈະເປັນຍ້ອນສະພາບດິນຟ້າອາກາດປັ່ນປ່ວນ.

ເຮືອບິນ ອາລຈີເຣຍຕົກ ຢູ່ ມາລີ

ການກໍ່ການຮ້າຍກໍອາດມີທາງເປັນໄປໄດ້ຢູ່ ໃນເມື່ອຮູ້ກັນດີວ່າພວກຫົວຮຸນແຮງໄດ້ປະຕິ ບັດງານຢູ່ໃນເຂດດັ່ງກ່າວ. ແຕ່ເຈົ້າໜ້າທີ່ເວົ້າວ່າ ບໍ່ມີທ່າທາງວ່າເຮືອບິນໄດ້ເກີດລະເບີດ
ຢູ່ກາງອາກາດ ໃນເມື່ອຊາກຫັກພັກຂອງເຮືອບິນກະຈາຍຢູ່ ໃນວົງທີ່ຂ້ອນຂ້າງແຄບ.

ນາຍພົນ Gilbert Diendere ແຫ່ງກອງທັບ Burkina Faso ໃຫ້ການຢືນ ຢັນໃນວັນພະ ຫັດວານນີ້ວ່າ ເຮືອບິນລຳນີ້ໄດ້ຕົກປະມານ 30 ກິໂລແມັດ ຫ່າງ ຈາກຊາຍແດນ Burkina
Faso ຂຶ້ນໄປທາງເໜືອຢູ່ໃນເຂດ Gossi ຂອງປະເທດມາລີ.

ເຈົ້າໜ້າທີ່ເວົ້າວ່າ ຖ້ຽວບິນດັ່ງກ່າວ ໄດ້ປະສົບກັບລົມແຮງ ລຸນຫຼັງທີ່ບິນຂຶ້ນຈາກນະຄອນ
ຫລວງ Ouagadougou ຂອງ Burkina Faso.

ສາຍການບິນ Air Algerie ໄດ້ເຊົ່າເຮືອບິນລຳນີ້ຈາກສາຍການບິນ Swiftair ຂອງສະເປນ. ສາຍການບິນທັງສອງເວົ້າວ່າ ເຮືອບິນລຳດັ່ງກ່າວມີພະນັກງານທີ່ ເປັນຊາວສະເປນ 6 ຄົນ ແລະຜູ້ໂດຍສານ 110 ຄົນ.

Your browser doesn’t support HTML5

ALGERIA PLANE UPD SOTVO