ຍັງບໍ່ມີຮ່ອງຮອຍ ຄວາມກ້າວໜ້າ ຂະນະທີ່ການເຈລະຈາ ນິວເຄລຍ ກັບ ອີຣ່ານ ດຳເນີນຕໍ່ໄປ

ເຈົ້າໜ້າທີ່ຮັກສາຄວາມປອດໄພ ອີຣ່ານ ຄົນນຶ່ງຢືນຍາມ ໃນ ຂະນະທີ່ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ທີສອງຈາກຂວາ) ພົບປະກັບບັນດາຜູ້ຕາງໜ້າອີຣ່ານ.

ກາ​ນເຈລະຈາກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງອີຣ່ານ ​ຈະກ້າວ​
ເຂົ້າ​ສູ່ອາທິດ​ສອງ ​ໂດຍ​ທີ່​ບໍ່​ມີ​ຮ່ອງຮອຍ​ສະແດງໃຫ້ເຫັນວ່າ​ ໄດ້
ມີຄວາມຄືບໜ້າໃນ​ບັນຫາຂັດແຍ້ງ​ເຊັ່ນ​ວ່າ ໄລຍະ​ເວລາໃນການ
ໂຍະຍານການ​ລົງ​ໂທດແລະ​ການ​ເຂົ້າ​ໄປ​ກວດກາ ສະຖານທີ່ນິວ​
ເຄລຍແລະ​ຄ້າຍທະຫານ​ຕ່າງໆ​ຂອງເຕຫະຣ່ານ.

ບັນດາ​ຜູ້​ເຈລະຈາ​ຂອງອີຣ່່ານ ​ແລະ​ຫົກ​ປະເທດມະຫາ​ອຳນາດ​
ຂອງໂລກ ​ໄດ້ໃຫ້​ເວລາ​ແກ່​ເຂົາ​ເຈົ້າ​ໄປເຖິງ​ວັນ​ອັງຄານ​ໜ້າ​ທີ່ເປັນ
​ເສັ້ນ​ຕາຍ ​ເພື່ອ​ບັນລຸຂໍ້​ຕົກລົງໃນຂອບເຂດທີ່ກວ້າງຂວາງ ທີ່ຈະ
ຍົກເລີກ​ການ​ລົງ​ໂທດ​ຂອງ​ນາໆ​ຊາດ ​ເພື່ອເປັນ ການ​ແລກປ່ຽນ​
ໃຫ້ອີ່ຣ່ານ ​ຫລຸດຜ່ອນໂຄງການ​ນິວ​ເຄລຍຂອງຕົນລົງ.

ການ​ສົນທະນາ​ຫາລືທີ່ນະຄອນ Vienna ​ໄດ້​ຮັບການອະທິບາຍ​ຈາກບັນດາ​ເຈົ້າ​ໜ້າ​ທີ່
ວ່າ ມີການເຄື່ອນໄຫວ​ຢ່າງ​ຊ້າໆ ​ແຕ່​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ ​ແລະ​ເປັນທີ່ເຊື່ອ​ກັນຢ່າງ​
ກວ້າງຂວາງ​ວ່າ ຈະມີການບັນລຸການ​ຕົກລົງກັນ​ໃນ​ທີ່​ສຸດ ໃນລະ ຫວ່າງ​ການ​ເຈລະຈາ
ໃນຮອບ​ປັດ​ຈຸ​ບັນນີ້.

Your browser doesn’t support HTML5

On The Scene: Kerry, Zarif Meet on Key Iran Nuclear Disputes

ລັດຖະມົນ​ຕີຕ່າງປະ​ເທດອັງກິດ ທ່ານ Phillip Hammond ກ່າວ​ໃນ​ວັນພະ ຫັດວານ​ນີ້​
ວ່າ “ຂ້າພະ​ເຈົ້າ ບໍ່​ຄິດ​ວ່າ ພວກ​ເຮົາໃກ້​ຈະ​ບັນການຕົກລົງໃດໆ​ເທື່ອ​ໃນ​ຂະນະ​ນີ້. ແຕ່
ພວກ​ເຮົາ​ຈະສືບຕໍ່​ດຳ​ເນີນ​ການທຸກສິ່ງຢ່າງທີ່ຈຳເປັນ ​ເພື່ອ​ຮັກ ສາ​ແຮງ​ພັກ​ດັນໄວ້.”

ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດຂັ້ນ​ສູງຂອງສະຫະລັດ ​ເຢຍຣະມັນ ຈີນ ຝຣັ່ງ ​ແລະ ຣັດ​ເຊຍ ​ໄດ້
​ເຂົ້າຮ່ວມກັບ​ຄູ່​ຕຳແໜ່​ງຝ່າຍອີຣ່ານ ​ໃນ​ການເຈລະຈາຫາລື​ລະດັບສູງ ທີ່​ໄດ້​ຕໍ່​ເວລາອອກ
​ໄປ​ນຶ່ງ​ອາທິດ ຫລັງ​ຈາກ​ຄະນະ​ເຈ​ລະ​ຈາ ​ໄດ້​ພາດ​ເສັ້ນ​ຕາຍ​ ໃນ​ວັນ​ທີ 30 ​ເດືອນມິຖຸນາ.

ລັດຖະມົນຕີ ຕ່າງປະ​ເທດຝຣັ່ງ ທ່ານ Laurent Fabius ກ່າວໃນ​ຕອນ​ແລງ​ວັນ​ພະຫັດ
​ວານ​ນີ້ວ່າ “ທຸກ​ສິ່ງ​ຢ່າງ​ໄດ້​ກ້າວ​ໄປໜ້າ ​ແຕ່​ວ່າ ພວກ​ເຮົາ​ຍັງ​ບໍ່​ໄດ້​ບັນລຸ​ຂັ້ນ​ສຸດ​ທ້າຍເທື່ອ.”

ຮອງ​ລັດຖະມົນຕີຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Ryabkov ກ່າວ​ວ່າ ຫລາຍ​ກວ່າ
90 ​ເປີ​ເຊັນ​ຂອງຂໍ້ຕົກລົງ ແມ່ນໄດ້​ເຫັນ​ດີນຳກັນແລ້ວ ​ແລະບັນຫາ​ທີ່​ຍັງ​ຄ້າງຄາ​ຢູ່​ນັ້ນ
ອາດ​ຈະ​ແກ້​ໄຂ​ກັນ​ໄດ້​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

Your browser doesn’t support HTML5

Iran Nuclear