ບັນດາຜູ້ນຳຂອງພັກຣີພັບບລິກັນແລະພັກເດໂມແຄຣັດ ໃນສະພາ ພາກັນເຕົ້າໂຮມກັນ
ເພື່ອຊອກຫາການປະນີປະນອມ ໃນຂະນະ ທີ່ປະທານາທິບໍດີ ດໍໂນລ ທຣຳ ປາກົດວ່າ
ໄດ້ຖອນການຂົ່ມຂູ່ ທີ່ຈະບັງຄັບ ໃຫ້ມີການປິດລັດຖະບານລົງ ໃນທ້າຍອາທິດນີ້.
ຫຼັງຈາກໄດ້ກ່າວ ໃນອາທິດແລ້ວນີ້ວ່າ ທ່ານ “ພູມໃຈ” ທີ່ຈະປິດບາງສ່ວນ ຂອງລັດຖະ
ບານລົງ ຍ້ອນການຮຽກຮ້ອງຂອງທ່ານເພື່ອຈະສ້າງກຳແພງຊາຍແດນຊຶ່ງ ປະທານາທິ
ບໍດີທຣໍາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ວ່າ “ພວກເຮົາຈະເຫັນວ່າ ມີ
ຫຍັງເກີດຂຶ້ນ. ມັນຍັງໄວເກີນໄປທີ່ຈະເວົ້າໄດ້. ພວກເຮົາຕ້ອງ ການຄວາມປອດໄພ
ຊາຍແດນ.
ລັດຖະບານກາງຈະເລີ້ມຢຸດເຊົາການປະຕິບັດງານທີ່ບໍ່ຈຳເປັນລົງໃນວັນສຸກຈະມາ
ເຖິງນີ້ ຖ້າຫາກສະພາ ແລະທຳນຽບຂາວບໍ່ສາມາດຕົກລົງກັນໄດ້ ກ່ຽວກັບຮ່າງກົດ
ໝາຍໃຊ້ຈ່າຍ ໃນໄລຍະຍາວ ຫຼືໄລຍະສັ້ນ.
ພະນັກງານຂອງລັດຖະບານກາງ ຫຼາຍກວ່າ 800,000 ຄົນ ຈະເລີ້ມເຮັດວຽກໂດຍ
ບໍ່ໄດ້ຮັບເງິນ ຊຶ່ງເປັນສິ່ງທີ່ບໍ່ມີໃຜຢາກເຫັນນຶ່ງອາທິດກ່ອນວັນບຸນຄຣິສມັສ.
ປະທານາທິບໍດີທຣຳຕ້ອງການເງິນ 5 ຕື້ໂດລາເພື່ອເປັນທຶນສ້າງກຳແພງຢູ່ຕາມຊາຍ
ແດນສະຫະລັດ ຕິດກັບເມັກຊິໂກ ແຕ່ວ່າບັນດາຜູ້ນຳໃນສະພາຕ່ຳແລະສະພາສູງ
ຂອງພັກເດໂມແຄຣັດ ໄດ້ປະຕິເສດກ່ຽວກັບເລື້ອງນີ້.
ໃນວັນອັງຄານວານນີ້ ຜູ້ນຳສຽງສ່ວນຫຼາຍໃນສະພາສູງພັກຣີພັບບລິກັນ ທ່ານມິດຈ໌
ແມັກຄອນແນລ ໄດ້ສະເໜີເງິນ 1.6 ຕື້ໂດລາເພື່ອສ້າງກຳແພງ ຊຶ່ງເປັນ ເງິນທີ່ໄດ້
ເຫັນພ້ອມນຳກັນແລ້ວ ໃນຮ່າງກົດໝາຍສຳລັບກະຊວງປ້ອງກັນຄວາມສະຫງົບພາຍ
ໃນຂອງສອງພັກ ແລະເພີ້ມອີກ 1 ຕື້ໂດລາທີ່ປະທານາທິບໍດີທຣຳ ສາມາດໃຊ້ໃນການ
ສ້າງກຳແພງ.
ທ່ານແມັກຄອນແນລ ຮ້ອງການສະເໜີນັ້ນວ່າ “ສົມເຫດສົມຜົນ” ແຕ່ບັນດາຜູ້ນຳພັກ
ເດໂມແຄຣັດກ່າວວ່າ ບໍ່ໄດ້.
ທ່ານນາງແນນຊີ ເພໂລຊີ ຜູ້ນຳພັກເດໂມແຄຣັດໃນສະພາຕ່ຳ ກ່າວວ່າ ທ່ານຊັກ ຊູເມີຣ
ຜູ້ນຳພັກເດໂມແຄຣັດໃນສະພາສູງແລະຂ້າພະເຈົ້າກ່າວວ່າ ພວກເຮົາບໍ່ສາມາດສະໜັບ
ສະໜູນຂໍ້ສະເໜີທີ່ເຂົາເຈົ້າໄດ້ໃຫ້ມານຶ່ງພັນລ້ານໂດລາທີ່ເປັນທຶນເພື່ອມິດງຽບສຳລັບ
ປະທານາທິບໍດີເພື່ອຈັດຕັ້ງປະຕິບັດນະໂຍບາຍຄົນເຂົ້າເມືອງຜິດພາດ.”
ໃນຂະນະດຽວກັນໂຄສົກທຳນຽບຂາວ ທ່ານນາງຊາຣາຣ ແຊນເດີຣສ໌ ກ່າວວ່າມີ
“ທາງອື່ນ” ທີ່ຈະໄດ້ເງິນມາໃຊ້ ສຳລັບການສ້າງກຳແພງທາງຊາຍແດນພາກ
ໃຕ້.
“ມີແຫລ່ງທຶນທີ່ແຕກຕ່າງຫຼາຍບ່ອນຢ່າງແນ່ນອນທີ່ພວກເຮົາໄດ້ລະບຸວ່າ ພວກ ເຮົາ
ສາມາດໃຊ້ໄດ້ ພວກເຮົາສາມາດນຳເອົາເງິນມາໃຊ້ໄດ້ ຈາກສອງແຫຼ່ງທີ່ຈະຜ່ານ
ຄະນະກຳມະການຂອງສະພາ ຊຶ່ງຈະຊ່ວຍພວກເຮົາໃຫ້ໄດ້ 5 ຕື້ໂດລາ ທີ່ປະທານາ
ທິບໍດີຕ້ອງການ ເພື່ອປ້ອງກັນຊາຍແດນຂອງພວກເຮົາ.” ນັ້ນຄືຄຳເວົ້າຂອງທ່ານ
ນາງແຊນເດີຣສ໌ ໄດ້ກ່າວຕໍ່ກອງປະຊຸມນັກຂ່າວໃນວັນອັງຄານວານນີ້.