ກຸ່ມນັກຊ່ຽວຊານ ວາງລາຍລະອຽດ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ

Your browser doesn’t support HTML5

ເຈົ້າໜ້າທີ່ສະຫະລັດ ທີ່ນະຄອນວຽນນາ ກ່າວວ່າ ພວກນັກຊ່ຽວ
ຊານທາງດ້ານນິວເຄລຍແລະການລົງໂທດ ຂອງນາໆຊາດ ກຳ ລັງກວດສອບເບິ່ງລາຍລະອຽດຂອງບັນຫາຕ່າງໆໃນຄວາມພະ ຍາຍາມເພື່ອຫາທາງໃຫ້ການເຈລະຈາບັນລຸການຕົກລົງຂັ້ນສຸດ ທ້າຍກ່ຽວກັບໂຄງການນິວເຄລຍທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ
ຂອງອີຣ່ານ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງກະຊວງການຕ່າງປະເທດສະ
ຫະລັດ ກ່າວວ່າ ພວກນັກຊ່ຽວຊານຫຼາຍໆກຸ່ມ ກຳລັງສວຍໂອ
ກາດໃນຂະນະທີ່ບັນດາລັດຖະມົນຕີອະວຸໂສທີ່ພົວພັນໃນການ
ເຈລະຈາບໍ່ຢູ່ກວດສອບເບິ່ງລາຍລະອຽດກ່ຽວກັບວຽກງານອັນ
ຫຍຸ້ງຍາກ ທີ່ກ່ຽວຂ້ອງໃນເລື້ອງຂັ້ນຕອນໂດຍໃຫ້ຂໍ້ສັງເກດວ່າ ມັນເປັນທີ່ຈະແຈ້ງວ່າ ຍັງມີ ບັນຫາໃຫຍ່ໆຈຳນວນນຶ່ງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

ເຈົ້າໜ້າທີ່ກ່າວວ່າ ລັດຖະມົນຕີຄົນສຳຄັນໆຄາດວ່າ ຈະເດີນທາງກັບຄືນໄປນະຄອນວຽນ ນາໃນວັນອາທິດມື້ອື່ນນີ້ ແລະໃນທີ່ສຸດ ມັນກໍຈະລົງເອີຍກັນ ຢູ່ທີ່ການຕັດສິນໃຈທາງການ ເມືອງທີ່ສຳຄັນຈຳນວນນຶ່ງ ທີ່ສາມາດເຮັດໄດ້ ໂດຍລະດັບລັດຖະມົນຕີເທົ່ານັ້ນ ຊຶ່ງຈະຕິດ ຕາມດ້ວຍການຕົກລົງໂດຍພວກຜູ້ນຳຂອງອີຣ່ານແລະຂອງກຸ່ມປະເທດ P5+1 ທີ່ພົວພັນ ໃນການເຈລະຈາ.

Your browser doesn’t support HTML5

IAEA Head: Iran Nuclear Report Could Be Completed in 2015

ໃນວັນສຸກວານນີ້ ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ພົບປະ
2 ເທື່ອກັບລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານ Javad Za-rif ທີ່ນະຄອນວຽນນາ
ເພື່ອຫາລືກ່ຽວກັບບັນຫາຄ້າງຄາສຳຄັນໆທີ່ຂັດຂວາງບໍ່ໃຫ້ຄະນະເຈລະຈາບັນລຸການຕົກ ລົງກັນໄດ້ໃນວັນທີ 30 ມິຖຸນາຜ່ານມາ.

ທ່ານ Kerry ກ່າວວ່າ ຄະນະເຈລະຈາມີວຽກງານລົ້ນມືທີ່ຈະຕ້ອງໄດ້ເຮັດແລະຍັງບັນຫາທີ່ ຫຍຸ້ງຍາກຈຳນວນນຶ່ງ.

ສ່ວນທ່ານ Zarif ກໍໄດ້ສະທ້ອນໃຫ້ເຫັນ ຢູ່ໃນຖະແຫຼງການຂອງທ່ານ ໂດຍເວົ້າວ່າ “ພວກ ເຮົາທັງໝົດກຳລັງພະຍາຍາມເປັນທີ່ສຸດ ເພື່ອໃຫ້ສາມາດກ້າວໄປຂ້າງໜ້າ ແລະກໍໄດ້ສ້າງ ຄວາມຄືບໜ້າຈຳນວນນຶ່ງ."

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງສະຫະລັດ ກ່າວວ່າ ທຳນຽບຂາວ ຍັງມີຄວາມໝັ້ນໃຈວ່າ “ຖ້າຫາກທາງເລືອກທີ່ຖືກຕ້ອງ ບໍ່ໄດ້ມີການເລືອກເອົາ ແລະຂໍ້ຕົກລົງທີ່ດີກໍຈະບໍ່ມີ” ຫລັງ ຈາກນັ້ນສະຫະລັດກໍຈະຮູ້ສຶກສະບາຍໃຈຂຶ້ນທີ່ຫັນຫລັງໜີໄປ. ທ່ານກ່າວຕື່ມວ່າຖ້າຫາກ ການເຈລະຈາໃກ້ທີ່ສຸດ ທີ່ຈະບັນລຸການຕົກລົງໃນຂອບເຂດທີ່ກວ້າງຂວາງ ມັນກໍສາມາດ ເປັນທີ່ເຂົ້າໃຈໄດ້ ທີ່ການເຈລະຈາອາດຈະກາຍກຳນົດເສັ້ນຕາຍອອກໄປ ໃນວັນທີ 7 ກໍ ລະກົດ.

Your browser doesn’t support HTML5

VOA's Mary Alice Salinas Reports From Vienna, July 4